ການປະດັບປະດາ ແລະວາງສະແດງຮູບພາບ ໃນພິທີສະຫຼອງການເປີດນໍາໃຊ້ຂົວມິດຕະພາບລາວ-ໄທ ແຫ່ງທີ 1 ຄົບຮອບ 30 ປີແມ່ນຄວາມຮັບຜິດຊອບຂອງ ພະແນກຖະແຫລງຂ່າວ ວັດທະນະທໍາ ແລະທ່ອງທ່ຽວ ນະຄອນຫລວງວຽງຈັນ.
ທ່ານ ນາງ ວຽງພອນ ແກ້ວຄູນສີ ຫົວໜ້າພະແນກ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ໃຫ້ສໍາພາດຕໍ່ສື່ມວນຊົນ ໂອກາດເຂົ້າຮ່ວມພິທີ ສະຫລອງເປີດການນໍາໃຊ້ຂົວມິດຕະພາບລາວ-ໄທ ແຫ່ງທີ1 ຄົບຮອບ 30 ປີ ທີ່ຈັດຂຶ້ນໃນວັນທີ 21 ເມສາ ນີ້ວ່າ: ໂດຍໄດ້ຮັບການມອບໝາຍຈາກອົງການປົກຄອງນະຄອນຫຼວງວຽງຈັນ ພະແນກ ຖະແຫລງຂ່າວ ວັດທະນະທໍາ ແລະທ່ອງທ່ຽວນະຄອນຫລວງ ໄດ້ມີການກະກຽມ ແລະ ປະກອບສ່ວນ ສອງໜ້າວຽກໃຫຍ່ຄື: ອັນທີໜຶ່ງແມ່ນວຽກງານປະດັບປະດາເອ້ໄຟແສງສີສຽງ ຢູ່ບໍລິເວນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ແລະ ວຽກທີສອງແມ່ນການວາງສະແດງຮູບພາບ ຊຶ່ງຮູບພາບທີ່ນໍາມາວາງສະແດງໃນພິທີປະກອບມີທັງໝົດ 89 ພາບ, ໂດຍເລີ່ມຈາກຮູບພາບທໍາອິດ ແມ່ນພາບທີ່ສະແດງເຖິງເວລາການເລີ່ມລົງມືກໍ່ສ້າງເປັນຕົ້ນມາ ຈົນຮອດໄລຍະການນໍາໃຊ້ຂົວມິດຕະພາບແຕ່ລະໄລຍະ, ນອກຈາກນັ້ນ ຍັງມີບັນດາຮູບພາບກ່ຽວກັບສະຖານທີ່ແຫຼ່ງທ່ອງທ່ຽວຢູ່ນະຄອນຫຼວງວຽງຈັນ ໂດຍຕິດພັນກັບປີທ່ອງທ່ຽວລາວ ເນື່ອງຈາກວ່າປີ 2024 ເປັນປີທ່ອງທ່ຽວລາວ ແລະ ພິເສດປີ 2024 ແມ່ນ ສປປ ລາວ ໄດ້ຮັບກຽດເປັນປະທານກອງປະຊຸມສຸດຍອດອາຊຽນ; ພ້ອມນີ້ ພະແນກ ຖະແຫລງຂ່າວ ວັດທະນະທໍາ ແລະທ່ອງທ່ຽວ ນະຄອນຫລວງວຽງຈັນ ຍັງໄດ້ມີກິດຈະກໍາສະແດງສິລະປະວັນນະຄະດີ ຕື່ມອີກ.
ທ່ານ ນາງ ວຽງພອນ ແກ້ວຄູນສີ ໄດ້ໃຫ້ຮູ້ຕື່ມວ່າ: ນອກຈາກນັ້ນ ຍັງມີກິດຈະກໍາປິ່ນອ້ອມ ເປັນຕົ້ນ ຕອນເຊົ້າວັນທີ 21 ເມສາ 2024 ໄດ້ມີພິທີໃສ່ບາດ ຊຶ່ງມີພະສົງຝ່າຍລາວ 31 ອົງ, ຝ່າຍໄທ 31 ອົງ ລວມເປັນ 62 ອົງ ເພື່ອຄວາມເປັນສີລິມົງຄຸນການນໍາໃຊ້ຂົວມິດຕະພາບດັ່ງກ່າວ ຢູ່ທີ່ຈຸດໃຈກາງຂອງຂົວມິດຕະພາບ ໂດຍການເຂົ້າຮ່ວມຂອງການນໍາຂັ້ນສູງຂອງນະຄອນຫຼວງວຽງຈັນ; ການນໍາຂອງແຂວງໜອງຄາຍ ແລະ ທ່ານເອກອັກຄະລັດຖະທູດອົສຕຣາລີ ປະຈໍາ ສປປ ລາວ ພ້ອມດ້ວຍປະຊາຊົນສອງຝັ່ງລາວ-ໄທເຂົ້າຮ່ວມ ຊຶ່ງພິທີໃສ່ບາດແມ່ນໄດ້ຈັດຂຶ້ນຢູ່ຈຸດໃຈກາງຂອງຂົວ ເພື່ອເປັນການຢັ້ງຢືນເຖິງສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສາມຊາດ ລາວ, ອົສຕຣາລີ ແລະ ໄທ ຊຶ່ງເປັນການຮ່ວມມືເພື່ອມິດຕະພາບ, ການຮ່ວມມືເພື່ອການພັດທະນາ ແລະ ການຮ່ວມມືເພື່ອຄວາມຍືນຍົງ.








