ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຮອງນາຍົກລັດຖະມົນຕີ ເນັ້ນໜັກໃຫ້ແຂວງຄໍາມ່ວນ ເອົາໃຈໃສ່ພັດທະນາເສດຖະ ກິດ ຕາມ 3 ທ່າແຮງໃຫ້ດີຂຶ້ນກວ່າເກົ່າ

Mar 20, 2024

ຮອງນາຍົກລັດຖະມົນຕີ ເນັ້ນໜັກໃຫ້ແຂວງຄໍາມ່ວນ ເອົາໃຈໃສ່ພັດທະນາເສດຖະ ກິດ ຕາມ 3 ທ່າແຮງໃຫ້ດີຂຶ້ນກວ່າເກົ່າ
ວັນທີ 19 ມີນາ 2024 ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດ ຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວເຮັດວຽກຢູ່ແຂວງຄຳມ່ວນ ໂດຍໄດ້ໂອ້ລົມພະນັກງານການນຳຫຼັກແຫຼ່ງຂອງແຂວງທີ່ເຮືອນຮັບ ແຂກ ເລກ 1 ແຂວງ.
ໃນໂອກາດນີ້ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ໄດ້ລາຍງານກ່ຽວ ກັບການພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ໂດຍອີງໃສ່ 3 ທ່າແຮງຕົ້ນຕໍ ຄື: ກະສິກຳ, ອຸດສາຫະກຳພະລັງງານ-ບໍ່ແຮ່ ແລະ ການບໍລິການທາງຜ່ານ ແລະ ທ່ອງ ທ່ຽວ. ໃນປີ 2023 ຜ່ານມາ ເສດຖະກິດຂອງແຂວງ ຂະຫຍາຍຕົວຢູ່ໃນລະດັບ 5,88%, ລວມຍອດຜະລິດຕະພັນພາຍໃນບັນລຸໄດ້ 16.593 ຕື້ກີບ ເທົ່າກັບ 111,43%, ທຽບໃສ່ປີຜ່ານມາ ເພີ່ມຂຶ້ນ 18,39%, ລາຍຮັບສະເລ່ຍຕໍ່ຫົວຄົນ ເທົ່າ ກັບ 36,5 ລ້ານກີບ ຫຼື ເທົ່າກັບ 1.979 ໂດລາສະຫະລັດ,
ວຽກງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ແມ່ນໄດ້ສຸມທຶນຮອນ, ງົບປະມານເຂົ້າໃນການປັບປຸງພື້ນຖານໂຄງລ່າງ ແລະ ຍົກລະດັບການບໍລິ ການ ເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນ, ໃນປະຈຸບັນທົ່ວແຂວງມີບ້ານພົ້ນທຸກ 441 ບ້ານ ກວມເອົາ 77,37%, ບ້ານທຸກຍາກມີ 129 ບ້ານ ກວມເອົາ 22,63%, ບ້ານພັດທະນາ 222 ບ້ານ ກວມ 38,95%, ຄອບຄົວພົ້ນທຸກ 65.880 ຄອບຄົວ ເທົ່າ ກັບ 79,19%, ຄອວຄົວທຸກຍາກມີ 17.312 ຄອບຄົວ ເທົ່າກັບ 20,81%, ຄອບຄົວພັດທະນາ 54.909 ຄອບຄົວ ເທົ່າກັບ 66% ແລະ ອື່ນໆ.
ໃນໂອກາດນີ້ ທ່ານ ສະເຫຼີມໄຊ ກົມມະສິດ ກໍ່ໄດ້ມີຄຳເຫັນໂອ້ລົມໃຫ້ທິດຊີ້ນຳຕໍ່ການນຳຂັ້ນແຂວງຄຳມ່ວນ ເຊິ່ງທ່ານໄດ້ສະແດງຄວາມຊົມເຊີຍມາຍັງການນຳຂອງແຂວງ ທີ່ໄດ້ພ້ອມກັນສູ້ຊົນຈັດຕັ້ງປະຕິບັດວຽກງານຫຼາຍດ້ານແມ່ນໄດ້ບັນລຸຕາມຈຸດປະສົງ ແລະ ເປົ້າໝາຍ ໂດຍສະເພາະການເກັບລາຍຮັບໃນປີທີ່ຜ່ານມາ ກາຍເປັນແຂວງທີ່ມີຄວາມໂດດເດັ່ນໃນການເກັບລາຍຮັບງົບປະມານໄດ້ເກີນແຜນ ພ້ອມນີ້ກໍ່ໃຫ້ການນຳຂອງແຂວງ, ຂອງເມືອງ ສືບຕໍ່ເອົາໃຈໃສ່ສຶກສາອົບຮົມທາງດ້ານການເມືອງ-ແນວຄິດ, ປຸກລະດົມຈິດໃຈ ສະມາຊິກພັກ-ພະນັກງານ ໃຫ້ມີຄວາມໜັກແໜ້ນ ໂດຍສະ ເພາະໃນສະພາບທີ່ປະເທດເຮົາກຳລັງປະເຊີນກັບບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໃນປະຈຸບັນ, ເອົາໃຈໃສ່ປັບປຸງແບບແຜນວິທີນໍາພາ, ວິທີເຮັດວຽກ, ເອົາໃຈໃສ່ລົງໃກ້ຊິດຕິດແທດກັບທ້ອງຖິ່ນຮາກຖານໃຫ້ຫຼາຍຂຶ້ນ, ຕໍ່ກັບການພັດທະນາຍຸດທະສາດ ຕາມ 3 ທ່າແຮງຂອງແຂວງທີ່ໄດ້ກຳນົດ ແມ່ນໃຫ້ມີຄວາມດຸ່ນດ່ຽງລະຫວ່າງ ຂະແໜງການອຸດສາຫະກຳພະລັງງານ-ບໍ່ແຮ່ ກັບຂະແໜງການບໍລະການ ແລະ ທ່ອງທ່ຽວ ເພື່ອໃຫ້ມີຄວາມຍືນຍົງ. ນອກນີ້ ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ຍົກໃຫ້ເຫັນກ່ຽວກັບສະພາບຂອງພາກພື້ນ ແລະ ສາກົນ ທີ່ເປັນບັນຫາກະທົບຕໍ່ກັບການພັດທະນາເສດຖະກິດ-ສັງຄົມ ຂອງປະເທດເຮົາໃນປະຈຸບັນ.
ຈາກນັ້ນ ຄະນະທ່ານຮອງນາຍົກລັດຖະມົນຕີ ກໍ່ໄດ້ເດີນທາງໄປຢ້ຽມຢາມບໍລິສັດຊີໂນ-ອາກຣີ ໂປຕາສ ທີ່ບ້ານດົງໃຕ້ ເມືອງທ່າແຂກ ເຊິ່ງໃຫ້ການຕ້ອນຮັບຂອງທ່ານ ໂຖງ ຢົງເຫີງ ຜູ້ອຳນວຍການບໍລິສັດ ຊີໂນ-ອາກຣີ ໂປຕາສ ຈຳກັດ ພ້ອມທັງລາຍງານກ່ຽວກັບການດຳເນີນກິດຈະການຂອງບໍລິສັດ ແລະ ແຜນຍຸດທະສາດໃນຕໍ່ໜ້າ. ພ້ອມນີ້ ທ່ານຮອງນາຍົກລັດຖະມົນຕີ ກໍ່ໄດ້ຊົມເຊີຍຕໍ່ການດຳເນີນກິດຈະການ ແລະ ການລົງທຶນຂອງບໍລິສັດ ທີ່ຕິດພັນກັບການປະກອບສ່ວນທາງດ້ານພັນທະໃຫ້ແກ່ລັດຖະບານ ແລະ ພັດທະນາຊຸມຊົນ, ສ້າງວຽກເຮັດງານທຳໃຫ້ແກ່ແຮງງານໃນທ້ອງ ຖິ່ນ ເຊິ່ງພັກ-ລັດຖະບານ ຍາມໃດກໍ່ໃຫ້ຄວາມສຳຄັນ ຕໍ່ການພັດທະນາຂອງບໍລິສັດຕະຫຼອດມາ, ສ່ວນບັນດາຂໍ້ສະເໜີຂອງບໍລິສັດ ເປັນຕົ້ນແມ່ນການສ້າງນິຄົມອຸດ ສາຫະກຳພາຍໃນເຂດຂອງໂຄງການ, ການຊອກຫາແຫຼ່ງຖ່ານຫີນ ເພື່ອມາສະໜອງໃຫ້ແກ່ການຜະລິດກະແສໄຟຟ້າ ແມ່ນຈະໄດ້ນຳໄປສະເໜີຕໍ່ຄະນະລັດຖະບານ ເພື່ອຄົ້ນຄວ້າທາງດ້ານກົນໄກ, ນິຕິກຳໃນການຄຸ້ມຄອງເປັນອັນລະອຽດ ລວມເຖິງຂອດນະ ໂຍບາຍຕ່າງໆ.
ສ່ວນບັນຫາຖ່ານຫີນ ແມ່ນໃຫ້ບໍລິສັດ ສະເໜີຄິດໄລ່ດ້ານໂຄງສ້າງລາຄາ, ຄວາມຕ້ອງການທາງດ້ານປະລິມານ ເພື່ອລັດຖະບານຈະໄດ້ຊ່ວຍໃນການເຈລະຈາກັບບໍລິ ສັດທີ່ຂຸດຄົ້ນ ເພື່ອສະໜອງເຮັດໃຫ້ໂຄງການໄດ້ຈັດຕັ້ງປະຕິບັດໂດຍໄວ.
Cr: Medialaos