ຜົນການສອບເສັງແຂ່ງຂັນນັກຮຽນເກັ່ງລະດັບຊາດ ຊັ້ນ ມ4 ແລະ ມ7 ປະຈໍາສົກຮຽນ 2023-2024 ຈໍານວນ 4 ວິຊາ ຄື: ພາສາລາວ-ວັນນະຄະດີ, ຄະນິດສາດ, ຟິຊິກສາດ ແລະ ເຄມີສາດ ເຊິ່ງຈັດຂຶ້ນລະຫວ່າງວັນທີ 2-5 ເມສາ 2024 ທີ່ມະຫາວິທະຍາໄລແຫ່ງຊາດ ດົງໂດກ, ນະຄອນຫລວງວຽງຈັນ, ນັກຮຽນເກັ່ງຈາກນະຄອນຫລວງວຽງຈັນ ໄດ້ໄປ 6 ຫລຽນຄໍາ, ບໍລິຄໍາໄຊ ແລະ ຫລວງພະບາງ ໄດ້ແຂວງລະ 1 ຫລຽນຄໍາ. ຜົນການສອບເສັງລະອຽດ ມີດັ່ງນີ້:
# ຊັ້ນມັດທະຍົມສຶກສາ ມ4
+ ວິຊາພາສາລາວ-ວັນນະຄະດີ
ອັນດັບທີ 1: ນາງ ປາຢົງ ທ່າວເຈີດຈິງ ຈາກ ມ.ສ ປາດຖະໜາ, ນະຄອນຫລວງວຽງຈັນ ໄດ້ຄະແນນ 8,25
ອັນດັບທີ 2: ນາງ ສອນນາລີ ພົມມະຈັກ ຈາກ ມ.ສ ພອນສະຫວັນ, ແຂວງຊຽງຂວາງ ໄດ້ຄະແນນ 7,60
ອັນດັບທີ 3: ນາງ ຈິ່ງຮຸ່ຍ ລາວເຊີນ ຈາກ ມ.ສ ມິດຕະພາບ, ແຂວງອຸດົມໄຊ ໄດ້ຄະແນນ 7,05
+ ວິຊາວິຊາຄະນິດສາດ
ອັນດັບທີ 1: ນາງ ປາວິນາ ໄຊຍະເດດ ຈາກ ມ.ສ ປາດຖະໜາ, ນະຄອນຫລວງວຽງຈັນ ໄດ້ຄະແນນ 9,50
ອັນດັບທີ 2: ນາງ ເພັດວິສຸກ ສຸນີໄຊ ຈາກ ມ.ສ ມິດຕະພາບລາວ-ຫວຽດ, ແຂວງສະຫວັນນະເຂດ ໄດ້ຄະແນນ 7,75
ອັນດັບທີ 3: ທ້າວ ເອກສະດາສຸທໍາມະວົງ ຈາກ ມ.ສ ໂພນໝີ, ແຂວງວຽງຈັນ ໄດ້ຄະແນນ 7,00
+ ວິຊາຟິຊິກສາດ
ອັນດັບທີ 1: ນາງ ສຸພະພອນ ສີສົມຫວັງ ຈາກ ມ.ສ ວຽງຈັນ, ນະຄອນຫລວງວຽງຈັນ ໄດ້ຄະແນນ 9,25
ອັນດັບທີ 2: ທ້າວ ໂຊກທະວີ ສຸລິຍະ ຈາກ ມ.ສ ມິດຕະພາບລາວ-ຫວຽດ, ແຂວງສະຫວັນນະເຂດ ໄດ້ຄະແນນ 8,50
ອັນດັບທີ 3: ບໍ່ມີນັກຮຽນຄົນໄດ້ຄະແນນເຖິງ 7,00
+ ວິຊາເຄມີສາດ
ອັນດັບທີ 1: ນາງ ທິດາວັນ ໄຊຍະສຸກ ຈາກ ມ.ສ ພອນສະຫວັນຊົນເຜົ່າ, ນະຄອນຫລວງວຽງຈັນ ໄດ້ຄະແນນ 9,80
ອັນດັບທີ 2: ນາງ ລິນລະດາ ໄຊຍະວົງຈາກ ມ.ສ ມິດຕະພາບລາວ – ຫວຽດ, ແຂວງສະຫວັນນະເຂດໄດ້ຄະແນນ 9,75
ອັນດັບທີ 3: ທ້າວ ຈີວະຣັນຄູນຈະເລີນ ຈາກ ມ.ຕ ຊີ່ນຮວາ, ຫຼວງພະບາງ ໄດ້ຄະແນນ 9,20
# ຊັ້ນມັດທະຍົມສຶກສາ ມ7
+ ວິຊາພາສາລາວ-ວັນນະຄະດີ
ອັນດັບທີ 1: ທ້າວ ອະພິສິດ ສີສຸນົນຈາກ ມ.ປ ປາກຊັນ, ແຂວງບໍລິຄໍາໄຊ ໄດ້ຄະແນນ 7,85
ອັນດັບທີ 2: ທ້າວ ທະວີຊັບ ຈັນທະສັກ ຈາກ ມ.ສ ພອນສະຫວັນຊົນເຜົ່າ, ນະຄອນຫຼວງວຽງຈັນ ໄດ້ຄະ ແນນ 7,30
ອັນດັບທີ 3: ທ້າວ ຮືເສັງ ເລົ່າ ຈາກ ມ.ສ ສັນຕິພາບ, ແຂວງຫຼວງພະບາງ ໄດ້ຄະແນນ 7,10
+ ວິຊາວິຊາຄະນິດສາດ
ອັນດັບທີ 1: ທ້າວ ລີປໍ້ ຈື່ປໍ້ຈ່າ ຈາກ ມ.ສ ສັນຕິພາບ, ແຂວງຫຼວງພະບາງ ໄດ້ຄະແນນ 9,00
ອັນດັບທີ 2: ສ.ນ ເຢີທໍ່ໄມວິໄຊຈາກ ມ.ສ ສົງ ສັນຕິພາບ, ແຂວງຊຽງຂວາງ ໄດ້ຄະແນນ 8,75
ອັນດັບທີ 2: ທ້າວແສງຄໍາຟອງຢ່າງຊ້ອງເຊັ່ງ ຈາກ ມ.ສ ໄຊສົມບູນ, ແຂວງໄຊສົມບູນ ໄດ້ຄະແນນ 8,75
ອັນດັບທີ 3: ທ້າວ ຈື້ ຊົ່ງຢົ້ວກາວ ຈາກ ມ.ສ ສີທ່ານາໄຊ, ແຂວງບໍລິຄໍາໄຊ ໄດ້ຄະແນນ 7,50
+ ວິຊາຟິຊິກສາດ
ອັນດັບທີ 1: ທ້າວ ໂທພິທັກ ໄພສານຈາກ ມ.ສ ວຽງຈັນ, ນະຄອນຫລວງວຽງຈັນ ໄດ້ຄະແນນ 9,80
ອັນດັບທີ 2: ທ້າວ ສີວົງສຸກເຮີ່ວ່າຮືຕົງລົງ ຈາກ ມ.ສ ສີທ່ານາໄຊ, ແຂວງບໍລິຄໍາໄຊ ໄດ້ຄະແນນ 9,60
ອັນດັບທີ 3: ສ.ນ ສີດາ ຫຼ້າຄໍາປາງ ຈາກ ມ.ສ ສົງສາລະວັນ, ແຂວງສາລະວນ ໄດ້ຄະແນນ 8,50
+ ວິຊາເຄມີສາດ
ອັນດັບທີ 1: ທ້າວ ອານຸພາບ ລາດຊະວົງ ຈາກ ມ.ສ ພອນສະຫວັນຊົນເຜົ່າ, ນະຄອນ ຫລວງວຽງຈັນ ໄດ້ຄະແນນ 9,90
ອັນດັບທີ 2: ທ້າວ ຄໍາປານ ເກົ້າຫວັງ ຈາກ ມ.ສ ບ້ານໃໝ່, ແຂວງຜົ້ງສາລີ ໄດ້ຄະແນນ 8,00
ອັນດັບທີ 3: ນາງ ສຸພາວັນ ດາລາເພັດ ຈາກ ມ.ສ ຈຸງເຕັກ, ແຂວງສະຫວັນນະເຂດ ໄດ້ຄະແນນ 7,30
ສໍາລັບນັກຮຽນເກັ່ງລະດັບຊາດ ຊັ້ນມັດທະຍົມສຶກສາ ສົກຮຽນ 2023-2024 ທີ່ສອບເສັງໄດ້ອັນດັບທີ 1, 2, 3 ແລະ ໄດ້ຄະແນນ 7 ຂຶ້ນໄປລວມທັງໝົດ ມີ 24 ຄົນ, ຍິງ 9 ຄົນ, ໄດ້ຮັບຫຼຽນ, ລາງວັນ ແລະ ໃບຍ້ອງຍໍດັ່ງນີ້:
– ລາງວັນທີ 1 ໄດ້ຮັບຫຼຽນຄໍາ, ເງິນລາງວັນ 19.100.000 ກີບ ແລະ ໄດ້ຮັບໃບຍ້ອງຍໍຂັ້ນກະຊວງສຶກສາທິການ ແລະ ກິລາ.
– ລາງວັນທີ 2 ໄດ້ຮັບຫຼຽນເງິນ, ເງິນລາງວັນ 15.355.000ກີບ ແລະ ໄດ້ຮັບໃບຍ້ອງຍໍຂັ້ນກະຊວງສຶກສາທິການ ແລະ ກິລາ.
– ລາງວັນທີ 3 ໄດ້ຮັບຫຼຽນທອງ, ເງິນລາງວັນ 11.580.000ກີບ ແລະ ໄດ້ຮັບໃບຍ້ອງຍໍຂັ້ນກະຊວງສຶກສາທິການ ແລະ ກິລາ.
ສ່ວນນັກຮຽນເກັ່ງທີ່ສອບເສັງໄດ້ລາງວັນຊົມເຊີຍ ມີລາງວັນຊົມເຊີຍ 26 ຄົນ, ຍິງ 14 ຄົນ ໄດ້ຮັບເປັນເງິນ 3.060.000ກີບ ແລະ ໄດ້ຮັບໃບຊົມເຊີຍຂັ້ນກົມສາມັນສຶກສາ.
ນອກຈາກນີ້, ຕົວແທນນັກຮຽນເກັ່ງມາຈາກແຕ່ລະແຂວງ ທີ່ບໍ່ໄດ້ຮັບຫຼຽນ, ລາງວັນອັນດັບ 1, 2, 3 ແລະ ລາງວັນຊົມເຊີຍ ໄດ້ຮັບເງິນຜູ້ລະ 600.000 ກີບ ຈາກການອຸປະຖໍາຊ່ວຍເຫຼືອຂອງບໍລິສັດຕ່າງໆ.
ສ່ວນຜົນການຖາມ-ຕອບຄໍາຖາມວິທະຍາສາດ
– ລາງວັນທີ 1 ນະຄອນຫຼວງວຽງຈັນ ໄດ້ຮັບຂັນຊະນະເລີດ ແລະ ເງິນສົດ 10.600.000 ກີບ
– ລາງວັນທີ 2 ແຂວງ ຄໍາມ່ວນ ໄດ້ຮັບເງິນສົດ 7.650.000 ກີບ
– ລາງວັນທີ 3 ແຂວງ ບໍລິຄໍາໄຊ ໄດ້ຮັບເງິນສົດ 4.800.000 ກີບ
– ລາງວັນຊົມເຊີຍ ແຂວງ ຈໍາປາສັກ ໄດ້ຮັບເງິນສົດ 2.450.000 ກີບ
ສໍາລັບງົບປະມານຮັບໃຊ້ການສອບເສັງແຂ່ງຂັນນັກຮຽນເກັ່ງໃນຄັ້ງນີ້ແມ່ນໄດ້ນໍາໃຊ້ງົບປະມານຂອງລັດ ເປັນເງິນຈໍານວນ 600.000.000 ກີບ, ນອກນັ້ນ, ມີບໍລິສັດ, ການຈັດຕັ້ງທັງພາກລັດ, ເອກະຊົນ, ຄູ່ຮ່ວມພັດທະນາ ແລະ ບຸກຄົນ ໄດ້ໃຫ້ການສະໜັບສະໜູນ ມູນຄ່າທັງໝົດ 588.700.000 ກີບ ໃນນັ້ນ ເປັນເງິນສົດ 533.500.000 ກີບ. ເງິນດັ່ງກ່າວໄດ້ໃຊ້ຈ່າຍເພີ່ມເປັນລາງວັນໃຫ້ແກ່ນັກຮຽນເກັ່ງທີ່ສອບເສັງໄດ້ ແລະ ຈ່າຍໃຫ້ນັກຮຽນທັງໝົດທີ່ເຂົ້າຮ່ວມການສອບເສັງແຂ່ງຂັນໃນຄັ້ງນີ້.





