ພະເຖຣານຸເຖຣະ ຈາກວັດຕ່າງໆພາຍໃນນະຄອນຫວງວຽງຈັນ, ພ້ອມດ້ວຍເຈົ້າສັດທາ ແລະ ຊາວພຸດທະສາສະນິກະຊົນລາວບັນດາເຜົ່າ ເຂົ້າຮ່ວມພິທີເທທອງຫລໍ່ ອົງພະພຸດທະປາລະມີ ສີບຸນເຮືອງ (ພະເຈົ້າດ່ານສູງ) ຈັດຂຶ້ນໃນວັນທີ 6 ເມສາ 2024 ຢູ່ວັດພະບາດດ່ານສູງ ບ້ານນາຍາງ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ.
ພະອາຈານ ທອງເສີມ ສີບຸນເຮືອງ ເຈົ້າອະທິການວັດພະບາດດານສູງ ໃຫ້ຮູ້ວ່າ: ການເທທອງຫລໍ່ ພະພຸດທະປາລະມີ ສີບຸນເຮືອງ (ພະເຈົ້າດ່ານສູງ) ໃນຄັ້ງນີ້ ໂດຍການເປັນເຈົ້າພາບຫລັກ ຂອງ ທ່ານ ເລັດ ໄຊຍະພອນ ປະທານສູນກາງກຳມະບານລາວ, ພ້ອມດ້ວຍຄອບຄົວ ແລະ ຄະນະເຈົ້າພາບສໍາຄັນ 19 ຄອບຄົວ, ພະເຈົ້າດ່ານສູງ ສ້າງຂຶ້ນເພື່ອເປັນຕົ້ນແບບ ໄວ້ໃຫ້ພຸດທະສາສະນິກະຊົນລາວບັນດາເຜົ່າ ໃນຂອບເຂດທົ່ວປະເທດ ໂດຍສະເພາະ ຊາວນະຄອນຫລວງວຽງຈັນ ໄດ້ເຂົ້າມາກາບໄຫ້ວສັກກະລະບູຊາ ເພື່ອເປັນບຸນ, ເປັນກຸສົນ ເຊິ່ງພະດັັ່ງກ່າວ, ສູງ 2,80 ແມັດ, ໃຊ້ທອງເຫລືອງ ທັງໝົດ 700 ກວ່າກິໂລ, ຄາດວ່າການຫລໍ່ ຈະສຳເລັດພາຍໃນ 2 ເດືອນ.
ຫລັງຈາກນັ້ນ, ຈະຈັດພິທີສົມໂພດຢ່າງຍິ່ງໃຫຍ່, ພ້ອມນີ້ ຍັງຈະສ້າງພຸດທະສິມມາຫລັງໃໝ່ຕື່ມອີກ.
ພະອາຈານ ທອງເສີມ ສີບຸນເຮືອງ ຍັງໃຫ້ຮູ້ອີກວ່າ: ວັດພະບາດດານສູງ ມີເນື້ອທີ່ທັງໝົດ 40 ກວ່າເຮັກຕາ, ເປັນວັດແຫ່ງໜຶ່ງທີ່ມີເອກະລັກສະເພາະ, ມີຄວາມສວຍງາມປະຊາຊົນໃຫ້ຄວາມເຫລື້ອມ ໃສສັດທາ ແລະ ເຊື່ອຖືກັນວ່າ ເປັນສະຖານທີ່ສັກສິດ, ເປັນວັດທີ່ເກົ່າແກ່ທາງປະຫວັດສາດ, ວັດທະນະທຳ, ມີອຸທິຍານຫີນ, ມີຈຸດຊົມວິວ ທິວທັດທຳມະຊາດ ທີ່ສວຍງາມ, ມີໂງ່ນຫີນຫລາຍໜ່ວຍວາງລຽນຊ້ອນກັນເປັນຖໍ້າ, ເປັນໂກນ ເຊິ່ງໄດ້ສ້າງເປັນທີ່ປະດິດສະຖານຂອງພະພຸດທະຮູບ ທີ່ສວຍງາມ ແລະ ອື່ນໆ.
ສຳລັບແຜນການໃນຕໍ່ໜ້າ, ຈະສືບຕໍ່ປັບປຸງເສັ້ນທາງເຂົ້າຫາວັດ ໃຫ້ມີຄວາມສະດວກສະບາຍ ຫລາຍຂຶ້ນກວ່າເກົ່າ ເພື່ອເຮັດໃຫ້ວັດພະບາດດ້ານສູງ ເປັນສະຖານທີ່ທ່ອງທ່ຽວທາງດ້ານວັດທະນະທຳ ທີ່ສວຍງາມແຕກຕ່າງຈາກວັດອື່ນໆ.







