ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຈັດສຳມະນາ ສ້າງຄວາມເຂັ້ມແຂງ ໃນການສ້າງນິຕິກຳໃຕ້ກົດໝາຍໃຫ້ບັນດາແຂວງພາກກາງ ແລະ ພາກໃຕ້

Mar 7, 2024

ໃນວັນທີ 5 ມີນາ 2024 ທີ່ແຂວງຄໍາມ່ວນ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມສຳມະນາ ສ້າງຄວາມເຂັ້ມແຂງ ໃນການສ້າງນິຕິກຳໃຕ້ກົດໝາຍ ໃຫ້ 10ແຂວງພາກກາງ ແລະ ພາກໃຕ້, ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ນາງ ທິບພະກອນ ຈັນທະວົງສາ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ແລະ ທ່ານ ສົມສະອາດ ອຸ່ນສີດາ, ຮອງເຈົ້າແຂວງຄໍາມ່ວນ; ມີບັນດາທ່ານຮອງເຈົ້າແຂວງ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ຄະນະປະຈໍາສະພາປະຊາຊົນນະຄອນຫຼວງວຽງຈັນ, ພ້ອມດ້ວຍພະນັກງານ ຈາກຂະແໜງການກ່ຽວຂ້ອງ ຂັ້ນສູນກາງ; ແຂວງພາກກາງ ແລະ ພາກໃຕ້ ເຂົ້າຮ່ວມ 300 ກວ່າທ່ານ.
ກອງປະຊຸມຄັ້ງນີ້, ເພື່ອເປັນຍົກລະດັບຄວາມຮູ້ຄວາມສາມາດ ໃຫ້ຜູ້ທີ່ເຮັດວຽກງານ ການສ້າງນິຕິກຳໃຕ້ກົດໝາຍ ຂັ້ນສູນກາງ ແລະ ທ້ອງຖິ່ນ ສາມາດຈັດຕັ້ງປະຕິບັດຖືກຕ້ອງ ແລະ ສອດຄ່ອງ ຕາມຫຼັກການ, ລະບຽບການ ແລະ ຂັ້ນຕອນໃນການສ້າງ ແລະ ປັບປຸງນິຕິກໍາ, ແນໃສ່ເຮັດໃຫ້ການສ້າງ ແລະ ປັບປຸງນິຕິກຳ ມີປະສິດທິພາບ, ປະສິດທິຜົນ, ມີຜົນສຳເລັດຕາມແຜນການທີ່ກຳນົດໄວ້ ໃນແຕ່ລະໄລຍະ, ທັງເປັນບ່ອນອີງທີ່ສໍາຄັນ ໃຫ້ແກ່ບັນດາກະຊວງ,ອົງການຂັ້ນສູນກາງ ແລະ ທ້ອງຖິ່ນ ໂດຍສະເພາະ ກະຊວງຍຸຕິທໍາ, ກໍາມາທິການກົດໝາຍ ສະພາແຫ່ງຊາດ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ສະພາປະຊາຊົນຂັ້ນແຂວງ ແລະ ພາກສ່ວນກ່ຽວຂ້ອງ ທີ່ມີຄວາມຮັບຜິດຊອບໃນການສ້າງ ແລະ ປັບປຸງນິຕິກຳ ແຕ່ລະຂັ້ນ, ຄຽງຄູ່ກັນນັ້ນ ກໍ່ເພື່ອສືບຕໍ່ສ້າງຄວາມເຂັ້ມແຂງດ້ານວິຊາການ ໃຫ້ຜູ້ຮັບຜິດຊອບ ຢູ່ສູນກາງ ແລະ ທ້ອງຖິ່ນ.
ໂດຍຜູ້ແທນກອງປະຊຸມ ໄດ້ຮັບຟັງການສະເໜີລາຍງານ ເອກະສານສໍາຄັນ ຄື: ການສ້າງຕິນິກຳ ຢູ່ຂັ້ນທ້ອງຖິ່ນ; ຂັ້ນຕອນ ແລະ ວິທີການສົ່ງຮ່າງກົດໝາຍໃຫ້ສະພາປະຊາຊົນ ຂັ້ນແຂວງ ໄປປຶກສາຫາລືກັບປະຊາຊົນ; ການເປັນເສນາທິການໃຫ້ລັດຖະບານ ຂອງ ຫສນຍ ໃນການສ້າງ ແລະ ປັບປຸງນິຕິກຳ; ການໂຄສະນາເຜີຍແຜ່ນິຕິກໍາ; ການຕິດຕາມກວດກາ ການຈັດຕັ້ງປະຕິບັດ ນິຕິກໍາ ຢູ່ສະພາປະຊາຊົນ ຂັ້ນແຂວງ; ການພິຈາລະນາຮັບຮອງເອົານິຕິກໍາ ຂອງທ້ອງຖິ່ນ ການຜັນຂະຫຍາຍ ສັນຍາສາກົນ ເປັນນິຕິກຳ ຢູ່ຂັ້ນທ້ອງຖິ່ນ. ນອກນັ້ນ, ຍັງໄດ້ແລກປ່ຽນຄຳຄິດເຫັນ ກ່ຽວກັບຜົນສຳເລັດ, ຂໍ້ຈຳກັດ, ສິ່ງທ້າທ້າຍ ແລະ ໂອກາດ ໃນຂະບວນການສ້າງນິຕິກຳ ເພື່ອເປັນຂໍ້ມູນ ນຳໄປປັບປຸງຄຸນນະພາບ ຂອງນິຕິກຳ ໃຫ້ສາມາດຈັດຕັ້ງປະຕິບັດໄດ້ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ.
ໃນໂອກາດກ່າວເປີດ, ຄະນະປະທານກອງປະຊຸມ ໄດ້ຮຽກຮ້ອງໃຫ້ສຳມະນາກອນທຸກຄົນຈົ່ງໄດ້ເຊີດຊູຄວາມຮັບຜິດຊອບ, ຄວາມເປັນເຈົ້າການພ້ອມທັງປະກອບຄຳຄິດຄຳເຫັນຢ່າງຕັ້ງໜ້າ, ບັນຫາໃດທີ່ຍັງເຫັນວ່າພົບຄວາມຫຍຸ້ງຍາກໃນການຈັດຕັ້ງປະຕິບັດ ກໍໃຫ້ພ້ອມກັນຍົກຂຶ້ນມາສົນທະນາ, ແລກປ່ຽນບົດຮຽນ ແລະ ຫາທາງແກ້ໄຂຮ່ວມກັນ ໃຫ້ມັນມີຄວາມສອດຄ່ອງຕົວຈິງທາງດ້ານທິດສະດີ ແລະ ພຶດຕິກໍາ ເພື່ອເຮັດໃຫ້ການສຳມະນາໃນຄັ້ງນີ້ໄດ້ຮັບຜົນສຳເລັດເປັນຢ່າງສູງ.