ທ່ານ ສີຈິ້ນຜິງ ແລະ ທ່ານ ມາຄຣົງ ຮ່ວມກັນຖະແຫຼງຂ່າວຕໍ່ສື່ມວນຊົນ
ຕອນບ່າຍວັນທີ 6 ພຶດສະພານີ້, ພາຍຫຼັງການພົບປະເຈລະຈາກັນ, ທ່ານ ສີຈິ້ນ ຜິງ ປະທານປະເທດຈີນ ແລະ ທ່ານ ເອັມມານູເອວມາຄຣົງປະທານາທິບໍດີຝຣັ່ງ ໄດ້ຮ່ວມກັນຖະແຫຼງຂ່າວຕໍ່ສື່ມວນຊົນຢູ່ທຳນຽບປະທານາທິບໍດີຝຣັ່ງທີ່ນະຄອນຫຼວງປາຣີຂອງຝຣັ່ງ.

ໃນໂອກາດນີ້, ທ່ານ ສີຈິ້ນຜິງ ໃຫ້ຮູ້ວ່າ: ຂ້າພະເຈົ້າໄດ້ພົບປະເຈລະຈາກັບປະທານາທິບໍດີມາຄຣົງຢ່າງມີປະສິດທິຜົນ. ພວກຂ້າພະເຈົ້າເຫັນດີເປັນເອກະພາບກັນວ່າ: ສາຍພົວພັນຈີນ-ຝຣັ່ງມີຄຸນຄ່າພິເສດ ແລະ ມີພາລະກໍາອັນສໍາຄັນ ເຊິ່ງສອງຝ່າຍຄວນສືບທອດພາລະກໍາປະຫວັດສາດໃຫ້ດີເພື່ອໄຂສັງກາດໃໝ່ໃຫ້ແກ່ອີກ 60 ປີຕໍ່ໜ້າຂອງສາຍພົວພັນລະຫວ່າງຈີນ-ຝຣັ່ງ.
ພວກຂ້າພະເຈົ້າໄດ້ຕົກລົງໃຫ້ເຮັດວຽກເຫຼົ່ານີ້ໃຫ້ດີ: ໜຶ່ງ, ປັບປຸງສາຍພົວພັນລະ ຫວ່າງສອງປະເທດໃຫ້ມີຄວາມໝັ້ນຄົງດ້ານຍຸດທະສາດ; ສອງ, ຂຸດຄົ້ນຄວາມສາມາດບົ່ມຊ້ອນທີ່ຫຼວງຫຼາຍຂອງການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ; ສາມ, ເລັ່ງລັດຊຸກຍູ້ການແລກປ່ຽນດ້ານວັດທະນະທໍາເຊິ່ງກັນແລະກັນ; ສີ່, ເຕົ້າໂຮມຄວາມເຫັນທີ່ເປັນເອກະພາບກັນໃຫ້ຫຼາຍກວ່າເກົ່າເພື່ອການຮ່ວມມືຂອງທົ່ວໂລກ.
ທ່ານ ສີຈິ້ນຜິງ ໃຫ້ຮູ້ຕື່ມວ່າ: ໂລກໃນປັດຈຸບັນແມ່ນບໍ່ມີຄວາມສະຫງົບທີ່ສຸດ. ໃນຖານະທີ່ເປັນປະເທດສະມາຊິກຖາວອນຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ແລະ ປະເທດໃຫຍ່ທີ່ມີຄວາມຮັບຜິດຊອບ, ຈີນຍິນດີຮ່ວມກັບຝຣັ່ງ, ຖືເອົາງານກິລາໂອລິມປິກປາຣີເປັນໂອກາດທີ່ສໍາຄັນ ເພື່ອສົ່ງເສີມໃຫ້ທົ່ວໂລກບັນລຸການຢຸດຍິງໃນໄລຍະຈັດງານກິລາດັ່ງກ່າວ.


