ຊາວລາວໄດ້ເຫັນຮູບຮ່າງທີ່ສວຍງາມແລະ ຄວາມທັນສະໄໝຢ່າງປະຈັກຕາແລ້ວ ສຳລັບເຮືອບິນ C919 ແລະ ARJ21 ຂອງບໍລິສັດ COMAC ຈີນທີ່ໄດ້ມາວາງສະແດງຢູ່ສະໜາມບິນສາກົນວັດໄຕນະຄອນຫຼວງວຽງຈັນແລະບິນສາທິດຢູ່ລາວເປັນເວລາ 2 ວັນ. ສະນັ້ນ, ໃນອານາຄົດປະຊາຊົນລາວຄືຊິໄດ້ເດີນທາງໄປມາທັງພາຍໃນ ແລະຕ່າງປະເທດຕາມເສັ້ນທາງການບິນຂອງລາວດ້ວຍເຮືອບິນໂດຍສານສອງລຸ້ນທີ່ຜະລິດຈາກຈີນນີ້ຢ່າງແນ່ນອນ.
ເລີ່ມແຕ່ທ້າຍເດືອນກູມພາ ທີ່ຜ່ານມານີ້, ເຮືອບິນ C919 ແລະ ARJ21 ໄດ້ວາງສະແດງແລະ ບິນສາທິດຢູ່ຫວຽດນາມ, ລາວ, ກຳປູເຈຍ ແລະ ອິນໂດເນເຊຍ ຕາມລຳດັບ. ຕົ້ນຕໍແມ່ນສະແດງໃຫ້ເຫັນເຖິງສະມັດຖະພາບຂອງເຮືອບິນ ແລະສ້າງພື້ນ ຖານໃຫ້ແກ່ການບຸກເບີກຕະຫຼາດຢູ່ອາຊີຕາເວັນອອກສຽງໃຕ້.ຕາມກຳນົດ, ເຮືອບິນສອງລຳດັ່ງກ່າວແມ່ນໄດ້ບິນກັບຄືນສູ່ນະຄອນຊຽງໄຮ້ປະເທດຈີນໃນວັນທີ 14 ມີນານີ້ເຊິ່ງເປັນການສິ້ນສຸດໜ້າທີ່ການບິນໃນຄັ້ງນີ້.
ເຖິງວ່າ, ລັດວິສາຫະກິດການບິນລາວຫຼືສາຍການບິນລາວໃນປັດຈຸບັນຍັງບໍ່ທັນມີເຮືອບິນທັງສອງລຸ້ນນີ້ໄວ້ບໍລິການຜູ້ໂດຍສານເທື່ອກໍຕາມແຕ່ຊາວລາວຍັງຕັ້ງໜ້າຕັ້ງຕາລໍຄອຍທີ່ຈະໄດ້ເດີນທາງໄປກັບເຮືອບິນ C919 ແລະ ARJ21 ຂອງຈີນຢ່າງໃຈຈົດຈໍ່. ໃນງານວາງສະແດງແລະ ບິນສາທິດຢູ່ລາວ, ມີຜູ້ຊົມຫຼາຍທ່ານລວມທັງວິຊາ ການຂອງສາຍການບິນລາວແລະອື່ນໆ ຕ່າງກໍໄດ້ເຫັນແລະຮັບຮູ້ວ່າ: ເຮືອບິນສອງລຸ້ນຄື C919 ແລະ ARJ27 ແມ່ນເຮືອບິນທີ່ມີມາດຕະຖານສູງດ້ານຄວາມປອດໄພລະ ດັບສາກົນ.
ນອກນີ້, ຮູບໂສມພາຍນອກແມ່ນຈົບງາມ ແລະ ທັນສະໄໝ ຄວບຄູ່ກັບການອອກແບບພາຍໃນຫ້ອງຜູ້ໂດຍສານທີ່ສະດວກສະບາຍ. ເຮືອບິນທັງສອງລຸ້ນນີ້ ແມ່ນມີຄວາມເໝາະສົມຫຼາຍຕໍ່ການບິນພົນລະເຮືອນຢູ່ສປປລາວ, ເພາະເປັນເຮືອບິນທີ່ມີຂະໜາດບໍ່ໃຫຍ່ເກີນໄປແລະ ບໍ່ນ້ອຍເກີນໄປ.ສຳລັບເຮຶອບິນ C919 ສາມາດບັນຈຸຜູ້ໂດຍໄດ້ເຖິງ 192 ທີ່ນັ່ງແລະເຮືອຍິນ ARJ21 ແມ່ນບັນຈຸໄດ້ 90 ທີ່ນັ່ງ. ອີງຕາມໜັງ ສືພິມວຽງຈັນທາຍ (Vientiane Times)ເມື່ອບໍ່ດົນທີ່ຜ່ານມານີ້, ທ່ານຄຳຫຼ້າພົມມະວັນຜູ້ອຳນວຍການລັດວິສາຫະກິດການບິນລາວກ່າວຢູ່ໃນງານວາງສະແດງການບິນຢູ່ສະໜາມບິນສາກົນວັດໄຕນະຄອນຫຼວງວຽງຈັນວ່າ:ລາວປະທັບໃຈໃນການນຳສະເໜີຂອງບໍລິສັດCOMACແລະຄຸນນະພາບຂອງເຮືອບິນຈາກປະເທດຈີນຊຶ່ງໄດ້ສະແດງໃຫ້ເຫັນເຖິງຄວາມປອດໄພ ຂະໜາດ, ການອອກແບບແລະສິ່ງອຳນວຍຄວາມສະ ດວກຕ່າງໆ ທີ່ໄດ້ມາດຕະຖານສາກົນ.
ນັບແຕ່ເປີດການນຳໃຊ້ແບບທຸລະກິດໃນວັນທີ 28 ພຶດສະພາປີ 2023 ຈົນຮອດວັນທີ 31 ມັງກອນປີ 2024 ນີ້, ເຮືອບິນໂດຍສານ C919 ຈຳນວນ 4 ລຳຂອງບໍລິສັດການບິນ China Eastern ໄດ້ດຳເນີນງານແບບທຸລະກິດລວມທັງໝົດ 2.666 ຊົ່ວ ໂມງແລ້ວ, ບິນຖ້ຽວບິນທຸລະກິດຈຳນວນ 918 ຖ້ຽວ, ຂົນສົ່ງຜູ້ໂດຍສານຫຼາຍກວ່າ 116.000 ເທື່ອຄົນ; ມາຮອດທ້າຍປີ 2023 ທີ່ຜ່ານມາ, ລວມທັງໝົດມີບໍລິສັດລູກ ຄ້າ 28 ແຫ່ງໄດ້ສັ່ງຈອງເຮືອບິນ C919 ຈຳນວນ 815 ລຳ.
ໃນເດືອນກັນຍາປີ 2023, ບໍລິສັດ Gallop Air ທີ່ເປັນບໍລິສັດການບິນທີ່ສ້າງຕັ້ງຂຶ້ນໃໝ່ຂອງບຣູໄນໄດ້ວາງແຜນຈະຈັດຊື້ເຮືອບິນ 30 ລຳຈາກບໍລິສັດ COMAC ຂອງຈີນ, ໃນນັ້ນ ລວມທັງ ເຮືອບິນ C919 ຈຳນວນ 15 ລຳ ແລະ ARJ21 ຈຳນວນ 15 ລຳ.
ບໍລິສັດເຮືອບິນການຄ້າຈີນໄດ້ຢືນຢັນວ່າ:ນັບແຕ່ເຮືອບິນ ARJ21 ເລີ່ມໃຫ້ບໍລິ ການດ້ານການຄ້າໃນເດືອນມິຖຸນາປີ 2016 ເປັນຕົ້ນມາ, ໄດ້ສົ່ງມອບເຮືອບິນ 127 ລຳໃຫ້ແກ່ບໍລິສັດ Air China, ບໍລິສັດ China eastern, ບໍລິສັດການບິນ TransNusaຂອງອິນໂດເນເຊຍ ແລະ ອື່ນໆ, ທັງໝົດໄດ້ບິນຕາມເສັ້ນທາງການບິນຫຼາຍກວ່າ 400 ສາຍ, ບິນໄປສູ່ຕົວເມືອງຫຼາຍກວ່າ 140 ແຫ່ງ, ໄດ້ຂົນສົ່ງຜູ້ໂດຍສານຢ່າງປອດໄພຫຼາຍກວ່າ 11 ລ້ານເທື່ອຄົນ.ສໍາລັບປະເທດລາວແລ້ວ, ໃນອານາຄົດຊາວລາວຄືຊິໄດ້ເດີນທາງໄປມາທັງພາຍໃນ ແລະຕ່າງປະເທດຕາມເສັ້ນທາງການບິນຂອງລາວດ້ວຍເຮືອບິນໂດຍສານສອງລຸ້ນທີ່ຜະລິດຈາກຈີນນີ້ຢ່າງແນ່ນອນ.





