ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

1 ພຶດສະພາ ນິມິດໝາຍສໍາຄັນຂອງວັນກໍາມະກອນສາກົນ

Apr 25, 2024

ວັນກໍາມະກອນສາກົນ, ວັນທີ 1 ພຶດສະພາ ເປັນນິມິດໝາຍໜຶ່ງທີ່ສໍາຄັນໃນການຮຽກຮ້ອງໃຫ້ການຈັດຕັ້ງກຳມະກອນ ແລະ ຊາວຜູ້ອອກແຮງງານ ກຽມພ້ອມຕໍ່ສູ້ເພື່ອທວງເອົາສິດຂອງຕົນ ເຊິ່ງກ່ອນໜ້ານີ້ ກໍຄື ວັນທີ 14 ກໍລະກົດ 1889 ກອງປະຊຸມພັກກອມມູນິດສາກົນ ຄັ້ງທີ II ໄດ້ໄຂຂຶ້ນຢູ່ທີ່ນະຄອນຫລວງປາຣີ ປະເທດຝຣັ່ງ, ທີ່ປະຊຸມໄດ້ຜ່ານໂຄງການດຳເນີນງານສຳຄັນຄື: ຊົນຊັ້ນກຳມະກອນສາມັກຄີຕໍ່ສູ້ແມ່ນທວງເອົາສິດ ແລະ ຜົນປະໂຫຍດຂອງຕົນຢູ່ບັນດາປະເທດທຶນນິຍົມ ແລະ ຣັດເຊຍ ໂດຍໂຄ້ນລົ້ມລະບອບນາຍທຶນ ເພື່ອປະຕິບັດຄຳຂວັນ “ມື້ໜຶ່ງເຮັດວຽກ 8 ຊົ່ວໂມງ ແລະ ກຳນົດເອົາວັນທີ 1 ພຶດສະພາ 1886 ເປັນວັນກຳມະກອນສາກົນ”. ນັບແຕ່ນັ້ນມາ, ວັນທີ 1 ພຶດສະພາ ຂອງທຸກໆປີ ຈຶ່ງໄດ້ກາຍເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ.
ສະຫາຍ ພັນເອກ ບຸນທົງ ກອງເທດມະນີ ຫົວໜ້າອໍານວຍການບໍລິສັດລັດວິສາຫະກິດນໍ້າມັນເຊື້ອໄຟວຽງຈັນ ໄດ້ໃຫ້ທັດສະນະ ແລະ ຄວາມຮູ້ສຶກຕໍ່ການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງຂະບວນການກໍາມະກອນສາກົນ ຕະຫລອດໄລຍະ 138 ປີ (1/5/1886-1/5/2024) ນີ້ວ່າ: ໃນທ້າຍສະຕະວັດທີ 18 ຫາຕົ້ນສະຕະວັດທີ 19 ຫລາຍປະເທດຢູ່ໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສໍາເລັດ ການໂຄ່ນລົ້ມລະບອບສັກດີນາ ແລະ ສ້າງຕັ້ງລະບອບນາຍທຶນຂຶ້ນແທນ, ພາຍໃຕ້ການປົກຄອງຂອງ ພວກນາຍທຶນ, ຊົນຊັ້ນກຳມະກອນຖືກກົດຂີ່ຂູດຮີດນັບມື້ໜັກໜ່ວງ ເຊັ່ນ: ນາຍທຶນບັງຄັບກຳມະກອນເຮັດວຽກໃນມື້ໜຶ່ງ 14-15 ຊົ່ວໂມງ, ການອອກແຮງງານສຸດທີ່ລໍາບາກ ແລະ ມີຄວາມສ່ຽງສູງຕໍ່ຊີວິດ ເນື່ອງຈາກລະບົບປ້ອງກັນໄພຂອງເຄື່ອງຈັກໃນເວລານັ້ນຍັງບໍ່ທັນມີ, ນາຍທຶນນັບມື້ເພີ່ມທະວີການບັງຄັບຂົ່ມເຫັງໃຫ້ກຳມະກອນອອກແຮງງານໂດຍບໍ່ມີເວລາພັກຜ່ອນ, ການອອກແຮງງານໜັກແຕ່ຄ່າແຮງງານພັດຖືກ, ການປ້ອງກັນສຸຂະພາບ ແລະ ຄວາມປອດໄພແຮງງານໃນສະຖານທີ່ເຮັດວຽກບໍ່ດີ, ບໍ່ເອົາໃຈໃສ່ກ່ຽວກັບສະຫວັດດີການ-ສັງຄົມ ຈຶ່ງພາໃຫ້ເກີດມີຂໍ້ຂັດແຍ່ງຂຶ້ນ ແລະ ຂໍ້ຂັດແຍງດັ່ງກ່າວ ນັບມື້ນັບຮຸນແຮງ, ຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານຈໍາເປັນຈຶ່ງໄດ້ຈັດຕັ້ງເປັນກຸ່ມ, ເປັນຂະບວນລຸກຮືຂຶ້ນຕໍ່ສູ້ກັບຊົນຊັ້ນນາຍທຶນ, ທວງໃຫ້ພວກນາຍທຶນເພີ່ມເງິນເດືອນ ແລະ ຫລຸດຜ່ອນຊົ່ວໂມງເຮັດວຽກລົງ. ໃນມະຕິ ກອງປະຊຸມພັກກອມມູນິດສາກົນ ຄັ້ງທີ II ໄດ້ກາຍເປັນນິມິດໝາຍທີ່ສໍາຄັນໃນການຮຽກຮ້ອງໃຫ້ການຈັດຕັ້ງກຳມະກອນ ແລະ ຊາວຜູ້ອອກແຮງງານກຽມພ້ອມຕໍ່ສູ້ເພື່ອທວງເອົາສິດຂອງຕົນ, ນັບແຕ່ມື້ມີວັນກຳມະກອນສາກົນເປັນຕົ້ນມາ, ຂະບວນການຕໍ່ສູ້ຂອງຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານໃນບັນດາປະເທດນາຍທຶນ ແລະ ຫົວເມືອງຂື້ນໄດ້ກາຍເປັນກະແສຟອງຢ່າງຟົດເດືອດ.
ສະຫາຍ ພັນເອກ ບຸນທົງ ກອງເທດມະນີ ຍັງໃຫ້ຮູ້ອີກວ່າ: ເພື່ອລະນຶກເຖິງ ວັນກຳມະກອນສາກົນ ໃຫ້ມີຄວາມໝາຍສໍາຄັນ ແລະ ເລິກເຊິ່ງ ໂດຍຖືເອົາສະມາຊິກກໍາມະບານ, ກໍາມະກອນ ແລະ ຜູ້ອອກແຮງງານເປັນຫລັກ, ໃຫ້ເຂົາເຈົ້າໄດ້ຮັບຮູ້, ເຂົ້າໃຈ ແລະ ເຊື່ອມຊຶມມູນເຊື້ອປະຫວັດຄວາມເປັນມາຂອງວັນສໍາຄັນດັ່ງກ່າວ ແນໃສ່ປຸກລະດົມ, ສ້າງຈິດສຳນຶກໃຫ້ ແກ່ສະມາຊິກກຳມະບານ, ກຳມະກອນ ແລະ ຜູ້ອອກແຮງງານ ໃຫ້ມີຄວາມບຸກບືນ, ຫ້າວຫັນ, ຕັ້ງໜ້າປະກອບສ່ວນເຂົ້າໃນການເຄື່ອນໄຫວວຽກງານກຳມະບານ, ສ້າງຂະບວນການແຂ່ງຂັນປະຕິບັດໜ້າທີ່ວິຊາສະເພາະ, ຂະບວນການແຂ່ງຂັນການຜະລິດໃຫ້ໄດ້ຫລາຍຂຶ້ນ, ປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າຂອງສະຫະພັນກໍາມະບານລາວ ໂດຍຕິດພັນກັບການຈັດຕັ້ງປະຕິບັດມະຕິກອງປະຊຸມຜູ້ແທນຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ໃຫ້ປະກົດຜົນເປັນຈິງ.
ຂ່າວ: ຄໍາປະສົງ ລາດຊະວົງ
May be an image of 1 person and text