ໃນວັນທີ 20 ມີນາ 2024 ການນໍາກະຊວງ ປກສ ໄດ້ນໍາກະຕ່າດອກໄມ້ເຂົ້າອວຍພອນອະດີດການນໍາ ແລະ ຄອບຄົວອະດີດການນໍາ ກະຊວງ ປກສ ເນື່ອງໃນໂອກາດວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 63 ປີ (5 ເມສາ 1961-5 ເມສາ 2024) ເພື່ອສະແດງເຖິງຄວາມຮູ້ບຸນຄຸນຕໍ່ຄຸນງາມຄວາມ ດີ, ຜົນງານ ແລະ ຄວາມເສຍສະຫຼະຂອງບັນດາທ່ານທີ່ໄດ້ນຳພາ- ຊີ້ນຳ ກະຊວງ ປກສ ຕະຫຼອດໄລຍະຜ່ານມາ.
ການນໍາເອົາກະຕ່າດອກໄມ້ເຂົ້າອວຍພອນອາດີດການນຳ ແລະ ຄອບຄົວອາດີດການນໍາ ກະຊວງ ປກສ ຄັ້ງນີ້ ໄດ້ແບ່ງອອກເປັນ 4 ຄະນະ ດັ່ງນີ້: ຄະນະຂອງ ພົອ ວິໄລ ຫຼ້າຄໍາຟອງ ໄດ້ເຂົ້າອວຍພອນ ພົຕ ສົມແກ້ວ ສີລາວົງ ອະດີດລັດຖະມົນຕີກະຊວງ ປກສ, ພົຕ ປອ ທອງເຫຼັກ ມັງໜໍ່ເມກ ອະດີດຮອງລັດຖະມົນຕີກະຊວງ ປກສ.
ຄະນະຂອງ ພົທ ກົງທອງ ພົງພິຈິດ ກໍາມະການສູນກາງພັກ ຮອງລັດຖະມົນຕີກະຊວງ ປກສ ໄດ້ເຂົ້າອວຍພອນ ພົຕ ສິນທະວົງ ໄຊຍະກອນ ອະດີດຮອງລັດຖະມົນຕີກະຊວງ ປກສ, ພົຕ ສົມຫວັງ ທໍາມະສິດ ອະດີດຮອງລັດຖະມົນຕີກະຊວງ ປກສ.
ຄະນະຂອງ ພົຕ ສົມວັນ ສາຍລ້ອງພາ ຮອງລັດຖະມົນຕີກະຊວງ ປກສ ໄດ້ເຂົ້າອວຍພອນ ຄອບຄົວ ຂອງ ພົຕ ຊຽງສົມ ກຸນລະວົງ ອະດີດຮອງລັດຖະມົນຕີກະຊວງ ປກສ, ຄອບຄົວ ພົຕ ຄໍາຜົນ ບຸດດາຄໍາ ອະດີດຮອງລັດຖະມົນຕີກະຊວງ ປກສ, ຄອບຄົວ ພົຕ ຕຸລາ ອິນທາທິລາດ ອາດີດຮອງລັດຖະມົນຕີກະຊວງ ປກສ.
ຄະນະຂອງ ພົຈວ ແອ່ນ ອຸ່ນອານົງນຸດ ຄະນະພັກກະຊວງ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ ໄດ້ເຂົ້າອວຍພອນ ພົຈວ ຄຳແວວ ສີໂຄດຈຸນລະມະນີ ອະດີດຫົວໜ້າກຳມາທິການ ປກຊ- ປກສ ສະພາແຫ່ງຊາດ ສະໄໝທີ 5, ຄອບຄົວ ພົຕ ສຸດໃຈ ທໍາມະສິດ ອະດີດຮອງລັດຖະມົນຕີກະຊວງ ປກສ ແລະ ຄອບຄົວ ພົຈວ ບຸນມາ ມີທອງ ອະດີດຮອງລັດຖະມົນຕີກະຊວງ ປກສ.
ການນໍາກະຕ່າດອກໄມ້ເຂົ້າອວຍພອນ ຄະນະນໍາ ກະຊວງ ປກສ ຄັ້ງນີ້, ແຕ່ລະຄະນະໄດ້ກ່າວສະແດງຄວາມຮູ້ບຸນຄຸນຕໍ່ອະ ດີດການນໍາ, ຄອບຄົວອະດີດການນໍາ ພ້ອມທັງກ່າວຄໍາອວຍ ພອນໄຊອັນປະເສີດໃຫ້ບັນດາທ່ານມີສຸຂະພາບແຂງແຮງ, ມີພະລານາໄມສົມບູນ, ສືບຕໍ່ເປັນແບບຢ່າງ ແລະ ໃຫ້ທິດຊີ້ນໍາ ກະຊວງ ປກສ, ຖ້າຫາກວຽກໃດບໍ່ທັນເຮັດໄດ້ດີ, ບໍ່ສອດຄ່ອງກັບລະບຽບກົດໝາຍ ໃຫ້ມີທິດຊີ້ນໍາຢ່າງກົງໄປກົງມາ ເຊິ່ງຄະນະນໍາ ກໍຄື ກຳລັງປ້ອງກັນຄວາມສະຫງົບປະຊາຊົນ ຜູ້ສືບທອດ ຈະນໍາເອົາບົດຮຽນດັ່ງກ່າວໄປຈັດຕັ້ງຜັນຂະຫຍາຍປັບປຸງ ແລະ ພັດ ທະນາກຳລັງ ປກສ ໃຫ້ດີຂຶ້ນກວ່າເກົ່າ.
ທີ່ມາ: ວາລະສານ ປກສ










