ພັນໂທ ບຸນຍົງ ໄຊປັນຍາ, ຮອງຫົວໜ້າພະແນກຕໍາຫລວດສະກັດກັ້ນ ແລະ ຕ້ານອັກຄີໄພ, ຫ້ອງຕໍາຫລວດປ້ອງກັນຄວາມສະຫງົບນະຄອນຫລວງວຽງຈັນ ໃຫ້ສໍາພາດຕໍ່ສື່ມວນຊົນເມື່ອບໍ່ດົນມານີ້ວ່າ: ປີ 2023 ຜ່ານມານີ້, ທົ່ວນະຄອນຫລວງວຽງຈັນ ມີອັກຄີໄພເກີດຂຶ້ນທັງໝົດ 64 ຄັ້ງ ເຮັດໃຫ້ເຮືອນເສຍຫາຍ 21 ຫລັງ, ຕະຫລາດ 11 ຫ້ອງ, ຫ້ອງແຖວ 2 ຫລັງ, ບໍລິສັດ 4 ແຫ່ງ, ລົດເກັງ 1 ຄັນ, ລົດຈັກໄຟຟ້າ 1 ຄັນ, ໂຮງແຮມ 7 ຫ້ອງ ແລະ ອື່ນໆ ລວມມູນຄ່າຜົນເສຍຫາຍຫລາຍກວ່າ 9 ຕື້ກີບ, 30 ລ້ານບາດ, 55.000 ໂດລາສະຫະລັດ ແລະ 55.000 ຢວນ.
ສາເຫດຂອງອັກຄີໄພ ແມ່ນເກີດຈາກໄຟຟ້າຊ໊ອດ 15 ຄັ້ງ, ໄຟຟ້າລັດວົງຈອນ 11 ຄັ້ງ, ຈູດຂີ້ເຫຍື້ອ ແລະ ປ່າຫຍ້າ 32 ຄັ້ງ, ໃຕ້ທູບທຽນບູຊາ 2 ຄັ້ງ, ຂັດຄ່ອງສະພາບເຕັກນິກຂອງເຄື່ອງຈັກ 1 ຄັ້ງ ແລະ ຢູ່ໃນຂັ້ນຕອນສືບສວນສອບສວນ 15 ຄັ້ງ.
ພັນໂທ ບຸນຍົງ ໄຊປັນຍາ ຍັງໄດ້ຮຽກຮ້ອງມາຍັງທຸກອົງການຈັດຕັ້ງ ແລະ ທຸກຊັ້ນຄົນ, ນັບທັງຊາວຕ່າງປະເທດທີ່ອາໃສຢູ່ນະຄອນຫລວງວຽງຈັນ ຈົ່ງເພີ່ມສະຕິເອົາໃຈໃສ່ປ້ອງກັນອັກຄີໄພໃຫ້ສູງຂຶ້ນກວ່າເກົ່າ ໂດຍສະເພາະໃນສະພາບອາກາດຮ້ອນອົບເອົ້່າໃນປັດຈຸບັນນີ້ ເຊີ່ງອາດເຮັດໃຫ້ເກີດອັກຄີໄພໄດ້ງ່າຍ, ຕ້ອງກວດການເຄື່ອງໃຊ້ໄຟຟ້າໃນຄົວເຮືອນເປັນປະຈໍາ ແລະ ມອດໄຟ, ທັງໄຟຟ້າ ແລະ ໄຟດັງໃຫ້ລະອຽດທຸກຄັ້ງກ່ອນອອກຈາກເຮືອນ ເພື່ອຮັບປະກັນບໍ່ໃຫ້ມີອັກຄີໄພເກີດຂຶ້ນ.
ຂ່າວອອນລາຍ, ວສລ



See insights and ads
Boost post
All reactions:
You, Saona Studio.ຊາວນາສະຕູດີໂອ. and 8 others


