ແຂວງຫລວງພະບາງ ວາງມາດຕະການສະກັດກັ້ນ ແລະ ປ້ອງກັນໄຟໄໝ້ລາມປ່າຢ່າງເຂັ້ມງວດແຕ່ຫົວປີ ເພື່ອບໍ່ໃຫ້ເກີດໄຟໄໝ້ລາມປ່າຄືຜ່ານມາ ເພາະນອກຈາກສົ່ງຜົນກະທົບຕໍ່ເນື້ອທີ່ປ່າໄມ້ ແລະ ສິ່ງແວດລ້ອມ ຍັງສົ່ງຜົນກະທົບຕໍ່ການທ່ອງທ່ຽວພາຍໃນແຂວງຕື່ມອີກ.
ທ່ານ ສີວອນ ວົງຄໍາຈັນ, ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງຫລວງພະບາງ ໃຫ້ສໍາພາດຕໍ່ນັກຂ່າວວິ ທະຍຸກະຈາຍສຽງແຫ່ງຊາດລາວ ໃນວັນທີ 12 ມີນານີ້ວ່າ: ເນື່ອງຈາກໃນປີ 2023 ຜ່ານມາ, ທຸກເມືອງພາຍໃນແຂວງຫລວງພະບາງ ປະ ສົບກັບບັນຫາໄຟໄໝ້ລາມປ່າ ເຮັດໃຫ້ເນື້ອທີ່ເສຍຫາຍເປັນຈໍານວນຫລາຍ. ຊຶ່ງນອກ ຈາກສົ່ງຜົນກະ ທົບຕໍ່ເນື້ອທີ່ປ່າໄມ້ ຍັງເຮັດໃຫ້ເກີດມົນລະພິດທາງອາກາດ ເພາະເປັນໝອກຄວັນ ເຮັດໃຫ້ບາງຄັ້ງຍົນຂຶ້ນ-ລົງບໍ່ໄດ້, ພ້ອມນີ້ ຍັງສົ່ງຜົນກະທົບຕໍ່ການທ່ອງທ່ຽວ ເພາະນັກທ່ອງທ່ຽວບໍ່ສາມາດເດີນທາງມາທ່ອງທ່ຽວໄດ້.
ເພື່ອປ້ອງກັນໄຟໄໝ້ລາມປ່າແຕ່ຫົວປີ, ພະແນກກະສິກໍາ ແລະ ປ່າໄມ້ແຂວງ ໄດ້ຈັດຕັ້ງຜັນຂະຫຍາຍບັນດານິຕິກໍາທີ່ກ່ຽວຂ້ອງຂອງຂັ້ນເທີງ ແລະ ຂອງແຂວງ, ຈາກນັ້ນໄດ້ອອກແຈ້ງການເຖີງຫ້ອງການກະສິກໍາ ແລະ ປ່າໄມ້ 11 ເມືອງ ແລະ 1 ນະຄອນ, ລວງເຖີງອົງການປົກຄອງແຕ່ລະບ້ານທີ່ມີຄວາມສ່ຽງ ເພື່ອເພີ່ມທະວີການສະກັດກັ້ນ ແລະ ປ້ອງກັນໄຟໄໝ້ລາມປ່າຈາກການຖາງປ່າເຮັດໄຮ່, ການບຸກເບີກເນື້ອທີ່ທໍາການຜະລິດ ແລະ ອື່ນໆ, ກະກຽມກໍາລັງ ແລະ ອຸປະ ກອນເພື່ອມອດໄຟ, ລວມເຖີງແຕ່ງຕັ້ງຄະນະຮັບຜິດຊອບເຄື່ອນໄຫວຊຸກຍູ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວຢູ່ບັນດາບ້ານທີ່ມີຄວາມສ່ຽງເກີດໄຟໄໝ້ລາມປ່າ ແລະ ອື່ນໆ ເຮັດໃຫ້ໃນຕົ້ນປີນີ້ເຖີງວ່າປະກົດເຫັນບາງເຂດມີໄຟໄໝ້ລາມປ່າ ແຕ່ບໍ່ຮຸນແຮງ ແລະ ສາມາດຄວບ ຄຸມໄດ້ໂດຍໄວ.
ທ່ານ ສີວອນ ວົງຄໍາຈັນ ໃຫ້ຮູ້ຕື່ມວ່າ: ໂດຍລວມແລ້ວທຸກເມືອງໄດ້ເອົາໃຈໃສ່ປ້ອງກັນໄຟໄໝ້ລາມປ່າຢ່າງເຂັ້ມງວດ, ແຕ່ໃນນີ້ ທີ່ເອົາໃຈໃສ່ເປັນພິເສດກວ່າໝູ່ແມ່ນ 2 ເມືອງ ຄື: ນະຄອນຫລວງພະບາງ ແລະ ເມືອງຈອມເພັດ ເນື່ອງຈາກເປັນສອງເມືອງທີ່ມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ອງທ່ຽວເປັນຈໍານວນຫລາຍ. ນອກຈາກນີ້ ຍັງເປັນສອງເມືອງທີ່ເຄີຍມີໄຟໄໝ້ລາມປ່າເກີດຂຶ້ນຫລາຍກວ່າເມືອງອື່ນໆ.
ອີງຕາມຂໍ້ມູນຈາກກົມປ່າໄມ້, ກະຊວງກະສິກຳ ແລະ ປ່າໄມ້ ໃຫ້ຮູ້ວ່າ: ໃນປີ 2023 ຜ່ານມາ, ທົ່ວປະເທດມີເນື້ອທີ່ປ່າໄມ້ເສຍຫາຍຍ້ອນໄຟໄໝ້ລາມປ່າທັງໝົດ 476.964 ເຮັກຕາ, ໃນນີ້ ແຂວງຫລວງພະບາງ ໄດ້ຮັບຄວາມເສຍຫາຍຈາກໄຟໄໝ້ລາມປ່າ 57.050 ເຮັກຕາ ຊຶ່ງຈັດຢູ່ອັນດັບທີສອງຮອງຈາກແຂວງໄຊຍະບູລີ ທີ່ມີປ່າໄມ້ເສຍ ຫາຍຈາກໄຟໄໝ້ລາມປ່າ 62.544 ເຮັກຕາ.
Cr: BT, ວສລ





