ງານເທສະການອາຫານ ລາວ – ສ ເກົາຫຼີ ຄັ້ງທີ I ຈັດຂຶ້ນໃນລະຫວ່າງວັນທີ 3-5 ເມສາ 2024 ນີ້ ທີ່ ສວນເຈົ້າອານຸວົງ (ແຄມຂອງ) ນະຄອນຫຼວງວຽງຈັນ ໂດຍການຮ່ວມມືລະຫວ່າງກົມສົ່ງເສີມການຄ້າ ແລະ ຫັດຖະກຳ, ກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສປປ ລາວ ແລະ ສະມາຄົມນັກທຸລະກິດແມ່ຍິງລາວ, ສະມາຄົມແລກປ່ຽນວັດທະນາທໍາ ແລະ ສິນລະປະ ສ. ເກົາຫຼີ.
ຈຸດປະສົງການຈັດງານຄັ້ງນີ້ ເພື່ອຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມື ແລະ ສ້າງຄວາມສາມັກຄີ ລະຫວ່າງກົມສົ່ງເສີມການຄ້າ ແລະ ຫັດຖະກຳ, ສະມາຄົມນັກທຸລະກິດແມ່ຍິງ ສປປ ລາວ, ສະມາຄົມແລກປ່ຽນວັດທະນາທຳ ແລະ ສີລະປະ ສ ເກົາຫຼີ ໃຫ້ມີບົດບາດອັນໃໝ່ໃນລະດັບສາກົນ, ທັງເປັນການໂຄສະນາຮີດຄອງປະເພນີ ເພື່ອເຊື່ອມສານແລກປ່ຽນວັດທະນາທຳອັນດີງາມ ໃນໂອກາດປີທ່ອງ ທ່ຽວລາວ 2024. ພ້ອມນີ້, ກໍເພື່ອເຊື່ອມສານແລກປ່ຽນວັດທະນະທໍາ ແລະ ສິລະປະ ຂອງ ສ. ເກົາຫຼີ ແລະ ມວນຊົນຊາວລາວໃນຍຸກສະໄໝສິລະປະກໍາ ແລະ ວັດທະນະທຳທີ່ບໍ່ມີພົມແດນ.
ພາຍໃນງານຄັ້ງນີ້ ມີການວາງສະແດງ ແລະ ຂາຍອາຫານລາວ ທີ່ເປັນອາຫານພື້ນເມືອງ ເປັນເອກະລັກຂອງລາວ, ພືດຜັກຜົນຜະລິດກະສິກໍາປອດສານພິດ, ສະ ອາດ ແລະ ປອດໄພ, ອາຫານລາວປະຍຸກ, ສ່ວນອາຫານ ສ ເກົາຫຼີ ແມ່ນຈະເນັ້ນ ໃສ່ບັນດາທຸລະກິດອາຫານທີ່ດໍາເນີນກິດຈະການຢູ່ລາວ ແລະ ອາຫານທີ່ເປັນເອກະລັກຂອງ ສ ເກົາຫຼີ, ພ້ອມນີ້ ມີພໍ່ຄົວສີມືລະດັບສາກົນມາສາທິດການປຸງແຕ່ງອາຫານ.
ນອກຈາກນີ້, ຍັງມີການວາງຂາຍເຄື່ອງຫັດຖະກຳລາວ, ການສະແດງສິລະປະດົນຕີພື້ນເມືອງລາວ, ສະແດງເຄ-ປອບ (K-pop) ແລະ ສະແດງການເດີນແບບໃນຊຸດເກົາຫຼີ ໂດຍມີນັກທຸລະກິດເຂົ້າຮ່ວມທັງໝົດ 65 ຮ້ານ ຊຶ່ງປະກອບມີ ຈາກປະເທດ ສ. ເກົາຫຼີ 25 ຮ້ານ ແລະ ຫົວໜ່ວຍທຸລະກິດຈາກ ສປປ ລາວ 40 ຮ້ານ ມາວາງສະແດງອາຫານ, ເຄື່ອງດື່ມ, ຫັດຖະກຳລາວ, ສິນຄ້າໂອດັອບ ແລະ ອື່ນໆ.






