ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຫ້ອງວ່າການສູນກາງພັກ ວາງກະຕ່າດອກໄມ້ ຕໍ່ໜ້າຮູບປັ້ນຫຼໍ່ຂອງ ປະທານ ໄກສອນ

Mar 21, 2024

ໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງຫ້ອງວ່າການສູນກາງພັກ (ຫສພ) ຄົບຮອບ 69 ປີ (24/3/1955-24/3/2024) ແລະ ສະຫຼຸບຜົນງານປະຈໍາປີ 2023 ຂອງ ຫສພ, ສະຫາຍ ທອງສະລິດ ມັງໜໍ່ເມກ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າ ຫສພ ໄດ້ນໍາພາຄະນະພັກ, ພະນັກງານນໍາພາຫຼັກແຫຼ່ງທົ່ວຫ້ອງວ່າການສູນກາງພັກ ນໍາເອົາກະຕ່າດອກໄມ້ອັນສວຍສົດງົດງາມ ແລະ ຫອມຫວນມາວາງຕໍ່ໜ້າຮູບປັ້ນຫຼໍ່ ຂອງປະທານ ໄກສອນ ພົມວິຫານ ໃນວັນທີ 21 ມີນາ ນີ້.
ການວາງກະຕ່າດອກໄມ້ຄັ້ງນີ້, ເພື່ອສະແດງຄວາມເຄົາລົບຮັກ ກະຕັນຍູຮູ້ບຸນຄຸນຕໍ່ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ດີເດັ່ນ ແລະ ເຄົາລົບຮັກຂອງພັກ-ລັດ ແລະ ປວງຊົນລາວທັງຊາດ, ຜູ້ຈັດຕັ້ງນໍາພາພາລະກິດປະຕິວັດອັນຍິ່ງໃຫຍ່ ຂອງປະເທດເຮົາ ຈາກໄຊະນະນີ້ສູ່ໄຊຊະນະໃໝ່ທີ່ຍິ່ງໃຫຍ່ກວ່າເກົ່າ; ເພິ່ນໄດ້ເສຍ ສະຫຼະເຫື່ອແຮງ, ສຸມສະຕິປັນຍາ ເຂົ້າໃນການນຳພາ-ຊີ້ນໍາ ພາລະກິດປະຕິວັດ ຕໍ່ສູ້ຕ້ານການຮຸກຮານຂອງພວກຈັກກະພັດລ່າເມືອງຂຶ້ນ, ສາມາດຍາດໄດ້ໄຊຊະນະ ແລະ ປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນ. ພາຍຫຼັງສະຖາປະນາ ສປປ ລາວ, ເພິ່ນຍັງເປັນຜູ້ນໍາທີ່ມີແນວຄິດລິເລີ່ມ ແລະ ຊອກຫາແນວທາງການປ່ຽນແປງໃໝ່ ຊຶ່ງໄດ້ນໍາເອົາຄວາມຢູ່ເຢັນເປັນສຸກມາສູ່ປະຊາຊົນລາວບັນດາເຜົ່າ ແລະ ນໍາພາສ້າງປະຖົມປັດໄຈ ກ້າວຂຶ້ນສັງຄົມນິຍົມ ຢ່າງໜັກແໜ້ນ.
ໃນບັນຍາກາດທີ່ເຕັມໄປດ້ວຍຄວາມໝາຍສໍາຄັນຍິ່ງ ແລະ ຢືນຢູ່ຕໍ່ໜ້າຮູບປັ້ນຫຼໍ່ ທີ່ສັກກາລະບູຊາຂອງປະທານ ໄກສອນ ພົມ ວິຫານ ທີ່ເຄົາລົບຮັກ ຄະນະພັກ-ຄະນະນໍາ ຕະຫຼອດຮອດພະ ນັກງານ-ລັດຖະກອນທຸກທົ່ວໜ້າຂອງ ຫສພ ໄດ້ສະແດງຄວາມເຄົາລົບຮັກ, ຮູ້ບຸນຄຸນຢ່າງສູງ ແລະ ຈາລຶກຊື່ສຽງຮຽງນາມ, ຄຸນງາມຄວາມດີ, ແບບຢ່າງອັນປະເສີດເລີດລໍ້າຂອງປະທານ ໄກສອນ ພົມວິຫານ ໄວ້ໃນດວງໃຈຕະຫຼອດກາລະນານ.
(ຂ່າວ-ພາບ: ສຸກສະຫວັນ)