ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລາວ-ຈີນ ຮ່ວມມືກັນພັດທະນາເຕັກໂນໂລຊີ ແລະການສື່ສານຫັນເປັນດິຈິຕອນ

Mar 16, 2024

ທ່ານ ແກ້ວວີສຸກ ໂສລະພົມ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຮ່ວມເດີນທາງກັບ ຄະນະກຳມະທິ ການຮ່ວມມື ລາວ-ຈີນ ນຳພາໂດຍທ່ານ ໄຊຊະນະ ສິດທິພອນ ຮອງປະທານຄະນະກໍາມະການຮ່ວມມື ລາວ-ຈີນ ເຂົ້າຮ່ວມປະຊຸມ ກັບອົງການພັດທະນາ ແລະ ຮ່ວມມືສາກົນ ສປ ຈີນ (CIDCA) ເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງ ປັກກິ່ງ ສປ ຈີນ.
ໂຄງການນີ້ເປັນໂຄງການໜຶ່ງທີ່ໄດ້ຮັບການເຫັນດີຈາກລັດ ຖະບານລາວ ເພື່ອສະເໜີການຊ່ວຍເຫຼືອຈາກ ລັດຖະບານ ສປ ຈີນ ໃນຊ່ວງໄລຍະປີ 2018. ມາຮອດປະຈຸບັນ ໂຄງການດັ່ງກ່າວໄດ້ສຳເລັດການສຳຫຼວດ, ເກັບກຳຂໍ້ມູນ, ອອກແບບ ແລະ ກຳນົດກອບວຽກທີ່ຈະປະກອບໃນໂຄງການເບື້ອງຕົ້ນ ໂດຍມີຈຸດປະສົງຫຼັກແມ່ນເພື່ອພັດທະນາສ້າງລະບົບໂຄງລ່າງພື້ນຖານສູນຂໍ້ມູນແຫ່ງຊາດ, ລະບົບໂຄງຂ່າຍຄວາມໄວສູງ ເພື່ອຮອງຮັບການຫັນເປັນດິຈິຕອນ ແລະ ຫັນປ່ຽນ ສປປ ລາວ ຈາກ ປະເທດ Land Locked ເປັນ Land Linked ຕາມວິໄສທັດການພັດທະນາເສດຖະ ກິດດິຈິຕອນ ແຫ່ງຊາດ ໄລຍະ 20 ປີ (2021-2040), ຍຸດທະສາດການພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ ໄລ ຍະ 10 ປີ (2021-2030).
ໃນໂອກາດປະຊຸມພົບປະຄັ້ງນີ້, ທ່ານຮອງລັດຖະມົນຕີ ໄດ້ລາຍງານເຖິງຄວາມສຳຄັນຈຳເປັນຂອງ ໂຄງການດັ່ງກ່າວ ຊຶ່ງເປັນໂຄງການໜຶ່ງທີ່ຈະຊຸກຍູ້ການຈັດຕັ້ງແຜນຍຸດທະສາດການຫັນເປັນດິຈິຕອນ ຂອງ ສປປ ລາວ. ພ້ອມນັ້ນ, ໄດ້ສະເໜີໃຫ້ອົງ ການ CIDCA ຊ່ວຍພັກດັນພິຈະນາໂຄງການດັ່ງກ່າວເພື່ອໃຫ້ໄດ້ເຊັນສັນຍາແລກປ່ຽນ ໃນວາລະໂອກາດທີ່ການນຳທັງສອງປະເທດຈະໄດ້ພົບປະກັນໃນກອງປະຊຸມອາຊຽນ ທ້າຍປີ 2024 ແລະກ້າວໄປສູ່ຂັ້ນຕອນຈັດຕັ້ງປະຕິບັດໂດຍໄວ.
ທີ່ມາ: ຂ່າວສານເຕັກໂນໂລຊີ ແລະການສື່ສານ.