ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກະຊວງ ຖວທ ຈັດກອງປະຊຸມວຽກງານກວດກາປະຈໍາປີ 2023

Mar 15, 2024

ກະຊວງ ຖວທ ຈັດກອງປະຊຸມວຽກງານກວດກາປະຈໍາປີ 2023
ກອງປະຊຸມວຽກງານກວດກາປະຈຳປີ 2023 ແລະ ທິດທາງແຜນການປີ 2024 ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ຫລື ຖວທ ຈັດຂື້ນໃນຕອນເຊົ້າ 15 ມີນາ 2024 ທີ່ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ. ໂດຍການເປັນປະທານຂອງ ທ່ານ ວັນສີ ກົວມົວ ກຳມະການສຳຮອງສູນກາງພັກ ຮອງເລຂາຄະນະບໍລິຫານງານສູນກາງພັກ ປະທານກວດກາ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ, ມີບັນດາສະຫາຍຄະນະປະຈຳພັກ ,ກຳມະການພັກ ເລຂາຄະນະພັກຮາກຖານ ,ເລຂາໜ່ວຍພັກ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ວັນສີ ກົວມົວ ມີຄໍາເຫັນວ່າ: ການກວດກາແມ່ນການພາລະບົດບາດຕົ້ນຕໍໃນການນຳພາຊີ້ນຳຂອງພັກ ແລະ ການຄຸ້ມຄອງຂອງລັດ, ມະຕິກອງປະຊຸມໃຫ່ຍຄັ້ງທີ 11 ຂອງພັກ ໄດ້ກໍານົດວ່າ ພັກເຮົາຍາມໃດກໍ່ຖືວ່າວຽກງານກວດກາແມ່ນ 1 ໃນພາລະບົດບາດ ແລະ ແບບແຜນການນໍາພາຂອງພັກ ບໍ່ມີການກວດກາກໍ່ໜາຍຄວາມວ່າ ບໍ່ມີການນຳພາ ,ໃນເງື່ອນໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດການເງິນ ວຽກງານກວດກາຍິ່ງມີຄວາມສຳຄັນ, ຜ່ານມາ ຄະນະພັກຄະນະນໍາ ແລະ ປະທານກວດກາພັກ ກະຊວງ ໄດ້ເອົາໃຈໃສ່ຊີ້ນໍານໍາພາວຽກງານກວດກາຢ່າງເຂັ້ມແຂງ ແລະ ທັນເວລາ ສາມາດຊອກເຫັນປະກົດການທີ່ລະເມີດກົດໝາຍຢູ່ໃນກົງຈັກຂອງພັກ-ລັດ ຊຸກຍູ້ວຽກງານຕິດຕາມກວດກາຢ່າງເດັດຂາດ,ແຂງແຮງ ແລະ ເປັນລະບົບຕໍ່ເນື່ອງ ,ການກວດກາການປະຕິບັດວິໄນລະບຽບຂອງພັກ,ມະຕິຄຳສັ່ງຂໍ້ກຳນົດກົດໜາຍຂອງລັດຖືສຳຄັນ ແລະ ເປັນບູລິມະສິດຕໍ່ການສະກັດກັ້ນຕ້ານການສໍ້ລາດບັງຫລວງ ໃນກົງຈັກການຈັດຕັ້ງ,ຖັນແຖວພະນັກງານສະມາຊິກພັກ ແລະ ການແກ້ໄຂປະກົດການຫຍໍ້ທໍ້ ຖືເປັນຄວາມຮັບຜິດຊອບຂອງຜູ້ເຮັດວຽກງານໂດຍກົງ ເປັນການຊີ້ນຳໂດຍກົງຂອງຄະນະພັກຄະນະນຳບ່ອນທີ່ກ່ຽວຂ້ອງ ເພື່ອສະກັດກັ້ນ ແລະ ຕ້ານປະກົດການຫຍໍ້ທໍ້ ການສໍ້ລາດບັງຫລວງ ໃຫ້ໄດ້ຢ່າງເຂັ້ມແຂງ.
ກອງປະຊຸມຄັ້ງນີ້ ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງ ແລະ ປະກອບຄຳເຫັນ ຕໍ່ບົດສະຫຼຸບວຽກງານກວດກາປີ 2023 ແລະ ທິດທາງແຜນການປີ 2024 ,ບົດສະຫຼຸບຂະບວນການກໍ່ສ້າງໜ່ວຍພັກ ປອດໃສ,ເຂັ້ມແຂງ,ໜັກແໜ້ນ ປະຈຳປີ 2023 ແລະ ທິດທາງແຜນການປີ 2024 ,ບົດລາຍງານຫຍໍ້ການເຄື່ອນໄຫວຈັດຕັ້ງ ປະຕິບັດວຽກງານກວດກາສູນກາງໄລຍະຜ່ານມາ ແລະ ທິດທາງວຽກງານຈຸດສຸມປີ 2024,ເຜີຍແຜ່ຄຳແນະນຳການຈັດຕັ້ງປະຕິບັດກົດໜາຍວ່າດ້ວຍກວດກາລັດ ສະບັບປັບປຸງ, ເຜີຍແຜ່ມະຕິວ່າດ້ວຍການຍູ້ແຮງການຜັນຂະຫຍາຍແນວທາງປ່ຽນແປງໃໜ່ສູ່ລວງເລິກ ສ້າງການຫັນປ່ຽນທີ່ແຂງແຮງ,ເລິກເຊິ່ງ ແລະ ຮອບດ້ານໃນການນຳພາຂອງພັກ.