ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປະທານອົງການກາແດງແຫ່ງຊາດລາວເຄື່ອນໄຫວຊຸກຍູ້ວຽກງານແຂວງບໍລິຄຳໄຊ

Mar 12, 2024

ຕອນເຊົ້າວັນທີ11ມິນາ 2024 ທ່ານ ສຈ.ດຣ ພູທອນ ເມືອງປາກ ປະທານອົງການກາແດງ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານກາແດງ ຢູ່ເມືອງວຽງທອງ ແຂວງບໍລິຄຳໄຊ. ໃນໂອກາດດັ່ງກ່າວ ທ່ານໄດ້ພົບປະໂອ້ລົມກັບ ບັນດາພະນັກງານ ຫລັກແຫລ່ງ ,ພະນັກງານຫ້ອງການກາແດງເມືອງ ແລະ ໄດ້ຮັບຟັງລາຍງານການຈັດຕັ້ງປະຕິບັດວຽກງານກາແດງ ໄລຍະຜ່ານມາ ໂດຍ ທ່ານ ນາງ ພອນສະຫວັນ ຄູນແກ້ວຈັນ ຫົວໜ໊າກາແດງເມືອງ ລາຍງານສະພາບ ການສ້າງຕັ້ງຫ້ອງການກາແດງເມືອງ ເລີ້ມແຕ່ ເດືອນຕຸລາ 2022 ເປັນຕົ້ນມາ.ມີຫລາຍວຽກງານ ທີ່ພົ້ນເດັ່ນ, ຈາກນັ້ນ ປະທານ ກດລ ໄດ້ຊີ້ນຳໃຫ້ ຄະນະຕ້ອງໄດ້ຄົ້ນຄວ້າຮໍ່າຮຽນຕື່ມບັນດານິຕິກຳຕ່າງໆ ກ່ຽວກັບກາແດງ. ການປຸກລະດົມຂົນຂວາຍເລືອດ.ການຂົນຂວາຍແຫລ່ງທຶນແລະຕິດແທດກັບຄະນະນຳ ຂອງເມືອງແລະອື່ນໆ.
ຈາກນັ້ນ ປະທານ ກດລ ໄດ້ມອບເຄື່ອງຊ່ວຍເຫລືອບັນເທົາທຸກ ຢູ່ທີ່ຫ້ອງວ່າການ ປົກຄອງເມືອງ ວຽງທອງ ກ່າວຮັບໂດຍທ່ານ ພັນເອກ ຄຳແພນ ວີລືທຳ ເຈົ້າເມືອງວຽງທອງ ພ້ອມດ້ວຍ ຄະນະນຳ ຂອງເມືອງ, ກາແດງເມືອງ ເຂົ້າຮ່ວມ.
ຈາກນັ້ນ ປະທານ ກດລ ພ້ອມດ້ວຍກາແດງເມືອງ ໄດ້ມອບເຄື່ອງບັນເທົາທຸກໃຫ້ຄອບຄົວທຸກຍາກ ຢູ່ບ້ານ ອຸດົມໃຊ ຈຳນວນ 11 ຄອບຄົວ.ເຄື່ອງດັ່ງກ່າວປະກອບມີ:ຜ້າຮົ່ມ, ໝອນ, ສາດ, ເຄື່ອງສຸຂະອະນາໄມ ແລະ ອາຫານແຫ້ງຈຳນວນນື່ງ ລວມມູນຄ່າ 40 ລ້ານກວ່າກີບ. ສ່ວນເຄື່ອງຊ່ວຍເຫລືອອີກຈໍານວນໜຶ່ງ ຈະສືບຕໍ່ໄປມອບໃຫ້ແກ່ຄອບຄົວທຸກຍາກຕໍ່ໄປ.
ເຄື່ອງທີ່ນໍາໄປມອບຄັ້ງນີ້ ແມ່ນ ເນື່ອງໃນໂອກາດ ວັນເກີດຂອງ ພຣະອາຈານໃຫຍ່ ມະຫາເຫວດ ມະເສໄນ ຮອງປະທານສູນກາງ ອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ ຄົບຮອບ 86 ປີ ແລະ 66 ພັນສາ. ເຊີ່ງເພິ່ນໄດ້ມອບເຄື່ອງດັ່ງກ່າວໃຫ້ອົງການກາແດງແຫ່ງຊາດລາວ ເພື່ອນຳໄປ ມອບໃຫ້ປະຊາຊົນ ເມືອງວຽງທອງ ແຂວງບໍລິຄຳໄຊແລະ ເມືອງບົວລະພາ ແຂວງຄຳມ່ວນ. ລວມມູນຄ່າ 80 ລ້ານກວ່າກີບ.
May be an image of 15 people and text