ໃນຕອນບ່າຍຂອງວັນທີ 9 ເມສາ 2024 ທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍຜູ້ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງຂອງສູນກາງ ໄດ້ລົງໄປພົບປະເຮັດວຽກ ຮ່ວມກັບ ທ່ານ ພູທົງ ຄຳມະນີວົງ, ຮອງເຈົ້າແຂວງໆສາລະວັນ ພ້ອມດ້ວຍຜູ້ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງຂອງແຂວງສາລະວັນ ເພື່ອຮ່ວມກັນ ລົງກວດກາ, ເກັບກໍາຂໍ້ມູນ ແລະ ປະຊຸມປຶກສາຫາລື ກ່ຽວກັບ ຄວາມຄືບໜ້າການກໍ່ສ້າງພື້ນຖານໂຄງລ່າງຂອງດ່ານທ້ອງຖິ່ນປາກຕາພານ, ເມືອງລະຄອນເພັງ, ແຂວງສາລະວັນ ເພື່ອກະກຽມຄວາມພ້ອມໃນການຍົກຂຶ້ນເປັນດ່ານສາກົນ.
ການລົງໄປກວດກາ, ເກັບກໍາຂໍ້ມູນ ແລະ ຕິດຕາມເບິ່ງຄວາມຄືບໜ້າໃນການກໍ່ສ້າງພື້ນຖານໂຄງລ່າງ ໃນຄັ້ງນີ້ ເປັນການປະຕິບັດຕາມກົດໝາຍວ່າດ້ວຍຊາຍແດນແຫ່ງຊາດ; ດໍາລັດວ່າດ້ວຍດ່ານຊາຍແດນ ແລະ ສະໜາມບິນສາກົນ ສະບັບເລກທີ 558/ລບ, ລົງວັນທີ 31 ທັນວາ 2018 ມາດຕາ 25; ແລະ ແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 1581/ຫສນຍ, ລົງວັນທີ 24 ສິງຫາ 2023 ທີ່ເຫັນດີອະນຸມັດໃຫ້ອົງການປົກຄອງຂອງແຂວງສາລະວັນ ສືບຕໍ່ປັບປຸງໂຄງລ່າງພື້ນຖານ ເພື່ອກະກຽມຍົກລະດັບຂຶ້ນເປັນດ່ານສາກົນ.
ດ່ານດັ່ງກ່າວ ເປັນດ່ານຊາຍແດນທາງແມ່ນໍ້າຂອງ, ຕັ້ງຢູ່ເຊິ່ງໜ້າກັບຈຸດຜ່ານແດນຖາວອນ (ດ່ານສາກົນ) ປາກແຊງ, ຕໍາບົນພະລານ, ອໍາເພີນາຕານ, ຈັງຫວັດອຸບົນຣາຊະທານີ, ມີເສັ້ນທາງເຊື່ອມຕໍ່ກັບເສັ້ນທາງຫຼວງແຫ່ງຊາດເລກທີ 13 ໃຕ້, ຊຶ່ງເປັນທາງປູຢາງສອງຊັ້ນເລກທີ 2.6901 ຢູ່ຈຸດຕັດກັບສາມແຍກບ້ານຖໍ້າພວງ, ເມືອງລະຄອນເພັງ ລວງຍາວປະມານ 17,5 ກິໂລ ແມັດ. ຜ່ານການລົງສໍາຫຼວດ, ເກັບກໍາຂໍ້ມູນເຫັນວ່າ ເປັນຈຸດຍຸດທະສາດທີ່ມີຄວາມສໍາຄັນໃຫ້ແກ່ການປະກອບສ່ວນອຳນວຍຄວາມສະດວກໃນການບໍລິການ, ຂົນສົ່ງສິນຄ້າລະຫວ່າງປະເທດ, ຜູ້ໂດຍສານ, ນັກທ່ອງທ່ຽວ, ການເຂົ້າ-ອອກຂອງປະຊາຊົນ, ປະກອບສ່ວນສ້າງສາຍພົວພັນມິດຕະພາບທີ່ດີກັບປະເທດເພື່ອນບ້ານ, ບັນດາປະເທດໃນພາກພື້ນ ແລະ ສາກົນ. ແນໃສ່ເຮັດໃຫ້ການພັດທະນາເສດຖະກິດ ແລະ ສັງຄົມແຫ່ງຊາດໃຫ້ມີການຂະຫຍາຍຄົວ ແລະ ຍືນຍົງ, ໂດຍສະເພາະຊີວິດການເປັນຢູ່ຂອງປະຊາຊົນແຂວງສາລະວັນ ກໍ່ຄືປະຊາຊົນລາວບັນດາເຜົ່າໃຫ້ມີຄວາມສົມບູນພູນສຸກຂຶ້ນໄປເລື້ອຍໆ, ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດໃຫ້ມີຄວາມຮຸ່ງເຮືອງສີລິວິໄລ.
ມາເຖິງປະຈຸບັນການກໍ່ສ້າງພື້ນຖານໂຄງລ່າງຂອງດ່ານແມ່ນມີຄວາມພ້ອມສົມຄວນ ແລະ ສຳເລັດໃນຫຼາຍດ້ານ, ໂດຍສະເພາະແຜນຜັງລວມຂອງດ່ານ, ເສັ້ນທາງຄົມມະນາຄົມ, ຕຶກອາຄານຫ້ອງການຂອງເຈົ້າໜ້າທີ່ກວດກາຄົນເຂົ້າ-ອອກເມືອງ, ເຈົ້າໜ້າທີ່ພາສີ, ເຮືອນພັກພະນັກງານ, ບຸກຄະລາກອນ ແລະ ດ້ານອື່ນໆເຫັນວ່າມີຄວາມພ້ອມສົມຄວນ.
ໃນເວລາປະຊຸມປຶກສາຫາລື ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຮັບຟັງການລາຍງານລະອຽດ ກ່ຽວກັບ ຄວາມຄືບໜ້າຂອງການກໍ່ສ້າງດ່ານຈາກເຈົ້າ ໜ້າທີ່ຂອງແຂວງສາລະວັນ ພ້ອມທັງຮັບຟັງການປະກອບຄວາມຄິດເຫັນຂອງບັນດາຜູ້ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງຂອງສູນກາງ ແລະ ທ້ອງຖິ່ນ ແລະ ໄດ້ໃຫ້ທິດຊີ້ນຳ ກ່ຽວກັບການກະກຽມຄວາມພ້ອມຍົກລະດັບດ່ານທ້ອງຖິ່ນປາກຕາພານ ຂຶ້ນເປັນດ່ານສາກົນນັ້ນ, ຈົ່ງຮີບຮ້ອນເລັ່ງກໍ່ສ້າງພື້ນຖານໂຄງລ່າງຂອງດ່ານ, ກະກຽມບຸກຄະລາກອນຂອງທຸກຂະແໜງການ, ເຄື່ອງມືອຸປະກອນຮັບໃຊ້ ແລະ ດ້ານອື່ນໆໃຫ້ຄົບເງື່ອນໄຂຕາມມາດຕະຖານທີ່ໄດ້ກຳນົດໄວ້ໃນດຳລັດ ວ່າດ້ວຍ ດ່ານຊາຍແດນ ແລະ ສະໜາມບິນສາກົນ ເພື່ອຈະໄດ້ນຳເອົາຂໍ້ມູນດັ່ງກ່າວສະເໜີຕໍ່ລັດຖະບານພິຈາລະນາ.
ພາບ-ຂ່າວ: ກົມການຂ່າວ, ກະຊວງການຕ່າງປະເທດ






