ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສຕລ ຈະເປີດສູນຝຶກຈຳປີ – ຈຳປາ ທີ່ສອງແຂວງພາກເຫນືອ

Mar 21, 2024

ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ໃຫ້ຮູ້ວ່າ: ສຕລ ພວມກະກຽມເປີດສູນຝຶກບານເຕະຈຳປີ-ຈຳປາຢູ່ແຂວງ ຊຽງ ຂວາງ ແລະແຂວງ ບໍ່ແກ້ວ ໃນອີກບໍ່ດົນນີ້. ເພື່ອກະກຽມຄວາມພ້ອມໃນໂຄງການດັ່ງກ່າວ ເມື່ອບໍ່ດົນມານີ້ ໄດ້ສົ່ງພະນັກງານ ວິຊາການ ພະເເນກເຕັກນິກ – ວິທະຍາເດີນທາງໄປສົມທົບກັບສະຫະພັນບານເຕະແຂວງ ແລະ ອົງການປົກຄອງທັງສອງແຂວງເພື່ອຮວ່ມກັນສຳຫຼວດກວດກາຄືນຄວາມພ້ອມດ້ານຕ່າງໆ,ລວມທັງສະຖານ ທີ່ບ່ອນສ້າງສູນຝຶກແລະປຶກສາຫາລືຄວາມເປັນໄປໄດ້ໃນການເປີດສູນຝຶກຈຳປີ-ຈຳປາ.
ມາຮອດປັດຈຸບັນ, ສຕລ ໄດ້ເປີດສູນຝຶກກິລາບານເຕະເຍົາວະຊົນຈໍາປີ-ຈໍາປາ ມາແລ້ວ 4 ແຫ່ງຄື: ແຫ່ງທີ 1 ຢູ່ນະຄອນຫຼວງ ວຽງຈັນ, ແຫ່ງທີ 2 ແຂວງຫຼວງພະບາງ, ແຫ່ງທີ 3 ຢູ່ ແຂວງຈຳ ປາສັກ ແລະ ແຫ່ງທີ 4 ຢູ່ແຂວງຫຼວງນໍ້າທາ.
ທີ່ມາ: Lao Football Federation.