ສະຫຼອງວັນສ້າງຕັ້ງເມືອງໄຊບົວທອງ ຄົບຮອບ 30 ປີ ຕິດພັນກັບການເປີດປີທ່ອງທ່ຽວລາວ 2024
ພິທີສະເຫຼີມສະຫຼອງວັນສ້າງຕັ້ງເມືອງໄຊບົວທອງ ແຂວງຄໍາມ່ວນ ຄົບຮອບ 30 ປີ ຕິດພັນກັບການເປີດປິທ່ອງທ່ຽວລາວ 2024, ການຈັດງານບຸນກອງເຂົ້າໃຫຍ່, ປະກາດກາໝາຍ ໂອດ໋ອບ (ODOP) ແລະ ປະກາດຮັບຮອງເມືອງສາມັກຄີປອງດອງ ໄດ້ຈັດຂຶ້ນໃນວັນທີ 9 ເມສາ 2024 ທີ່ເດີ່ນຫ້ອງວ່າການປົກຄອງເມືອງ ໂດຍເປັນກຽດເຂົ້າຮ່ວມມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ.
ກ່ອນເຂົ້າສູ່ການເປີດພິທີແມ່ນໄດ້ຮັບຊົມການຍ່າງສວນ ສະໜາມຂອງບັນດາກ້ອນກໍາລັງລວມທັງໝົດ ຈໍານວນ 17 ກ້ອນກຳລັງ.

ຈາກນັ້ນທ່ານ ສາຍຄໍາ ພະໄຊສິດທິເດດ ເຈົ້າເມືອງໄຊບົວ ທອງ ກໄດ້ຂຶ້ນກ່າວປາໃສ ເຊິ່ງໄດ້ຍົກໃຫ້ເຫັນເຖິງມູນເຊື້ອ, ຜົນງານອັນໃຫຍ່ຫຼວງ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງເມືອງໄຊບົວທອງພາຍໃຕ້ຮົ່ມທຸງໄຊຂອງລະບອບໃໝ່ ຕະຫຼອດໄລຍະ 30 ປີຜ່ານມາ ທີ່ປະຊາຊົນລາວຊາວເມືອງໄຊບົວທອງ ໄດ້ມີຄວາມສາມັກຄີປອງດອງກັນຢ່າງໜັກແໜ້ນ ເຮັດໃຫ້ເມືອງໄຊບົວທອງມີຜົນສໍາເລັດຫຼາຍດ້ານ, ສັງຄົມມີຄວາມສະຫງົບໂດຍພື້ນຖານ, ເສດຖະກິດມີການຂະຫຍາຍຕົວຕໍ່ເນື່ອງ, ວັດທະນະ ທຳ-ສັງຄົມໄດ້ຮັບການພັດທະນາຢ່າງທົ່ວເຖິງ.
ຕິດພັນກັບການຈັດງານບຸນກອງເຂົ້າ ແມ່ນກິດຈະກຳໜຶ່ງຂອງການທ່ອງທ່ຽວຢູ່ເມືອງໄຊບົວທອງ ຕອບສະໜອງໃຫ້ແກ່ການເປີດປີທ່ອງທ່ຽວລາວ 2024 ທັງເປັນການສືບທອດປະເພນີອັນດີງາມຂອງລາວເຮົາ ທີ່ເຄີຍປະຕິບັດກັນມາແຕ່ດຶກດຳບັນ ແລະ ເປັນບຸນທີ່ມີຄວາມໝາຍສໍາຄັນທີ່ເຊື່ອຖືກັນມາແຕ່ບູຮານ ເຊິ່ງກ່ອນຈະເອົາເຂົ້າຂຶ້ນເລົ້າ ຕ້ອງໄດ້ເຮັດບຸນໃຫ້ເຂົ້າກ່ອນ ເພື່ອເປັນສິລິມຸງຄຸນ ໃຫ້ມັ່ງມູນພູນສຸກຕໍ່ໄປ ຕາມຄວາມ ເຊື່ອທີ່ວ່າ: ກິນບໍ່ບົກ ຈົກບໍ່ລົງ, ເປັນການສະແດງເຖິງຄຸນຄ່າຂອງເຂົ້າ ແລະ ຄວາມມີນໍ້າໃຈ ຄວາມເປັນອັນໜຶ່ງອັນດຽວຂອງປະຊາຊົນລາວບັນດາເຜົ່າ.
ພິທີດັ່ງກ່າວຍັງໄດ້ມອບໃບຢັ້ງຢືນ ການຈັດຕັ້ງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ແລະ ໃບຢັ້ງຢືນການນໍາໃຊ້ກາໝາຍສິນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນ ແຫ່ງຊາດ (ປະເພດຜະລິດຕະພັນ ຫັດຖະກຳຕໍ່າແຜ່ນແພ) ໃຫ້ແກ່ເມືອງໄຊບົວທອງ.






