ວັນທີ 7 ພຶດສະພາ 2024, ຄະນະຮັບຜິດຊອບຂັ້ນສູນກາງ, ຂັ້ນແຂວງ ແລະ ຂັ້ນເມືອງ ໄດ້ສືບຕໍ່ຂຶ້ນທະບຽນພະພຸດທະຮູບ ທີ່ຂຸດຄົ້ນໄດ້ຢູ່ດອນເຜິ້ງຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໃຫ້ມີຄວາມລະອຽດຊັດເຈນ
ການຂຶ້ນທະບຽນໄດ້ລະບຸເຖິງຮູບລັກສະນະ, ວັດສະດຸ ທີ່ຜະລິດອົງພະ, ຮູບແບບການຜະລິດ, ສະພາບຄວາມສົມບູນ, ຂະໜາດ, ນ້ຳໜັກ, ແຫລ່ງທີ່ມາ, ລວດລາຍສິລະປະ, ຈຸດຕຳນິ, ຖ່າຍຮູບໄວ້ ແລະ ອື່ນໆຢ່າງລະອຽດ ເພື່ອໃຫ້ສະດວກໃນການຄຸ້ມຄອງ, ປົກປັກຮັກ ແລະ ກວດສອບໄດ້ໃນຕໍ່ໜ້າ, ເຊິ່ງການຂຶ້ນທະບຽນ ແລະ ເກັບກຳຂໍ້ມູນພະພຸດທະຮູບດັ່ງກ່າວ ມີຈຳນວນ 200 ກວ່າອົງ ແລະ ວັດຖຸພັນຈຳນວນ 900 ກວ່າສິ້ນສ່ວນ ໂດຍຄະນະຮັບຜິດຂັ້ນສູນກາງ, ຂັ້ນແຂວງ ແລະ ຂັ້ນເມືອງ ພ້ອມກັນຈັດຕັ້ງປະຕິບັດດ້ວຍຄວາມຮັບຜິດຊອບສູງໃຫ້ສຳເລັດຕາມແຜນທີ່ວາງໄວ້.
ການຂຸດຄົ້ນພະພຸດທະຮູບບູຮານທີ່ມີອາຍຸຫລາຍຮ້ອຍປີ ຢູ່ດອນເຜິ້ງຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ເລີ່ມແຕ່ວັນທີ 16-28 ມີນາ 2024, ສາມາດຂຶ້ນທະບຽນສໍາເລັດແລ້ວ ທັງໝົດ 154 ອົງ ໃນນັ້ນມີທັງພະພຸດທະຮູບທີ່ສົມບູນ ແລະ ບໍ່ສົມບູນ ສ່ວນພະພຸດທະຮູບປາງລີລາ, ພະພຸດທະຮູບໃບໂພ ແລະ ສິນສ່ວນອື່ນໆທີ່ໄດ້ຈາກການຂຸດຄົ້ນ ແມ່ນຍັງບໍ່ໄດ້ຂຶ້ນທະບຽນເທື່ອ ສໍາລັບອົງທີ່ໄດ້ຂຶ້ນລະບຽນແລ້ວສ່ວນຫລາຍ ມີລັກສະນະສິລະປະລາວລ້ານຊ້າງ.
ທີ່ມາ: ວິທະຍຸ-ໂທລະພາບບໍ່ແກ້ວ







