ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຖະແຫຼງຜົນສໍາເລັດໃນການຫ້າມການລົງໂທດທາງຮ່າງກາຍ ດ້ວຍການຂ້ຽນຕີ ຄັ້ງປະຫວັດສາດຂອງ ລາວ

May 3, 2024

ໃນວັນທີ 30 ເມສາ 2024 ນີ້ ທີ່ໂຮງແຮມແລນມາກ, ກົມຄຸ້ມຄອງ ແລະ ສົ່ງເສີມວຽກງານຍຸຕິທຳ, ກະຊວງຍຸຕິທໍາ ໄດ້ຈັດກອງປະຊຸມຖະແຫຼງຂ່າວຜົນສໍາເລັດກ່ຽວກັບການຫ້າມການ ລົງໂທດທາງຮ່າງກາຍດ້ວຍການຂ້ຽນຕີ ຄັ້ງປະຫວັດສາດຂອງ ສປປ ລາວ ຂຶ້ນ. ໂດຍການເປັນປະທານຮ່ວມຂອງ ທ່ານ ກົງຈີ ຢ່າງຈື ຮອງລັດຖະມົນຕີກະຊວງຍຸຕິທຳ, ທ່ານ ອາຕູໂຣ ຣົມໂບຣິ ຮອງຫົວໜ້າອົງການຢູນິເຊັບ ປະຈໍາ ສປປ ລາວ.
ໃນພິທີ ທ່ານ ກົງຈີ ຢ່າງຈື ຮອງລັດຖະມົນຕີກະຊວງຍຸຕິທຳ, ຫົວໜ້າຄະນະປັບປຸງກົດໝາຍ ວ່າດ້ວຍການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ ໄດ້ກ່າວວ່າ: ສປປ ລາວ ໄດ້ເອົາໃຈໃສ່ການໃຊ້ຄວາມຮຸນແຮງຕໍ່ເດັກ ໂດຍຜ່ານການເພີ່ມທະວີການປະສານງານ, ການນໍາໃຊ້ມາດຕະການປ້ອງກັນ ແລະ ການຕອບໂຕ້ການໃຊ້ຄວາມຮຸນແຮງຕໍ່ເດັກຢູ່ໃນເຮືອນ, ໂຮງຮຽນ, ສະຖານທີ່ທາງອອນລາຍ ແລະ ໃນຊຸມຊົນ. ການສຳຫລວດດັດສະນີໝາຍສັງຄົມຄັ້ງທີ 3 (LSIS III) ຂອງ ສປປ ລາວໃນປີ 2023 ຊີ້ໃຫ້ເຫັນເຖິງການຫລຸດລົງຂອງການປະຕິບັດວິໄນຕໍ່ເດັກທີ່ໃຊ້ຄວາມຮຸນແຮງ ໂດຍ ອັດຕາສ່ວນຂອງເດັກອາຍຸ 1-14 ປີ ທີ່ໄດ້ຮັບການລົງໂທດທາງຮ່າງກາຍ ຫລຸດລົງຈາກ 77% ມາເປັນ 62%. ນອກຈາກນີ້, ການປັບປຸງກົດໝາຍວ່າດ້ວຍການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ ແມ່ນໜຶ່ງໃນການຈັດ ຕັ້ງປະຕິບັດຕົວຈິງ ຂອງລັດຖະບານ ສປປ ລາວ ໃນການຈັດຕັ້ງປະຕິບັດຂໍ້ສະເໜີແນະ ຂອງຄະນະກຳ ມະການສິດທິເດັກ ຂອງສະຫະປະຊາຊາດ ໃນການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບການປົກປ້ອງເດັກຂອງ ສປປ ລາວ.
ຈາກນັ້ນ, ທ່ານ ອາຕູໂຣ ຣົມໂບລິ ຮອງຜູ້ຕາງໜ້າອົງການ ຢູນີເຊບ ປະຈຳ ສປປ ລາວ ກໍໄດ້ສະ ແດງຄວາມຊົມເຊີຍ ລັດຖະບານ ແຫ່ງ ສປປ ລາວ ສຳລັບຄວາມພະຍາຍາມໃນການສົ່ງເສີມສິດທິເດັກ ໂດຍຜ່ານນິຕິກຳອັນສໍາຄັນ, ກົດໝາຍ ເປັນບາດກ້າວສໍາຄັນໃນການສ້າງສະພາບແວດລ້ອມທີ່ປອດໄພ ເຊິ່ງເດັກທຸກ ຄົນຈະໄດ້ຮັບການປົກປ້ອງຈາກໄພອັນຕະລາຍ ພ້ອມທັງຢືນຢັນວ່າ ຈະຍັງສືບຕໍ່ສະໜັບສະໜູນລັດຖະບານ ແລະ ຄູ່ຮ່ວມງານໃນການປົກປ້ອງເດັກຈາກຄວາມຮຸນແຮງໃນທຸກສະພາບແວດລ້ອມ.
ຂ່າວ-ພາບ: ໄຊຍະສິດ