ກອງປະຊຸມປຶກສາຫາລືທາງດ້ານການເມືອງ ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ເບລາ ຣຸດຊີ ຄັ້ງທີ 3 ຈັດຂຶ້ນໃນວັນທີ 14 ມີນາ 2024 ທີ່ກະຊວງການຕ່າງປະເທດ ໂດຍການເປັນປະທານຮ່ວມ ລະ ຫວ່າງ ທ່ານ ບຸນເຫລືອ ພັນດານຸວົງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ເຢັບເກນີ ເຊດຕາສະກົບ ຮອງລັດຖະມົນຕີກະຊວງການ ຕ່າງປະເທດ ແຫ່ງ ສ ເບລາຣຸດຊີ ໃນໂອກາດທີ່ທ່ານ ແລະ ຄະນະ ໄດ້ເດີນທາງມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ຢ່າງເປັນທາງ ການ ໃນລະຫວ່າງວັນທີ 12-15 ມີນາ 2024 ເພື່ອເຂົ້າຮ່ວມການສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສອງປະເທດ ລາວ-ເບລາຣຸດຊີ ຄົບຮອບ 30 ປີ.
ກອງປະຊຸມຄັ້ງນີ້, ຖືເປັນຂີດຫມາຍສຳຄັນໃນການທົບທວນຕີ ລາຄາການພົວພັນຮ່ວມມືສອງຝ່າຍ ໃນໄລຍະ ຜ່ານມາ, ເວົ້າລວມ ແມ່ນເພື່ອປຶກສາຫາລືຮ່ວມກັນ ກ່ຽວກັບຂໍ້ສະດວກ-ຂໍ້ຫຍຸ້ງຍາກ ແລະ ທິດທາງການຮ່ວມມືລະ ຫວ່າງສອງປະເທດ ໂດຍມີເປົ້າ ໝາຍເຮັດໃຫ້ ສອງກະຊວງການຕ່າງປະເທດ ສືບຕໍ່ກົນໄກປຶກສາ ຫາລືສອງຝ່າຍ ຢ່າງເປັນ ປົກກະຕິ, ສ້າງເງື່ອນໄຂທີ່ເອື້ອອຳນວຍໃຫ້ແກ່ການແລກປ່ຽນຄະນະຜູ້ແທນຂັ້ນສູງໃນຕໍ່ໜ້າ, ສືບຕໍ່ສົ່ງ ເສີມການປະສານສົມ ທົບກັນ ລະຫວ່າງ ສອງກະຊວງການຕ່າງ ປະເທດ ລາວ ແລະ ເບລາຣຸດຊີ ໃຫ້ໃກ້ຊິດຍິ່ງຂຶ້ນ, ມີປະສິດທິ ພາບ, ປະສິດທິຜົນ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.
ໃນໂອກາດນີ້, ສອງຝ່າຍ ໄດ້ເຫັນດີເປັນເອກະພາບຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ລາວ-ເບລາຣຸດຊີ ທີ່ສືບຕໍ່ໄດ້ຮັບການເສີມຂະຫຍາຍຂຶ້ນເປັນກ້າວໆມາ, ພາຍ ຫລັງທີ່ສອງປະເທດ ໄດ້ສ້າງຕັ້ງສາຍພົວພັນການ ທູດນຳກັນ ໃນວັນທີ 7 ກຸມພາ 1994, ໂດຍສະເພາະການພົບປະແລກ ປ່ຽນຂອງການນຳຂັ້ນສູງສອງປະເທດ ເປັນແຕ່ລະໄລຍະ, ການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ເປັນຕົ້ນ ອົງການສະຫະປະຊາຊາດ, ອາຊຽນ ແລະ ອື່ນໆ. ພິເສດ, ການມາຢ້ຽມຢາມ ສປປ ລາວ ຄັ້ງນີ້ ສປປ ລາວ-ເບລາ ຣຸດຊີ ໄດ້ຈັດພິທີສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 30 ປີ ເພື່ອລະນຶກເຖິງວັນສໍາຄັນດັ່ງກ່າວ ແລະ ສ້າງບັນຍາກາດອັນຟົດຟື້ນໃຫ້ແກ່ການເສີມຂະຫຍາຍການພົວພັນຮ່ວມມືສອງປະເທດ.
ສອງຝ່າຍ ເຫັນດີສືບຕໍ່ຊຸກຍູ້ໃຫ້ມີການແລກປ່ຽນການຢ້ຽມ ຢາມພົບປະຂອງ ການນຳຂັ້ນສູງສອງປະເທດ ລວມ ເຖິງການໄປມາຫາສູ່ລະຫວ່າງປະຊາຊົນ ໃຫ້ຫລາຍຂຶ້ນ, ສືບຕໍ່ກົນໄກການຈັດກອງປະຊຸມປຶກສາຫາລືດ້ານການເມືອງ ລະຫວ່າງ ສອງກະຊວງ ການຕ່າງປະເທດ ລາວ-ເບລາຣຸດຊີ ຄັ້ງທີ 4, ເຫັນດີສືບຕໍ່ຂະຫຍາຍການພົວພັນຮ່ວມມືດ້ານພັກ ແລະ ການທູດປະຊາຊົນ, ຊຸກຍູ້ໃຫ້ມີການພົວພັນກັນຫລາຍຂຶ້ນລະຫວ່າງ ບັນດານັກທຸລະ ກິດ, ນັກທ່ອງທ່ຽວ ແລະ ການພົວ ພັນຂອງອົງການຈັດຕັ້ງທາງສັງຄົມ; ແລກປ່ຽນການພົບປະລະຫວ່າງ ລັດຖະສະພານຳກັນ, ຊຸກຍູ້ສົ່ງເສີມການຮ່ວມມືທາງ ດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ໃຫ້ຫລາຍຂຶ້ນ ໂດຍສືບຕໍ່ປຶກສາຫາລືຜ່ານກົນໄກຂອງຄະນະກຳມາທິການ ຮ່ວມມືສອງຝ່າຍ(JC), ຊຸກຍູ້ການຮ່ວມມືໃນວຽກງານຄວາມໝັ້ນຄົງ ແລະ ປ້ອງກັນຊາດ, ການເງິນ-ການທະນາຄານ, ສາທາລະນະສຸກ, ການສຶກສາ, ການພັດທະນາຊັບພະ ຍາກອນມະນຸດ, ການທ່ອງທ່ຽວ, ວັດທະນະທຳ ແລະ ຂະແໜງ ການອື່ນໆ. ໂອກາດນີ້, ຝ່າຍເບລາຣຸດຊີ ຍິນດີຈະຊ່ວຍຊຸກຍູ້ໂຄ ສະນາໃຫ້ປະຊາຊົນຂອງຕົນ ເຂົ້າມາທ່ອງທ່ຽວ ສປປ ລາວ ຫລາຍຂຶ້ນ ໂດຍສະເພາະໃນປີທ່ອງທ່ຽວລາວ ປີ 2024.
ພ້ອມກັນນີ້, ສອງຝ່າຍ ຍັງໄດ້ຢືນຢັນຄືນຈະໃຫ້ການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ, ທັງໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການພັດທະນາເສດຖະ ກິດ-ສັງຄົມ ໃນປັດຈຸບັນ ແລະ ແລກປ່ຽນຄຳຄິດເຫັນຕໍ່ບາງບັນ ຫາສະພາບການພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີ ຄວາມສົນໃຈຮ່ວມກັນ.
ໃນໂອກາດນີ້, ທ່ານຮອງລັດຖະມົນຕີ ບຸນເຫລືອ ພັນດານຸວົງ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈມາຍັງ ລັດຖະບານ ແລະ ປະຊາຊົນ ເບລາຣຸດຊີ ທີ່ໄດ້ໃຫ້ການຮ່ວມມື ແລະ ສະໜັບສະໜູນ ຊ່ວຍເຫລືອ ສປປ ລາວ ໃນໄລຍະຜ່ານມາ ເຊິ່ງໄດ້ປະກອບສ່ວນສຳຄັນເຂົ້າໃນການພັດທະ ນາເສດຖະກິດ-ສັງຄົມຂອງ ສປປ ລາວ ເປັນແຕ່ລະໄລຍະ, ສະແດງຄວາມຫວັງຢ່າງຍິ່ງວ່າ ສປປ ລາວ ຈະສືບຕໍ່ໄດ້ຮັບການຮ່ວມມື ແລະ ສະໜັບ ສະ ໜູນຈາກ ເບລາຣຸດຊີ ໃນຕໍ່ໜ້າ, ອວຍພອນໃຫ້ສາຍພົວພັນມິດຕະພາບ ລາວ-ເບລາຣຸດຊີ ຈົ່ງສືບ ຕໍ່ໄດ້ຮັບການເສີມຂະ ຫຍາຍຂຶ້ນສູ່ບາດກ້າວໃໝ່ໃນອະນາຄົດ ແລະ ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງປະເທດ ລາວ-ເບລາຣຸດຊີ.
ໃນຕອນບ່າຍ, ທ່ານຮອງລັດຖະມົນຕີ ເຢັບເກນີ ເຊດຕາສະກົບ ພ້ອມດ້ວຍຄະນະ ກໍໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການ ຕ່າງປະເທດ ແຫ່ງ ສປປ ລາວ ເພື່ອສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຈາກລັດຖະບານ ກໍຄື ປະຊາຊົນລາວ ພ້ອມທັງໄດ້ແຈ້ງໃຫ້ຊາບເຖິງ ຈຸດປະສົງຂອງການເດີນທາງມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ລວມທັງ ຜົນສໍາເລັດຂອງການພົບ ປະເຮັດວຽກກັບຄູ່ຮ່ວມຕໍາແໜ່ງຝ່າຍລາວ ໃນກອງປະຊຸມປຶກສາຫາລືທາງດ້ານການເມືອງ ຄັ້ງທີ 3 ພ້ອມທັງແຈ້ງ ໃຫ້ຊາບວ່າ ການຈັດກອງປະຊຸມປຶກສາຫາລືດ້ານການເມືອງ ລະຫວ່າງ ສອງກະຊວງການຕ່າງປະເທດ ເບລາຣຸດຊີ-ລາວ ຄັ້ງທີ 4 ໃນລະດັບຮອງລັດຖະມົນຕີ ແມ່ນຝ່າຍເບລາຣຸດຊີ ຈະສືບຕໍ່ເປັນເຈົ້າພາບ.





