ບໍລິສັດທາງລົດໄຟລາວ-ຈີນ ຈຳກັດ ເປີດທຸລະກຳຂົນສົ່ງດ່ວນ ຮ່ວມກັບບໍລິສັດຂົນສົ່ງລາວ ບັນລຸການຈັດສົ່ງພັດສະດຸ
“ມື້ດຽວຮອດ”ເປີດສັງກາດໃໝ່ຂອງການຂົນສົ່ງໂລຈິດສະຕິກຂອງລາວ
ເລີ່ມແຕ່ວັນທີ 20 ກຸມພາ ປີ 2024 ທີ່ຜ່ານມາ, ເປັນຄັ້ງທໍາອິດທີ່ບໍລິສັດທາງລົດໄຟລາວ-ຈີນ ຈໍາກັດໄດ້ເປີດບໍລິການຂົນສົ່ງພັດສະດຸຜ່ານທາງລົດໄຟລາວ-ຈີນ ເພື່ອອຳນວຍຄວາມສະດວກໃຫ້ແກ່ການຂົນສົ່ງສິນຄ້າພາຍໃນ, ປະຈຸບັນ ທັງເຄື່ອງໃຊ້ໃນຊີວິດປະຈຳວັນ ແລະ ສິນຄ້າຕ່າງໆ ແມ່ນສາມາດຂົນສົ່ງໄປຮອດຈຸດໝາຍປາຍທາງພາຍໃນມື້ດຽວຢ່າງປອດໄພ ແລະ ວ່ອງໄວໄດ້ ຜ່ານທາງລົດໄຟລາວ-ຈີນ.

ໃນໄລຍະຜ່ານມານີ້ ເມື່ອທ່ານເດີນທາງກັບລົດໄຟລາວ-ຈີນຖ້ຽວ K12 ແລະ K11 ກໍຈະພົບເຫັນວ່າ ກ່ອນທີ່ລົດໄຟຈະອອກຈາກສະຖານີນະຄອນຫຼວງວຽງຈັນໃນຕອນເຊົ້າຂອງທຸກໆມື້, ຢູ່ຊານຊາລາຂອງສະຖານີລົດໄຟຈະມີພະນັກງານຂົນສົ່ງຍົກກ່ອງຂະໜາດໃຫຍ່ ທີ່ເຕັມໄປດ້ວຍສິນຄ້າຂຶ້ນເທິງຕູ້ລົດໄຟ, ໃນຂະນະທີ່ໃນຕອນບ່າຍຂອງມື້ດຽວກັນ ກ່ອນທີ່ລົດໄຟຈະອອກຈາກສະຖານີບໍ່ເຕ່ນ, ກໍຈະມີພະນັກງານຂົນສົ່ງ ຍົກກ່ອງທີ່ເຕັມໄປດ້ວຍສິນຄ້າຂຶ້ນເທິງຕູ້ລົດໄຟເຊັ່ນດຽວກັນ ເພື່ອເອົາໄປສົ່ງຢູ່ແຕ່ລະແຂວງລຽບຕາມແລວທາງລົດໄຟ. ນີ້ກໍແມ່ນການເປີດໃຫ້ບໍລິການຂົນສົ່ງສິນຄ້າ ທີ່ບໍລິສັດທາງລົດໄຟລາວ-ຈີນ ໄດ້ຮ່ວມມືກັບບໍລິສັດຮຸ່ງອາລຸນ ໃນການຂົນສົ່ງສິນຄ້າໃຫ້ແກ່ລູກຄ້າໄດ້ຢ່າງສະດວກ ແລະ ວ່ອງໄວ, ໃນອະນາຄົດ ຍັງຈະມີອີກຫຼາຍບໍລິສັດຂົນສົ່ງດ່ວນຂອງລາວມາຮ່ວມງານນຳທາງລົດໄຟລາວ-ຈີນ ອັນຈະຊ່ວຍຊຸກຍູ້ໃຫ້ການຂົນສົ່ງດ່ວນພາຍໃນມີປະສິດທິພາບສູງຂຶ້ນຢ່າງບໍ່ຢຸດຢັ້ງ.
ກ່ອນໜ້ານີ້, ໃນການສົ່ງທາງລົດຈາກນະຄອນຫຼວງວຽງຈັນ ໄປແຂວງອຸດົມໄຊ, ຫຼວງນ້ຳທາ ແລະ ແຂວງອື່ນໆໃນປພາກເໜືອຂອງລາວ ໂດຍທົ່ວໄປຈະໃຊ້ເວລາ 2 ຫາ 3 ມື້, ຖ້າຫາກວ່າຖືກຊ່ວງລະດູຝົນ ເສັ້ນທາງກໍມັກຈະເກີດຄວາມເສຍຫາຍ ແລະ ເປ່ເພຢູ່ເລື້ອຍໆ ເຮັດໃຫ້ບໍ່ສາມາດຈັດສົ່ງຕາມເວລາທີ່ກຳນົດໄດ້. ເພື່ອເປັນການອຳນວຍຄວາມສະດວກໃຫ້ການຂົນສົ່ງ ແລະ ສ້າງຄວາມສະດວກສະບາຍໃຫ້ແກ່ປະຊາຊົນຕາມແລວທາງໃນການຂົນສົ່ງສິນຄ້າຢ່າງມີປະສິດທິພາບ, ບໍລິສັດລົດໄຟລາວ-ຈີນ ຈຳກັດ ໄດ້ເອົາໃຈໃສ່ສຶກສາຄົ້ນຄວ້າ, ວິເຄາະ ແລະ ຕອບສະໜອງຕໍ່ຄວາມຕ້ອງການຂອງຕະຫຼາດການຂົນສົ່ງ, ຈຶ່ງໄດ້ເປີດການບໍລິການຂົນສົ່ງດ່ວນທາງລົດໄຟ ເຊິ່ງຈະເພີ່ມກຳລັງແຮງໃໝ່ໃຫ້ແກ່ການພັດທະນາອຸດສາຫະກຳການຄ້າອີເລັກໂທຣນິກ (E-commerce) ຂອງລາວ, ເສີມສ້າງຊີວິດການເປັນຢູ່ຂອງປະຊາຊົນລາວໃຫ້ດີຂຶ້ນ ແລະ ເປັນການພັດທະນາເສດຖະກິດພາກພື້ນອີກດ້ວຍ.


