ທ້າຍອາທິດຜ່ານມານີ້, ທ່ານ ພອນສະຫວັນ ໄຊສົມພັນ ເຈົ້າເມືອງຫົງສາ ພ້ອມດ້ວຍຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ ໄດ້ເຄື່ອນໄຫວກວດກາເບິ່ງເຮືອນທີ່ໄດ້ຮັບຜົນກະທົບຈາກລົມພາຍຸພັດຢູ່ບ້ານຫ້ວຍຈ້ວງ ຂອງວັນທີ 15 ເມສາ 2024 ໃນນີ້ ອີງຕາມຂໍ້ມູນເກັບກຳຂໍ້ມູນຜົນເສຍຫາຍໃນເບື້ອງຕົ້ນ ຢູ່ບ້ານຫ້ວຍຈ້ວງ ໄດ້ຮັບຜົນກະທົບທັງໝົດ ຈຳນວນ 99 ຄອບຄົວ, ມີ 452 ຄົນ, ຍິງ 202 ຄົນ, ເຮືອນທີ່ໄດ້ຮັບຜົນກະທົບສ່ວນຫຼາຍແມ່ນຫລັງຄາ, ນອກນີ້ມີເລົ້າເຂົ້າປະຖົມປະຖານເປ່ເພ ແລະ ກົກໄມ້ລົ້ມທັບງົວຕາຍ ຈໍານວນ 1 ໂຕ.
ນອກບ້ານຫ້ວຍຈ້ວງ ຍັງມີບ້ານປາກຫ້ວຍຍາງ 1 ຄອບຄົວ, ມີຈຳນວນຄົນ 4 ຄົນ, ຍິງ 1 ຄົນ, ສັງກະສີເສຍຫາຍ ຈໍານວນ 26 ແຜ່ນ ແລະ ບ້ານນໍ້າສິບ ມີຄອບຄົວທີ່ຖືກຜົນກະທົບທັງໝົດ ຈໍານວນ 3 ຄອບຄົວ, ມີ 10 ຄົນ, ຍິງ 5 ຄົນ, ກະເບື້ອງເສຍຫາຍຈໍານວນ 41 ແຜ່ນ, ແຜ່ນລົບກະເບື້ອງ 6 ຄູ່, ສັງກະສີເສຍຫາຍ ຈໍານວນ 30 ແຜ່ນ.
ທີ່ມາ: ຖວທ ເມືອງຫົງສາ






