ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ບໍລິສັດ DP World ຊື້ກິດຈະການ Savan Logistics ບໍລິການທ່າບົກໃນແຂວງສະຫວັນນະເຂດ

May 6, 2024

ໃນວັນທີ 6 ພຶດສະພາ 2024 ບໍລິສັດ DP World ໄດ້ຮັບສິດໃນການດຳເນີນກິດຈະການໃນເຂດເສດຖະກິດພິເສດສະຫວັນນະເຂດ (SEZ) ໃນ ສປປ ລາວ ເຊິ່ງເປັນເຂດເສດຖະກິດພິເສດແຫ່ງທຳອິດຂອງປະເທດລາວ. ໂດຍການເຂົ້າຊື້ກິດຈະການຂອງ Savan Logistics ເຊິ່ງເປັນຜູ້ດຳເນີນກິດຈະການທ່າເຮືອບົກພາຍໃນປະເທດມາແຕ່ປີ 2016.​ທ່າເຮືອບົກຂະໜາດ 140.​456 ຕາແມັດນີ້ຕັ້ງຢູ່ທິດຕາເວັນຕົກຂອງແລວເສດຖະກິດຕາເວັນອອກ-ຕາເວັນຕົກທີ່ມີຄວາມຍາວ 1.450 ກິໂລແມັດ ເຊິ່ງເຊື່ອມຕໍ່ປະເທດລາວ, ກຳປູເຈຍ, ມຽນມາ, ໄທ ແລະ ຫວຽດນາມ. ພື້ນທີ່ແຫ່ງນີ້ຖືກໃຊ້ປະໂຫຍດໂດຍເຈົ້າຂອງສິນຄ້າ ແລະ ບໍລິສັດໂລຈິສຕິກທີ່ສຳຄັນໃນລະດັບພາກພື້ນ ເພື່ອເຊື່ອມໂຍງແລວເສດຖະກິດ. ນອກຈາກນີ້, ຍັງມີຄັງສິນຄ້າຂະໜາດປະມານ 23.000 ຕາແມັດ ເຊິ່ງລວມເຖິງພື້ນທີ່ປອດອາກອນຂະໜາດ 11.000 ຕາແມັດນຳອີກ.
ບໍລິສັດ DP World ບໍ່ພຽງແຕ່ໃຫ້ບໍລິການທ່າບົກ ແລະ ຄັງສິນຄ້າເທົ່ານັ້ນ ແຕ່ຍັງດູແລການຂົນສົ່ງຂ້າມແດນ, ການຂົນສົ່ງສິນຄ້າ ແລະ ໂຊລູຊັນໂລຈິສຕິກແບບຄົບວົງຈອນນຳອີກ.​ທ່ານ Glen Hilton ໃນຖານະປະທານ (CEO) ແລະ ຜູ້ຈັດການດ້ານການຕະຫລາດ ປະຈຳພາກພື້ນອາຊີປາຊີຸິກ (Managing Director, Asia Pacific) ຂອງບໍລິສັດໄດ້ກ່າວວ່າ: “ນີ້ເປັນກ້າວສຳຄັນຂອງພວກເຮົາໃນການຍົກລະດັບຄວາມເຊື່ອມໂຍງຂອງພາກພື້ນນີ້.​ພື້ນທີ່ທ່າບົກແຫ່ງນີ້ຕັ້ງຢູ່ໃກ້ກັບທ່າເຮືອ ແລະ ມີສິ່ງອຳນວຍຄວາມສະດວກຕາມແລວເສດຖະກິດຕາເວັນອອກ-ຕາເວັນຕົກ ໃນປະເທດໄທ ແລະ ຫວຽດນາມ. ພວກເຮົາຈະຊ່ວຍສ້າງຄວາມຊຳນານງານ, ພັດທະນາດ້ານຊັບພະຍາກອນມະນຸດ ແລະ ພັດທະນາພື້ນຖານໂຄງລ່າງຂອງທ່າບົກແຫ່ງນີ້ ໂດຍອາໄສຂໍ້ໄດ້ປຽບທາງພູມສາດເພື່ອສົ່ງເສີມການຄ້າໃຫ້ກັບລູກຄ້າຂອງພວກເຮົາ ສິ່ງສຳຄັນທີ່ສຸດ ພວກເຮົາຕ້ອງການຍົກລະດັບສະພາບເສດຖະກິດຂອງຊຸມຊົນທີ່ອາໄສເສັ້ນທາງການຄ້າສຳຄັນນີ້ໃນການດຳລົງຊີວິດປະຈຳວັນ”.
ຕາມການຄາດການຂອງ ທະນາຄານພັດທະນາອາຊີ (ADB) ເສດຖະກິດຂອງຂອງ ສປປ ລາວ ມີແນວໂນ້ມຈະເຕີບໂຕຂຶ້ນປະມານ 4% ໃນປີ 2024 ໂດຍແຮງຂັບເຄື່ອນທີ່ສຳຄັນມາຈາກຄວາມຮ່ວມມືດ້ານຍຸດທະສາດ ແລະ ນະໂຍບາຍທີ່ເອື້ອອຳນວຍຕໍ່ການດຳເນີນທຸລະກິດຂອງພາກລັດ. ນອກຈາກນີ້, ການທີ່ ສປປ ລາວ ດຳລົງຕຳແໜ່ງປະທານອາຊຽນຈະຊ່ວຍຍົກລະດັບຄວາມສຳພັນລະຫວ່າງປະເທດໃນເວທີໂລກ ສົ່ງເສີມການລົງທຶນຈາກຕ່າງປະເທດ ແລະ ກະຕຸ້ນຄວາມຮ່ວມມືທາງເສດຖະກິດກັບປະເທດເພື່ອນບ້ານ. ການພັດທະນາສຳຄັນນີ້ເປັນຄວາມມຸ່ງໝັ້ນຂອງ DP World ໃນການຊຸກຍູ້ດ້ານການຄ້າໃນພາກພື້ນອາຊີປາຊີຟິກ ດ້ວຍການຂະຫຍາຍເຄືອຂ່າຍໄປຍັງພື້ນທີ່ຍຸດທະສາດ ໃນອາທິດທີ່ຜ່ານມາ ບໍລິສັດໄດ້ປະກາດຮ່ວມມືກັບ Sabah Ports Sdn. Bhd ຂອງມາເລເຊຍ ແລະ Asian Terminals Inc (ATI) ເພື່ອບໍລິຫານຈັດການທ່າເຮືອຕູ້ຄອນເທນເນີອ່າວຊາປັງກາໃນມາເລເຊຍຕາເວັນອອກ ແລະ ທ່າເຮືອບາຣ໌ຈທ່າຊາ ໃນຟີລິບປິນຕາມລຳດັບ.
ບໍລິສັດ DP World ມີທີມງານທີ່ມີຄວາມສາມາດຫລາຍເຊື້ອຊາດ ແລະ ເປັນມືອາຊີບ​ ແລະ ມີທ່າເຮືອ ແລະ ເທີມີນອລ 19 ແຫ່ງ​ ເພື່ອບໍລິການເດີນທະເລ ໂລຈິສຕິກ ແລະ ເຕັກໂນໂລຊີ ໂດຍປະສານໂຄງສ້າງພື້ນຖານລະດັບໂລກເຂົ້າກັບຄວາມຊ່ຽວຊານໃນທ້ອງຖິ່ນ ແບບຄົບວົງຈອນທີ່ມີປະສິດທິພາບຫລາຍຂຶ້ນ ເຊິ່ງຈະຊ່ວຍປ່ຽນແປງຮູບແບບການຄ້າລະຫວ່າງປະເທດ.
ທີ່ມາຈາກ: ຂປລ.
May be an image of text