ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທ່ານ ຫວໍວັນເຖືອງ ຍື່ນໃບລາອອກຈາກຕຳແໜ່ງ

Mar 21, 2024

ຂ່າວສານຫວຽດນາມລາຍງານວ່າ: ໃນວັນທີ 20 ມີນາ ຜ່ານມານີ້ ຢູ່ສຳນັກງານສູນກາງພັກ ທີ່ ຮ່າໂນ້ຍ, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ XIII ໄດ້ຈັດກອງປະຊຸມພິຈາລະນາ, ປະກອບຄຳເຫັນກ່ຽວກັບການລາອອກຂອງ ທ່ານ ຫວໍວັນເຖືອງ ປະທານປະເທດແຫ່ງ ສສ ຫວຽດນາມ ປະທານສະພາປ້ອງກັນຊາດປ້ອງກັນຄວາມສະຫງົບອາຍຸການ 2021 – 2026.
ຂ່າວລະບຸວ່າ: ທ່ານ ຫວໍວັນເຖືອງ ແມ່ນພະນັກງານຫຼັກແຫຼ່ງຂອງພັກ ແລະ ລັດຖະບານ ຫວຽດນາມ, ໄດ້ຮັບການບຳລຸງສ້າງພື້ນຖານ, ເຕີບໃຫຍ່ຈາກຂັ້ນຮາກຖານ, ໄດ້ຮັບການມອບໝາຍຫຼາຍຕຳແໜ່ງທີ່ສຳຄັນຂອງພັກ ແລະ ລັດ. ໂດຍເຫັນໄດ້ໜ້າທີ່ຄວາມຮັບຜິດຊອບຕໍ່ພັກ, ລັດ ແລະ ປະຊາຊົນ, ທ່ານ ຫວໍວັນເຖືອງ ໄດ້ຍື່ນໃບຄຳຮ້ອງຂໍລາອອກຈາກທຸກຕຳແໜ່ງທີ່ໄດ້ຮັບການແຕ່ງຕັ້ງ.
ໂດຍອີງໃສ່ຂໍ້ກຳນົດໃນປັດຈຸບັນຂອງພັກ, ລັດ ແລະ ພິຈາລະນາຕາມຄວາມປາຖະໜາຂອງທ່ານ ຫວໍວັນເຖືອງ ຄະນະບໍລິຫານງານສູນກາງພັກ ໄດ້ເຫັນດີຕາມຄຳສະເໜີໃຫ້ ທ່ານ ຫວໍວັນເຖືອງ ລາອອກຈາກຕຳແໜ່ງທີ່ຕົນຮັບຜິດຊອບທັງໝົດ.
ຂ່າວຈາກ: ປະຊາຊົນ
May be an image of 1 person