ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະເຫລີມສະຫລອງວັນສາກົນວ່າດ້ວຍການສົ່ງເສີມຄວາມຮັບຮູ້ ແລະ ການຊ່ວຍເຫລືອວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກ

Apr 8, 2024

ພິທີສະເຫລີມສະຫລອງວັນສາກົນວ່າດ້ວຍການສົ່ງເສີມຄວາມຮັບຮູ້ ແລະ ການຊ່ວຍເຫລືອວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກວັນທີ 4 ເມສາ ຄົບຮອບ 19ປີ ພາຍໃຕ້ຄຳຂັວນ: “ປົກປ້ອງຊິວິດ ສ້າງສັນຕິພາບ” ຈັດຂື້ນໃນຕອນເຊົ້າວັນທີ 8 ເມສາ 2024 ທີ່ແຂວງຫຼວງພະບາງ ໂດຍມີທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ປະທານ ຄະນະກໍາມະການຄຸ້ມຄອງແຫ່ງຊາດເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ລາວ, ທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ ບັນດາທ່ານ ເອກອັກຄະລັດຖະທູດ, ອຸປະທູດ ແລະ ຜູ້ຕາງໜ້າງຈາກອົງການຈັດຕັ້ງສາກົນບັນດາການນໍາກະຊວງຂະແໜງການໃນຄະນະ ຄຊກລ, ອໍານາດການປົກຄອງນະຄອນຫຼວງພະບາງ, ແລະແຂກຖືກເຊີນເຂົ້າຮ່ວມ.
ທ່ານ ສະເຫຼີມໄຊ ກົມມະສິດ ກ່າວວ່າ: ການສະເຫລີມສະຫລອງວັນສາກົນ ວ່າດ້ວຍການສົ່ງເສີມຄວາມຮັບຮູ້ ແລະ ການຊ່ວຍເຫລືອວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກໃນຄັ້ງນີ້ເພືິ່ອລະນຶກເຖິງຜົນກະທົົບອັນໂຫດຮ້າຍ ແລະ ຍາວນານຂອງລະເບີດບໍ່ທັນແຕກແລ້ວ ມັນຍັງເປັນການສະແດງໃຫ້ເຫັນເຖິງຄວາມເຫັນອົກເຫັນໃຈຕໍ່ຜູ້ຖືກເຄາະຮ້າຍ ແລະ ປະຊາຊົນທີິ່ຍັງດໍາລົງຊີວິດແບບສ່ຽງໄພກັບລະເບີດບໍ່ທັນແຕກໃນແຕ່ລະວັນ ເພື່ອຮຽກຮ້ອງໃຫ້ມີການເພີ່ມຄວາມພະຍາຍາມໃນການແກ້ໄຂບັນຫາດັ່ງກ່າວເພືິ່ອປົກປ້ອງຊີວິດ ແລະ ປົກປ້ອງການດໍາລົງຊີວິດທີ່ຜາສຸກຂອງທຸກຄົນ ພ້ອມທັງເປັນການປູກຈິດສໍານຶກໃຫ້ທົ່ວສັງຄົມ ຮັບຮູ້ເຖິງຄວາມສ່ຽງ ແລະ ໄພອັນຕະລາຍ ຂອງລະເບີດທີິ່ບໍ່ທັນແຕກທີ່ຍັງຕົກຄ້າງຢູ່ລາວສຳລັບວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກ ແມ່ນວາລະໜຶ່ງທີ່ສໍາຄັນຂອງວົງຄະນະຍາດສາກົນ ໂດຍສະເພາະກໍ່ແມ່ນ ສປປ ລາວ ທີິ່ເວລາໃດ ກໍ່ຖືເອົາການແກ້ໄຂບັນຫາລບຕ ເປັນບຸລິມະສິດຂອງຊາດ ກໍ່ຄືການປົກປັກຮັກສາຊີວິດຂອງປະຊາຊົນ ຈາກໄພຂົ່ມຂູ່ ຄືດັ່ງທີ່ພວກເຮົາໄດ້ກໍານົດໄວ້ຢ່າງຈະແຈ້ງໃນຍຸດທະສາດແຫ່ງຊາດ ແລະ ເປົ້າໝາຍການພັດທະນາແບບຍືນຍົງແຫ່ງຊາດ.
ທ່ານ ສະເຫຼີມໄຊ ກົມມະສິດ ກ່າວຕື່ມວ່າ: ສໍາສປປ ລາວ, ສະເພາະໃນຊຸມປີຜ່ານມາ 50 % ຂອງຜູ້ຖືກເຄາະຮ້າຍຈາກລະເບີດບໍ່ທັນແຕກ ແມ່ນເດັກນ້ອຍ, ແລະໃນປີ 2024 ນີ້, ໄລຍະ 3 ເດືອນທໍາອິດ ໄດ້ເກີດມີອຸບັດຕິເຫດ ຈາກລະເບີດບໍ່ທັນແຕກຈໍານວນ 10 ຄັ້ງ, ມີຜູ້້ຖືກເຄາະຮ້າຍຈໍານວນ 21 ຄົນ ໃນນັ້ນເປັນເດັກນ້ອຍ ຈໍານວນ 12 ຄົນຊຶ່ງມີອາຍຸລະຫວ່າງ 5 ປີ –16 ປີ ສະນັ້ນ ເພື່ອພ້ອມກັນສຸມຄວາມພະຍາຍາມ ປະຕິບັດບູລິມະສິດຢ່າງແທດເໝາະ ຕາມເປົ້າໝາຍທີ່ວາງໄວ້ໃຫ້ປະກົດຜົນເປັນຈິງໃນການຫລຸດຜ່ອນຈໍານວນຜູ້ຖືກເຄາະຮ້າຍລົງໃຫ້ໄດ້ຕໍ່າທີ່ສຸດໃຫ້ເປັນສູນ ໂດຍຜ່ານການເພີ່ມການໂຄສະນາຄວາມສ່ຽງໄພຈາກ ລບຕ ໃຫ້ທົ່ວເຖິງຮອດປະຊາຊົນທຸກບ້ານ ໃນທຸກແຂວງທົ່ວປະເທດ ຄຽງຄູ່ໄປກັບການສະໜອງການສໍາຫລວດ ແລະ ກວດກູ້ ລບຕ ໃຫ້ໄດ້ທົ່ວທຸກພື້ນທີ່ມີການນໍາໃຊ້ພື້ນທີ່ດິນເຊັ່ນ: ທີ່ຢູ່ອາໄສ, ແຫຼ່ງທໍາມາຫາກິນຂອງປະຊາຊົນ, ພື້ນທີ່ໂຄງການປຸກສ້າງໂຮງຫມໍ , ໂຮງຮຽນແລະການພັດທະນາຂອງຊຸມຊົນແລະ ອື່ນໆ. ຍ້ອນການຮ່ວມມື ແລະ ການຊ່ວຍເຫລືອຈາກທຸກພາກສ່ວນທີ່ກ່ຽວຂ້ອງໂດຍສະເພາະຄູ່ຮ່ວມພັດທະນາທີ່ໄດ້ສືບຕໍ່ໃຫ້ທຶນສະໜັບສະໜຸນເຊັ່ນ: ການາດາ, ອຽກລັງ, ຍິ່ປຸ່ນ, ລຸກຊໍາບວກ, ນູແວນເຊລັງ, ສ.ເກົາຫລີ, ອັງກິດ, ອົງການສະຫະປະຊາຊາດ ເພື່ອການພັດທະນາ ແລະ ບັນດາອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ທີ່ໄດ້ປະກອບສ່ວນທັງທາງດ້ານເຕັກນິກວິຊາການ, ທຶນຮອນ ແລະ ວັດຖຸ ອຸປະກອນ ທີ່ເຮັດໃຫ້ລາວເຮົາສາມາດກວດກູ້ລະເບີດບໍ່ທັນແຕກໄດ້ 5.000 – 6.000 ເຮັກຕາ ຕໍ່່ປີ.
ຂ່າວ: ດວງສະຫວັນ ຂັນທະວົງສາ