ວັນທີ 5 ເມສາ 2024 ຫ້ອງວ່າການກະຊວງປ້ອງກັນປະເທດ ໄດ້ຈັດພິທີຍ້ອງຍໍຜົນງານ 5 ປີ ເນື່ອງໃນໂອກາດສະເຫລີມສະຫລອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ສາຍໃຈ ກົມມະສິດ ກຳມະການຄະນະປະຈຳພັກກະຊວງ, ຫົວຫນ້າຫ້ອງວ່າການກະຊວງປ້ອງກັນປະເທດ.
ສະຫາຍ ພັນໂທ ຈັນທະວີ ໄຊຍະວົງ ຮອງຫົວຫນ້າຫ້ອງການເມືອງ ຫ້ອງວ່າການກະຊວງປ້ອງກັນປະເທດ ໄດ້ຜ່ານຂໍ້ຕົກລົງວ່າດ້ວຍການມອບຫລຽນໄຊພິລະອາດຫານ ແລະ ໃບຍ້ອງຍໍ ຂອງກະຊວງປ້ອງກັນປະເທດ ໂດຍອີງຕາມມະຕິຕົກລົງຂອງກົມການ ເມືອງສູນກາງພັກ ສະບັບເລກທີ 14/ກມສພ, ລົງວັນທີ 20 ມີ ນາ 2023 ວ່າດ້ວຍການຈັດຕັ້ງສະເຫລີມສະຫລອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ (20 ມັງກອນ 1949 -20 ມັງກອນ 2024). ອີງຕາມຄຳສັ່ງແນະນຳຂອງກະຊວງ ປ້ອງກັນປະເທດ ສະບັບເລກທີ 3502/ກປທ, ລົງວັນທີ 21 ມິຖຸນາ 2023 ວ່າດ້ວຍການຄັດເລືອກຜົນງານ 5 ປີ ເພຶ່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ.
ກະຊວງປ້ອງກັນປະເທດຕົກມອບຫລຽນໄຊພິລະອາດ ຫານຊັ້ນ I 4 ສະຫາຍ, ຊັ້ນ II 28 ສະຫາຍ, ຊັ້ນ III 166 ສະ ຫາຍ, ໃບຍ້ອງຍໍກະຊວງປ້ອງກັນປະເທດ 37 ສະຫາຍ ແລະໃບຍ້ອງຍໍກົມໃຫຍ່ການເມືອງກອງທັບ 16 ສະຫາຍ ເຊິ່ງຜົນງານດັ່ງກ່າວເປັນການປະກອບສ່ວນອັນສຳຄັນເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເພື່ອປົກປັກຮັກສາ ແລະ ພັດທະນາປະເທດຊາດ.
Cr: ປູນາ ສຸດທະວົງ








