ນາຍົກລັດຖະມົນຕີ ຕ້ອນຮັບຜູ້ແທນສະພາແນວໂຮມສາມັກຄີພັດທະນາມາຕຸພູມ ກຳປູເຈຍ
ນວັນທີ 10 ເມສາ ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ສົມເດັດ ກິຕິຊັງຮັກ ບານດິດແມນຊໍາອານ ປະທານສະພາແນວໂຮມສາມັກຄີພັດທະນາມາຕຸພູມ, ຮອງປະທານພັກ, ທີ່ປຶກສາສູງສຸດຂອງພະຣາຊາ ແຫ່ງຣາຊະອາ ນາຈັກກຳປູເຈຍ ພ້ອມຄະນະ ໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມປະທານແນວໂຮມ 3 ປະເທດ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງທີ 5 ທີ່ນະຄອນຫຼວງວຽງຈັນ ລະຫວ່າງວັນທີ 9-11 ເມສາ 2024 ນີ້.

ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ ທ່ານ ນາງ ສົມເດັດ ກິຕິຊັງຮັກ ບານດິດແມນຊໍາອານ ທີ່ໄດ້ນຳພາຄະນະ ເຂົ້າຮ່ວມກອງປະຊຸມປະທານແນວ ໂຮມ 3 ປະເທດ ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບໃນຄັ້ງນີ້ ຊຶ່ງເປັນການປະກອບສ່ວນສໍາຄັນ ເຂົ້າໃນການເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບ ລະຫວ່າງ ລາວ-ກຳາປູເຈຍ ໃຫ້ໄດ້ຮັບການພັດທະນາ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ ໂດຍສະເພາະແມ່ນການພົວພັນຮ່ວມມືລະຫວ່າງ ສູນກາງແນວລາວສ້າງຊາດ ແລະ ສະພາແນວໂຮມສາມັກຄີພັດທະນາມາຕຸພູມ ແຫ່ງຣາຊະ ອານາຈັກກຳປູເຈຍ.
ໃນໂອກາດດຽວກັນ, ທ່ານ ນາງ ສົມເດັດ ກິຕິຊັງຮັກ ບານດິດແມນຊໍາອານ ກໍໄດ້ສະແດງຄວາມຂອບໃຈ ຕໍ່ທ່ານນາຍົກລັດຖະ ມົນຕີ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້, ພ້ອມທັງແຈ້ງຈຸດປະສົງຂອງການເດີນທາງມາເຮັດວຽກ ຢູ່ ສປປ ລາວ ກໍຄື ຜົນການເຂົ້າຮ່ວມກອງປະຊຸມປະທານແນວໂຮມ 3 ປະເທດ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງທີ 5 ຕື່ມອີກ.


