ຕອນບ່າຍວັນທີ 6 ພຶດສະພາ ນີ້ ທີ່ສະໂມສອນ ກະຊວງແຜນການ ແລະ ການລົງທຶນ (ກຜທ) ໄດ້ມີພິທີມອບ-ຮັບໜ້າທີ່ ເລຂາຄະນະພັກ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ (ກຜທ) ລະຫວ່າງ ທ່ານ ຄຳເຈນ ວົງໂພສີ ກໍາມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີ ກຜທ (ຜູ້ເກົ່າ) ແລະ ທ່ານ ເພັດ ພົມພິພັກ ກໍາມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ (ຜູ້ໃໝ່) ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ.





