ໃນວັນທີ 1 ພຶດສະພາ 2024 ນີ້ ສະມາຊິກຊາວໜຸ່ມອ້ອມຂ້າງເມືອງ ໄດ້ລົງດັບມອດໄຟໄໜ້ລາມປ່າ ຢູ່ຂອບເຂດປ່າສະຫງວນຂອງບ້ານລາດຄູນເມືອງ, ເມືອງເມິງ, ແຂວງບໍ່ແກ້ວ.
ເນື່ອງຈາກສະພາບອາກາດຮ້ອນອົບເອົ້າ ແລະ ປະຊາຊົນໄດ້ຈູດສວນເພຶ່ອທໍາການຜະລິດ ຈິ່ງເຮັດໃຫ້ເກີດອັກຄີໄພ ໄຟໄໜ້ລາມປ່າ ຢູ່ຂອບເຂດປ່າສະຫງວນຂອງບ້ານລາດຄູນເມືອງ ເຊິ່ງຜູ້ເຂົ້າຮ່ວມດັບມອດໄຟໄໝ້ລາມປ່າໃນຄັ້ງນີ້ແມ່ນໄດ້ເອົາໃຈໃສ່ຕັດຕົ້ນໄມ້ ແລະ ກາດເປັນແຫຼວທາງ ເພຶ່ອສະກັດບໍ່ໃຫ້ໄຟລາມປ່າເປັນວົງກວ້າງ ໄລຍະທີຜ່ານມາປະຊາຊົນຈໍານວນໜຶ່ງໄດ້ບຸກລຸກຖ່າງປ່າເພຶ່ອທໍາການຜະລິດປູກຝັງ-ລ້ຽງສັດ ເປັນຕົ້ນແມ່ນປູກຕົ້ນໄມ້ອຸດສາຫະກໍາ ກໍ່ຄືປູກຍາງພາລາ ແລະ ບ່ອນລ້ຽງສັດຕ່າງໆ ມາຮອດປັດຈຸບັນປ່າສະຫງວນຂອງບ້ານລາດຄູນເມືອງຍັງເຫຼືອພຽງແຕ່ປ່າສະຫງວນແຫ່ງດຽວນີ້ ເນື່ອງຈາກວ່າປະຊາຊົນໄດ້ຂະຫຍາຍທໍາການຜະລິດເຂົ້າມາໃນຂອບເຂດປ່າສະຫງວນຂອງບ້ານ.
ທີ່ມາ: ອຸ່ນຄໍາ ຂັນວາລິດ





