ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ການປະຕິຮູບແລະເປີດກວ້າງເພື່ອການພັດທະນາທ່າເຮືອການຄ້າເສລີທີມີລັກສະນະເພາະຂອງຈີນ

Apr 14, 2024

ການປະຕິຮູບແລະເປີດກວ້າງເພື່ອການພັດທະນາທ່າເຮືອການຄ້າເສລີທີມີລັກສະນະເພາະຂອງຈີນ
ໃນໄລຍະຫລາຍປີຜ່ານມາ ແຂວງໄຫຫລຳໄດ້ສົ່ງເສີມການເປີດກ້ວາງໃນລະດັບສູງເພື່ອຮອງຮັບຍຸດທະສາດການພັດທະນາຂອງຈີນແລະຂັບເຄື່ອນການພັດທະນາຄຸນນະພາບສູງຂອງໄຫຫລຳ ໄດ້ວາງລະບົບນະໂຍບາຍທ່າເຮືອການຄ້າເສລີປະກອບດ້ວຍການອຳນວຍຄວາມສະດວກແລະການເປີດເສລີເພື່ອການໄຫລວຽນການຄ້າການລົງທຶນຂ້າມແດນ,ການແລກປ່ຽນບຸກຄະລາກອນ,ການຄົມມະນາຄົມທີ່ມີຄວາມສະດວກສະບາຍແລະເປັນລະ ບຽບ ການສ້າງທ່າເຮືອການຄ້າເສລີໄຫຫລຳກຳລັງໄດ້ຮັບການຊຸກ ຍູ້ເຊິ່ງຈະຊວ່ຍສົ່ງເສີມຄວາມເຂັມແຂງແລະເລັ່ງການພັດທະນາຄຸນ ນະພາບສູງຂອງໄຫຫລຳ.
ທ່ານ LUI xiaoming ເຈົ້າແຂວງໄຫຫລຳລາຍງານໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ;ໃນປີຜ່ານມາຕົວຊີ້ວັດເສດຖະກິດສັງຄົມຂອງໄຫ
ຫລຳມີອັດຕາການເຕີບໂຕວອ່ງໄວທີ່ສຸດໃນທົ່ວປະເທດ, GDP ເພີ່ມຂຶ້ນ 9,2 % ,ມູນຄ່າເພີ່ມອຸດສາຫະກຳສູງກວ່າທີ່ກຳນົດໄວ້ 18,5% ແລະສະເລ່ຍລາຍໄດ້ຂອງປະຊາຊົນໃນຕົວເມືອງແລະຊົນນະບົດເພີ່ມຂຶ້ນ 6,3% ແລະ8,3%ຕາມລຳດັບ ການຄ້າສິນ ຄ້າແລະບໍລິການຂະຫຍາຍຕົວ 15,3%ແລະ 29,6%ຕາມລຳດັບ. ການເປີດປະເທດຂອງແຂວງໄຫຫລຳເປັນພະລັງຂັບ ເຄື່ອນສອງທາງ ໂດຍມູນຄ່າ ການນຳເຂົ້າສະເລ່ຍປະມານສອງໃນສາມຂອງການຄ້າຕ່າງປະເທດແລະການລົງທຶນໂດຍຈາກຕ່າງປະເທດເພີ່ມ ຂຶ້ນ 104,9% ແລະໄດ້ແບ່ງປັນໂອກາດໃນການພັດທະນາກັບສ່ວນອື່ນໆ ຂອງໂລກອີກດ້ວຍ.
ນອກຈາກນີ້ ແຂວງໄຫຫລຳກຳລັງກະກຽມດຳເນີນວຽກງານພາສີພິເສດແລະສົ່ງເສີມການພັດທະນາເສດຖະກິດໄປພອ້ມໆກັນ.ພອ້ມທັງສົງເສີມລະບົບອຸດສາຫະກຳທີ່ທັນສະໄໝດ້ວຍກຳ ລັງການຜະລິດທີ່ມີຄຸນນະພາບໃໝ່ ແລະກຳລັງເລັ່ງສ້າງລະບົບອຸດສາຫະກຳສະໄໝໃໝ່ທີ່ມີລັກສະນະ ສີ່ເສົາຄ້ຳ ສາມຈຸດແຂງ ແລະສາມຈຸດດີເລີດເຊັ່ນ ອຸດສາຫະກຳ,ການທອ່ງທ່ຽວທີ່ດີ ເລີດ,ບໍລິການທັນສະໄໝ,ເຕັກໂນໂລຊີລະດັບສູງແລະປະສິດທິ ພາບສູງ,ການພັດທະນາການສຶກສາວິທະຍາສາດແລະເຕັກໂນໂລຊີການເຝິກອົບຮົບບຸກຄະກອນທີ່ມີຄວາມສາມາດແລະກຳລັງເລັ່ງສ້າງເກາະໄຫຫລຳເປັນເກາະແຫ່ງການສຶກສານາໆຊາດ ໂດຍມີເປົ້າ ໝາຍເພື່ອເປັນຜູ້ບຸກເບີກການເປີດກວ້າງທາງການສຶກສາທີ່ມີຄຸນ ນະພາບສູງຂອງຈີນແລະວຽກງານອື່ນໆອີກ.