ພິທີສະຫຼອງວັນສ້າງຕັ້ງ ແຂວງເຊກອງ ຄົບຮອບ 40 ປີ (14/4/1984-14/4/2024) ຈັດຂຶ້ນຢ່າງຍິ່່ງໃຫຍ່ ໃນຕອນແລງວັນທີ 4 ເມສາ 2024 ທີ່ສະໜາມກິລາແຂວງ ໂດຍມີ ທ່ານ ສອນໄຊ ສີພັນດອນ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ເຫຼັໄຫຼ ສີວິໄລ, ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງເຊກອງ, ພ້ອມດ້ວຍການນໍາພັກ-ລັດ ຈາກສູນກາງ, ພາຍໃນແຂວງ, ບັນດາແຂວງໃກ້ຄຽງ, ປະເທດໃກ້ຄຽງ ແລະ ມວນຊົນຊາວແຂວງເຊກອງ ເຂົ້າຮ່ວມ.
ທ່ານ ເຫຼັກໄຫຼ ສີວິໄລ ໄດ້ກ່າວປາໄສຕໍ່ພິທີ ໂດຍໄດ້ຍົກໃຫ້ເຫັນວ່າ: ກ່ອນນີ້ 40 ປີ ເຊກອງເປັນເຂດພູດອຍຫ່າງໄກສອກຫຼີກທີ່ສຸດຂອງປະເທດ, ປະຊາຊົນຍັງມີແນວຄິດຄອງເດີມ, ການເຊື່ອຖືງົມງວາຍ, ພະນັກງານ-ລັດຖະກອນຍັງຂາດເຂີນທັງປະລິມານ ແລະ ຄຸນນະພາບ, ພື້ນຖານໂຄງລ່າງເສດຖະກິດ-ສັງຄົມບໍ່ທັນມີຫຍັງ, ເສັ້ນທາງຄົມມະນາຄົມທາງບົກສຸດທີ່ຫຍຸ້ງຍາກທຸລະກັນດານ, ຊີວິດການເປັນຢູ່ຂອງພະນັກງານ, ທະຫານ, ຕຳຫຼວດ ແລະ ປະຊາຊົນບັນດາເຜົ່າຫຍຸ້ງຍາກຝືດເຄືອງທີ່ສຸດ ແລະ ຂຶ້ນກັບທໍາມະຊາດ 100%, ແຕ່ດ້ວຍຈິດໃຈຟົດຟື້ນປະຕິວັດ, ຄວາມຮັກຊາດຮັກລະບອບໃຫມ່, ຮັກຄວາມເປັນເອກະລາດອັນແຮງກ້າ, ປະຊາຊົນບັນດາເຜົ່າຊາວແຂວງເຊກອງ ພາຍໃຕ້ການນໍາພາ-ຊີ້ນໍາຂອງສູນກາງພັກ-ລັດຖະບານ ກໍຄື ຄະນະພັກ, ອໍານາດການປົກຄອງແຂວງແຕ່ລະສະໄໝ ໄດ້ສາມັກຄີເປັນຈິດຫນຶ່ງໃຈດຽວກັນ, ສູ້ຊົນຜ່ານຜ່າຄວາມຫຍຸ້ງຍາກກັບອຸປະສັກນາໆປະການ ແລະ ທັງເປັນການທົດສອບອັນຂ້ຽວຂາດສັບສົນທີ່ນັບບໍ່ຖ້ວນ.
ໃນ 40 ປີແຫ່ງການບຸກບືນສູ້ຊົນ ໂດຍມີມະຕິກອງປະຊຸມໃຫຍ່ອົງຄະນະພັກແຂວງ ຄັ້ງທີ IV-X ເປັນເຂັມຊີ້ທິດເຍືອງທາງ ເຊິ່ງເຮັດໃຫ້ແຂວງພວກເຮົາໄດ້ຮັບການສ້າງສາພັດທະນາເປັນກ້າວໆ, ເຮັດໃຫ້ໂສມຫນ້າຂອງແຂວງເຊກອງມີການປ່ຽນແປງອັນໃຫຍ່ຫຼວງໃນຫຼາຍດ້ານທີ່ພົ້ນເດັ່ນ ເປັນຕົ້ນກໍາລັງກອງຫຼອນ, ປກສ ບ້ານ ໄດ້ຮັບການປັບປຸງ, ບ້ານປ້ອມໝັ້ນ ແລະ ກຸ່ມບ້ານສູ້ຮົບຕິດລຽນ ໄດ້ຮັບການສ້າງຂຶ້ນໄປພ້ອມໆ ກັບການຍົກປະລິມານ ແລະ ຄຸນນະພາບຂອງກຳລັງທ້ອງຖິ່ນ ເຊິ່ງສາມາດທັບມ້າງກົນອຸບາຍຂອງພວກຄົນບໍ່ດີ ແລະ ອິດທິກຳລັງປໍລະປັກໄດ້ຢ່າງຊິ້ນເຊີງ ແລະ ຮັບປະກັນໃຫ້ແຂວງມີຄວາມສະຫງົບປອດໄພ, ເປັນລະບຽບຮຽບຮ້ອຍໃນທົ່ວສັງຄົມໂດຍພື້ນຖານ ແລະ ໜັກແໜ້ນຂຶ້ນເທື່ອລະກ້າວ.
ຈາກການພ້ອມກັນຈັດຕັ້ງປະຕິບັດແນວທາງປ່ຽນແປງໃຫມ່ຮອບດ້ານຢ່າງມີຫຼັກການຂອງພັກ, ເຮັດໃຫ້ການສ້າງສາພັດທະນາເສດຖະກິດ-ສັງຄົມກ້າວສູ່ຄຸນນະພາບໃຫມ່, ໄດ້ຫັນປ່ຽນຈາກການທໍາມາຫາກິນແບບທໍາມະຊາດ ໄປສູ່ການຜະລິດສິນຄ້າເທື່ອລະກ້າວ, ເສດຖະກິດຂອງແຂວງຂະຫຍາຍຕົວເພີ່ມຂຶ້ນຢ່າງຕໍ່ເນື່ອງ, ເຮັດໃຫ້ການຈັດເກັບລາຍຮັບງົບປະມານ ແຫ່ງລັດ ເພີ່ມຂຶ້ນຕາມລຳດັບໃນແຕ່ລະປີ, ບັນດາພື້ນຖານໂຄງລ່າງເສດຖະກິດໄດ້ຮັບການປັບປຸງແກ້ໄຂ ແລະ ກໍ່ສ້າງໃໝ່ເປັນຈຳນວນຫຼາຍ.
ທ່ານ ເຫຼັກໄຫຼ ສີວິໄລ ຍົກໃຫ້ເຫັນຕື່ມວ່າ: ປັດຈຸບັນ ມີເສັ້ນທາງໄປເຖິງທຸກເມືອງ, ທຸກບ້ານ, ມີລະບົບໄຟຟ້າໃຊ້ທັງ 4 ເມືອງ ແລະ ມີ 18.832 ຄອບຄົວ, ມີ 164 ບ້ານ ໄດ້ຊົມໃຊ້ໄຟຟ້າ; ການລົງທຶນຂອງລັດຂົງເຂດພື້ນຖານໂຄງລ່າງ (ເສັ້ນທາງຄົມມະນາຄົມ, ສຳນັກງານຫ້ອງການ, ຂົງເຂດສຶກສາ, ສາທາລະນະສຸກໄດ້ຮັບການກໍ່ສ້າງໃໝ່ຈຳນວນຫລວງຫລາຍ), ການລົງທຶນຂອງພາກເອກະຊົນພາຍໃນ ແລະ ຕ່າງປະເທດນັບມື້ເພີ່ມຂຶ້ນ ເປັນຕົ້ນແມ່ນການລົງທຶນ ດ້ານພະລັງງານໄຟຟ້ານ້ຳຕົກຫວ້ຍລຳພັນໃຫຍ່, ຫ້ວຍລຳພັນຕອນລຸ່ມ, ເຊກະໝານ 3, ນໍ້າອີ່ມູນ, ຫ້ວຍລະແງ ລວມກຳລັງຕິດຕັ້ງ 538 MW ແລະ ໂຄງການກໍ່ສ້າງໄຟຟ້າພະລັງງານລົມເມືອງດາກຈຶງ 600 MW ປະຈຸບັນປະຕິບັດໄດ້ຫລາຍກວ່າ 50%, ໂຄງການຂຸດຄົ້ນປຸງແຕ່ງແຮ່ຖ່ານຫີນຂອງບໍລິສັດພອນສັກ ແລະ ໂຄງການອື່ນໆກຳລັງລົງມືຈັດຕັ້ງປະຕິບັດ ເຊິ່ງໄດ້ປະກອບສ່ວນເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນຫຼາຍບ້ານດີຂຶ້ນ; ຄວາມທຸກຍາກຂອງປະຊົນໄດ້ຮັບການແກ້ໄຂນັບມື້ດີຂຶ້ນ, ມີຫຼາຍບ້ານ, ຫຼາຍຄອບຄົວ ໄດ້ກາຍເປັນຕົວແບບດ້ານການຜະລິດເປັນສິນຄ້າ, ຕົວແບບຢຸດຕິການຖາງປ່າເຮັດໄຮ່ຫັນມາເຮັດນາ ແລະ ເຮັດສວນ.
ຂົງເຂດວັດທະນາທຳ-ສັງຄົມ ໂດຍສະເພາະພື້ນຖານໂຄງລ່າງການສຶກສາ ແລະ ສາທາລະນະສຸກ ໄດ້ຮັບການຂະຫຍາຍຕົວອອກສູ່ຊົນນະບົດ, ເຮັດໃຫ້ຫຼາຍບ້ານ ແລະ ກຸ່ມບ້ານມີໂຮງຮຽນ ແລະ ສຸກສາລາປະຈຳບ້ານ, ປັດຈຸບັນ ທົ່ວແຂວງມີໂຮງຮຽນ 306 ແຫ່ງ ທຽບໃສ່ກ່ອນການສ້າງຕັ້ງແຂວງເພີ່ມຂຶ້ນ 140 ແຫ່ງ, ມີໂຮງໝໍ 36 ແຫ່ງ ທຽບໃສ່ປີ 1984 ເພີ່ມຂຶ້ນ 32 ແຫ່ງ; ວັດທະນະທຳ-ຮີດຄອງປະເພນີອັນດີງາມຂອງບັນດາເຜົ່າ ໄດ້ຮັບການອະນຸລັກ, ສົ່ງເສີມ ແລະ ພັດທະນານັບມື້ດີຂຶ້ນ, ໄດ້ສ້າງຫຼັກເມືອງ ແລະ ອະນຸສາວະລີອົງແກ້ວ ເຊິ່ງເປັນການຍົກສູງຄຸນຄ່າຂອງບັນ ພະບູລຸດລາວ ກໍຄື ຂອງຊາວແຂວງເຊກອງວິລະຊົນ ແລະ ອື່ນໆ.
ໃນໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ໃຫ້ກຽດໂອ້ລົມ, ເຊິ່ງທ່ານໄດ້ເນັ້ນໜັກໃຫ້ ແຂວງຄະນະພັກ ແລະ ອົງການປົກຄອງແຂວງເຊກອງ ສຸມໃສ່ 6 ວຽກງານສໍາຄັນ ເປັນຕົ້ນ: ສືບຕໍ່ບູລະນະລະບອບປະຊາທິປະໄຕ ປະຊາຊົນ ໃຫ້ສົມບູນຍິ່ງຂຶ້ນ, ສ້າງການຫັນປ່ຽນແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ເພື່ອກ້າວຂຶ້ນສູ່ຈຸດ ໝາຍສັງຄົມນິຍົມ, ປັບປຸງລະບົບການຈັດຕັ້ງ, ກົງຈັກ ແລະ ກົນ ໄກເຄື່ອນໄຫວຂອງບັນດາອົງການອໍານາດລັດແຕ່ລະຂັ້ນໃຫ້ເຂັ້ມແຂງ ແລະ ມີປະສິດທິພາບ, ເສີມຂະຫຍາຍທຸກຄວາມອາດສາມາດ ແລະ ທ່າແຮງບົ່ມຊ້ອນ, ສ້າງການຜະລິດ ແລະບໍລິການໃຫ້ເຂັ້ມແຂງ, ຮັບປະກັນການພັດທະນາແບບຍືນຍົງ ແລະ ເປັນເຈົ້າຕົນເອງ,
ນອກຈາກນີ້, ຕ້ອງຕັ້ງໜ້າພັດທະນາ ຄວາມອາດສາມາດ ແລະ ທ່າແຮງບົ່ມຊ້ອນໃຫ້ເປັນຂະແໜງເສດຖະກິດປາຍແຫຼມ, ສົ່ງເສີມພັດທະນາວິສາຫະກິດພາຍໃນ ໃຫ້ຂະຫຍາຍຕົວ ແລະ ເຂັ້ມແຂງ, ພັດທະນາຊັບພະຍາກອນມະນຸດຢ່າງແຂງແຮງ, ສ້າງສັງຄົມທີ່ປະຊາຊົນເປັນເຈົ້າ, ມີປະຊາທິ ປະໄຕ, ສະເໝີພາບ ແລະ ຍຸຕິທໍາ, ພັດທະນາຄົນໃຫ້ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງ ການຂອງການພັດທະນາທ້ອງຖິ່ນໃນໄລຍະໃໝ່ ແລະ ອື່ນໆ.






