ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເປັນ​ຫຍັງ​ເສດ​ຖະ​ກິດ​ຈີນ​ຈິ່ງ​ຈະ​ສາ​ມາດ​ຟື້ນ​ຕົວ​ດີ​ຂຶ້ນ?

Mar 20, 2024

ຫວ່າງ​ມໍ່ໆ​ມາ​ນີ້, ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດຫຼາຍ​ແຫ່ງ​ລ້ວນ​ແຕ່​ກ່າວ​ວ່າ, ຕະຫຼາດ​ຈີນ​ເປັນ​ຕະຫຼາດ​ທີ່​ທົດ​ແທນ​ບໍ່​ໄດ້, ພວກ​ເຂົາ​ມີ​ຄວາມ​ເຫັນ​ໄປ​ໃນ​ແງ່​ດີ​ຕໍ່​ທ່ວງ​ທ່າ​ຂະ​ຫຍາຍ​ຕົວ​ເປັນ​ຢ່າງ​ດີ​ຂອງເສດ​ຖະ​ກິດ​ຈີນ. ທ່ວງ​ທ່າ​ແບບ​ນີ້​ມາ​ຈາກ​ໃສ? ພວກ​ເຮົາ​ມາ​ຊອກ​​ຫາຄຳ​ຕອບ​ຈາກ​ສະ​ພາບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ແຫ່ງ​ຊາດ​ຈີນ​ ໃນ​ເດືອນ​ມັງ​ກອນ​ ຫາ​ເດືອນ​ກຸມ​ພາ​ປີ​ນີ້ ທີ່​​ທາງ​ການ​ຈີນ​ເປີດ​ເຜີຍ​ເມື່ອ​ບໍ່​ດົນ​ມາ​ນີ້.
ມູນ​ຄ່າ​ເພີ່ມ​ຂອງ​ອຸດ​ສາ​ຫະ​ກຳ​ຂະ​ໜາດ​ໃຫຍ່​ຂອງ​ຈີນ​ໄດ້​ເພີ່ມ​ຂຶ້ນ 7% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ; ໃນ​ອຸດ​ສາ​ຫະ​ກຳ​ໃຫຍ່ 41 ປະ​ເພດ​ນັ້ນ, ມູນ​ຄ່າ​ເພີ່ມ​ຂອງ 39 ປະ​ເພດ​ໄດ້​ບັນ​ລຸ​ການ​ເຕີບ​ໂຕ​ເປັນ​ເລກບວກ, ເຊິ່ງ​ກວມ 95,1%; ການ​ລົງ​ທຶນ​ດ້ານ​ອະ​ສັງ​ຫາ​ລິ​ມະ​ຊັບ​ໄດ້​ເພີ່ມ​ຂຶ້ນ 4,2% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ. ຕົວ​ເລກ​ຂໍ້​ມູນ​ເຫຼົ່າ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ, ສະ​ພາບ​ພື້ນ​ຖານ​ທີ່​ເສດ​ຖະ​ກິດ​ຈີນ​ພັດ​ທະ​ນາ​ໄປ​ສູ່​ທິດ​ທາງ​ທີ່​ດີ​ເປັນ​ໄລ​ຍະ​ຍາວ​ນານ​ນັ້ນ ບໍ່​ມີ​ການ​ປ່ຽນ​ແປງ, ປີ​ນີ້​ບັນ​ລຸ​ການ​ເຕີບ​ໂຕ​ໃນ​ຕົ້ນ​ປີ ແລະ ສາ​ມາດ​ຮັກ​ສາ​ທ່ວງ​ທ່າ​ການ​ຟື້ນ​ຕົວ​​ທີ່ດີ​ຂຶ້ນ​ຕໍ່​ໄປ.
ເມື່ອ​ຄົ້ນ​ຄວ້າ​ຕະຫຼາດ​ໃຫຍ່​ຂອງ​ຈີນ​ຢ່າງ​ເລິກ​ເຊິ່ງ​ແລ້ວ​ເຫັນ​ວ່າ, ທ່ວງ​ທ່າ​ທີ່​ດີ​ມີ​ຢູ່​ທຸກ​ທົ່ວ​ໄປ. ມາ​ສັງ​ເກດ​​ເບິ່ງການ​ບໍ​ລິ​ໂພກ​ກ່ອນ, ນັບ​ແຕ່​ເດືອນ​ມັງ​ກອນ​ຫາ​ເດືອນ​ກຸມ​ພາ​ປີ​ນີ້, ຍອດ​ມູນ​ຄ່າ​​ຂາຍ​ຍ່ອຍເຄື່ອງ​ອຸ​ປະ​ໂພກ-ບໍ​ລິ​ໂພກ​ໃນ​ສັງ​ຄົມ​ຈີນ​ໄດ້​ເພີ່ມ​ຂຶ້ນ 5,5% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ, ການ​ບໍ​ລິ​ໂພກ​ໃນ​ສັງ​ຄົມ​ຈີນ​ໄດ້​ເພີ່ມ​ຂຶ້ນ​ຕື່ມ​ອີກ.
ປັດ​ຈຸ​ບັນ, ການ​ພັດ​ທະ​ນາ “ກຳ​ລັງ​ການ​ຜະ​ລິດ​ໃນ​ຄຸນ​ນະ​ພາບ​ໃໝ່” ໄດ້​ກາຍ​ເປັນ​ຄຳ​ສັບ​ສຳ​ຄັນ​ທີ່​ເປັນ​ຂໍ​ກະ​ແຈ​ໃນ​ເສດ​ຖະ​ກິດ​ຈີນ ໂດຍ​ສະ​ເພາະ​ແມ່ນ​ການ​ນຳ​ໃຊ້​ເຄື່ອງ​ມື​ຜະ​ລິດ​ໃໝ່ ເຊັ່ນ: ອິນ​ເຕີ​ເນັດ​ອຸດ​ສາ​ຫະ​ກຳ​ເປັນ​ຕົ້ນ, ໄດ້​ປັບ​ປຸງ​ຂັ້ນ​ຕອນ​ການ​ຜະ​ລິດ​ໃຫ້​ດີ​ຂຶ້ນ​ຕື່ມ​ອີກ.
ສິ່ງ​ທີ່​ຄວນ​ເອົາ​ໃຈ​ໃສ່​ນັ້ນ​ກໍ​ຄື ນັບ​ແຕ່​ເດືອນ​ມັງ​ກອນ​ຫາ​ເດືອນ​ກຸມ​ພາ​ປີ​ນີ້, ຍອດ​ມູນ​ຄ່າ​ການ​ຄ້າ​ຂາ​ເຂົ້າ-ຂາ​ອອກ​ສິນ​ຄ້າ​ປະ​ເພດ​ຈັບ​ຕ້ອງ​ໄດ້​ຂອງ​ຈີນ​​ໄດ້​ເພີ່ມ​ຂຶ້ນ 8,7% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ, ການ​ຄ້າ​ນຳ​ເຂົ້າ ແລະ ການ​ຄ້າ​ສົ່ງ​ອອກ​ລ້ວນ​ແຕ່​ໄດ້​ບັນ​ລຸ​ການ​ເພີ່ມ​ຂຶ້ນ. ການ​ຄ້າ​ກັບ​ຕ່າງ​ປະ​ເທດ​ຂອງ​ຈີນ​ໄດ້​ເພີ່ມ​ຂຶ້ນ​ອ່າວ​ໄວ, ຈະ​​ເປັນ​ການກະ​ຕຸກ​ຊຸກ​ຍູ້​ການ​ຟື້ນ​ຟູ​ດ້ານ​ການ​ຄ້າ ແລະ ເສດ​ຖະ​ກິດ​ຂອງ​ທົ່ວ​ໂລກ​ຢ່າງ​ແຂງ​ແຮງ.
ພຶດ​ຕິ​ກຳ​ຕົວ​ຈິງ​ພິ​ສູດ​ວ່າ, ປັດ​ໄຈ​ທີ່​ຄ້ຳ​ຊູ​ການ​ຟື້ນ​ຕົວ​ຂອງ​ເສດ​ຖະ​ກິດ​ຈີນ​ແມ່ນ​ນັບ​ມື້​ນັບຫຼາຍ​ຂຶ້ນ, ເສດ​ຖະ​ກິດ​ຈີນ​ມີ​ຄວາມ​ສາ​ມາດ​ບັນ​ລຸ​ການ​ເຕີບ​ໂຕ “ແບບ​ກ້າວ​ກະ​ໂດດ​ຂັ້ນ” ແລະ ສຳ​ເລັດ​ເປົ້າ​ໝາຍ​ແລະ​ໜ້າ​ທີ່​ໝົດ​ປີ ພ້ອມ​ທັງ​ນຳ​ເອົາ​ຄວາມ​ອົບ​ອຸ່ນ​ມາໃຫ້​ແກ່​ເສດ​ຖະ​ກິດ​ໂລກ.