ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກະຊວງການຕ່າງປະເທດ ສະເຫຼີມສະຫຼອງບຸນປີໃໝ່ລາວ

Apr 14, 2024

ກະຊວງການຕ່າງປະເທດ ສະເຫຼີມສະຫຼອງບຸນປີໃໝ່ລາວ
ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ພ.ສ 2566 ແລະ ຕ້ອນຮັບປີໃໝ່ລາວ ພ.ສ 2567 ທີ່ຈະມາເຖິງນີ້, ກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ຮ່ວມກັບ ບັນດາທູຕານຸທູດຕ່າງປະເທດ ແລະ ອົງການຈັດຕັ້ງສາກົນປະຈຳລາວ ໄດ້ຈັດພິທີສະເຫຼີມສະຫຼອງບຸນປີໃໝ່ລາວຂຶ້ນໃນວັນທີ 12 ເມສາ 2024,ທີ່ ສະໂມສອນກິລາ TPC, ບ້ານອີໄລໃຕ້, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ,ເປັນກຽດເຂົ້າຮ່ວມໂດຍ ທ່ານ ສະເຫຼີມໄຊ ກົມມະສິດ,ຮອງນາຍົກລັດຖະມົນຕີ,ລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍພັນລະຍາ ແລະ ມີຄະນະພັກ-ຄະນະນຳກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ພ້ອມດ້ວຍບັນດາທູຕານຸທູດ, ກົງສູນກິດຕິມະສັກຕ່າງປະເທດ,ຜູ້ຕາງໜ້າອົງການຈັດຕັ້ງສາກົນປະຈຳລາວ ເຂົ້າຮ່ວມ.
ໃນໂອກາດອັນສະຫງ່າລາສີນີ້, ທ່ານຮອງນາຍົກລັດຖະມົນຕີສະເຫຼີມໄຊ ກົມມະສິດໄດ້ຕາງໜ້າໃຫ້ຄະນະພັກ-ຄະນະນຳກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກຂຶ້ນກ່າວຄຳເຫັນ ແລະ ອວຍພອນໄຊອັນປະເສີດເນື່ອງໃນໂອກາດປີໃໝ່ລາວໃຫ້ແກ່ບັນດາພະນັກງານ ແລະ ບັນດາແຂກທີ່ເຂົ້າຮ່ວມງານມີສຸຂະພາບເຂັ້ມແຂງ,ມີພະລະນາໄມສົມບູນ,ມີຜົນສໍາເລັດອັນໃໝ່ໃນໜ້າທີ່ວຽກງານ,ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວທຸກປະການຕະຫຼອດປີ ພ.ສ 2567 ນີ້ ແລະ ຕະຫຼອດໄປ ເພື່ອສືບຕໍ່ຮ່ວມກັນປະຕິບັດຫນ້າທີ່ດ້ວຍຜົນສຳເລັດ ແລະ ນຳເອົາຜົນປະໂຫຍດສູງສຸດມາສູ່ປະເທດຊາດ ແລະ ປະຊາຊົນຂອງຕົນ. ການຈັດພິທີສະເຫຼີມສະຫຼອງໃນຄັ້ງນີ້ກໍຖືເປັນອີກຫນຶ່ງເວທີໃນການເຜີຍແຜ່ຮີດຄອງປະເພນີ ແລະ ວັດທະນະທຳອັນດີງາມຂອງລາວເຮົາ ທີ່ມີມາແຕ່ດົນນານອອກສູ່ສາຍຕາສາກົນ ແລະ ເຊີນຊວນບັນດານັກທ່ອງທ່ຽວຕ່າງປະເທດໃຫ້ເຂົ້າມາຢ້ຽມຢາມລາວນັບມື້ຫຼາຍຂຶ້ນ ໂດຍສະເພາະໃນໂອກາດປີທ່ອງທ່ຽວລາວ 2024 ນີ້.
ພ້ອມດຽວກັນນີ້,ທ່ານຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ກໍ່ໄດ້ຖືໂອກາດສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈທຸກໆທ່ານໃນໄມຕີຈິດມິດຕະພາບອັນແໜ້ນແຟ້ນ,ການສະໜັບສະໜູນອັນລໍ້າຄ່າ ແລະ ການຮ່ວມມືຢ່າງຕໍ່ເນື່ອງ ທີ່ມີຕໍ່ກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກກໍ່ຄືຕໍ່ລາວຈາກບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນຕະຫຼອດມາ, ລວມເຖິິງການສືບຕໍ່ໃຫ້ການສະໜັບສະໜູນ ແລະ ການຊ່ວຍເຫຼືອແກ່ລາວໃນຕໍ່ໜ້າ,ຈະເປັນການປະກອບສ່ວນອັນສໍາຄັນເຂົ້າໃນການເຄື່ອນໄຫວການເປັນປະທານອາຊຽນຂອງລາວໃນປີ 2024 ພາຍໃຕ້ຄໍາຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ໄດ້ຢ່າງຄ່ອງຕົວ ແລະ ປະສົບຜົນສໍາເລັດ, ພ້ອມທັງເປັນການປະກອບສ່ວນເສີມຂະຫຍາຍການພົວພັນຮ່ວມມືທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ລວມເຖິງການຮ່ວມມືໃນເວທີພາກພື້ນ ແລະ ສາກົນ.
ຈາກນັ້ນ,ກໍໄດ້ມີພິທີບາສີສູ່ຂວັນ ແລະ ຫົດນໍ້າອວຍພອນປີໃໝ່ເຊິ່ງກັນ ແລະ ກັນຕາມຮີດຄອງປະເພນີອັນດີງາມທີ່ສືບທອດກັນມາແຕ່ບູຮານນະການຂອງລາວເຮົາ.
ພາບ: ວຽງມາ ລຸນທະວົງ