ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄະນະໂຄສະນາອົບຮົມສູນກາງພັກ ເຊື່ອມຊຶມມະຕິ 04/ກມສພ ແລະປະກາດການຈັດຕັ້ງ

May 8, 2024

ຕອນເຊົ້າ ວັນທີ 8 ພຶດສະພາ 2024 ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດກອງປະຊຸມເຊື່ອມຊຶມມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ແລະ ປະກາດການຈັດຕັ້ງ ທີ່ຫ້ອງປະຊຸມໃຫຍ່ ຄະນະໂຄສະນາອົບຮົມສູນກາງພັກ ໂດຍການເປັນປະທານຂອງ ສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ; ມີບັນດາຄະນະພັກ-ຄະນະນໍາ ພ້ອມດ້ວຍຫົວໜ້າກົມ-ຮອງກົມ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ຄໍາພັນ ເຜີຍຍະວົງ ໄດ້ເຜີຍແຜ່ມະຕິວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ໂດຍໄດ້ຍົກໃຫ້ເຫັນວ່າ: ການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ແມ່ນການຍົກສູງສະຕິຊາດ, ເສີມຂະຫຍາຍສະຕິປັນຍາ, ກຳລັງແຮງ ແລະ ຄວາມສາມາດແຂ່ງຂັນຂອງຄົນໃນຊາດ ເພື່ອຂຸດຄົ້ນທ່າແຮງບົ່ມຊ້ອນ ດ້ານຊັບພະຍາກອນມະນຸດ, ຊັບພະຍາກອນທຳມະຊາດ, ທີ່ຕັ້ງພູມສັນຖານ, ວັດທະນະທຳ-ສັງຄົມ ຢ່າງມີການວາງແຜນ, ມີຍຸດທະສາດ ແລະ ຄຳນຶງເຖິງປະສິດທິພາບ, ປະສິດທິຜົນ ແລະ ຄວາມຄຸ້ມຄ່າ ຂອງການນຳໃຊ້ຄວາມສາມາດບົ່ມຊ້ອນ ຂອງຊັບພະຍາກອນທີ່ມີ ເພື່ອຕອບສະໜອງໃຫ້ແກ່ການປົກປັກຮັກສາປະເທດຊາດ ແລະ ການພັດທະນາທີ່ຍືນຍົງ.
ການສ້າງເສດຖະກິດເອກະລາດ, ເປັນເຈົ້າຕົນເອງ ແມ່ນການເຮັດໃຫ້ຄົນລາວ, ສັງຄົມລາວ ຍົກລະດັບວິຖີຊີວິດ ແລະ ວິທີການທຳມາຫາກິນແບບໃໝ່, ສາມາດເສີມຂະຫຍາຍຫົວຄິດປະດິດສ້າງ, ຄວາມດຸໝັ່ນຂະຫຍັນພຽນ, ເປັນຜູ້ປະກອບການທີ່ເຂັ້ມແຂງ, ເປັນເຈົ້າຕົນເອງ; ແມ່ນການພັດທະນາດ້ວຍສະຕິປັນຍາ ແລະ ເດີນໜ້າດ້ວຍລຳຂາຂອງຕົນເອງຢ່າງເປັນເຈົ້າການ, ນອກນີ້ ກໍເປັນເຈົ້າການສ້າງຄ່ານິຍົມສິນຄ້າລາວໃຫ້ຫຼາຍຂຶ້ນ. ພ້ອມນີ້, ກໍໄດ້ເນັ້ນໃຫ້ກຳແໜ້ນເນື້ອໃນການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ກໍຄືທິດທາງລວມ, ເປົ້າໝາຍສູ້ຊົນ, ແຜນນະໂຍບາຍ ແລະ ວິທີການຈັດຕັ້ງປະຕິບັດ ຊຶ່ງແມ່ນອັນສຳຄັນໃນການເຮັດຕົວຈິງ ໂດຍສະເພາະທົ່ວຄະນະໂຄສະນາອົບຮົມສູນກາງພັກ ຕ້ອງໄດ້ຫັນເຂົ້າສູ່ວຽກງານຂອງຕົນ ແລະ ຈັດຕັ້ງປະຕິບັດໃຫ້ໄດ້.
ພາຍຫຼັງສຳເລັດກອງປະຊຸມເຊື່ອມຊຶມມະຕິ ວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ແລ້ວ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ດຳເນີນພິທີປະກາດການຈັດຕັ້ງ ໂດຍໄດ້ຜ່ານມະຕິຕົກລົງ ສະບັບເລກທີ 31/ຄລສພ, ລົງວັນທີ 1 ກຸມພາ 2024 ຕົກລົງໃຫ້ ສະຫາຍ ໂພເມກ ວິໄລສັກ ຫົວໜ້າກົມໂຄສະນາອອກພັກການ-ຮັບອຸດໜູນບໍານານ; ມະຕິຕົກລົງ ສະບັບເລກທີ 77/ຄລສພ, ລົງວັນທີ 3 ເມສາ 2024 ແຕ່ງຕັ້ງ ສະຫາຍ ສາຄອນ ພົມມະລາດ ເປັນຮອງຫົວໜ້າ ຄອສພ; ມະຕິຕົກລົງ ສະບັບເລກທີ 78/ຄລສພ, ລົງວັນທີ 3 ເມສາ 2024 ແຕ່ງ ຕັ້ງສະຫາຍ ອານົງສັກ ອິນທະວົງ ເປັນຫົວໜ້າກົມໂຄສະນາ ແລະ ມະຕິຕົກລົງ ສະບັບເລກທີ 79/ຄລສພ, ລົງວັນທີ 3 ເມສາ 2024 ແຕ່ງຕັ້ງ ສະຫາຍ ນາງ ພວງມະລີ ອັກຄະມຸນຕີ ເປັນຫົວໜ້າກົມຈັດຕັ້ງ-ພະນັກງານ; ນອກນີ້, ຍັງໄດ້ຜ່ານຂໍ້ຕົກລົງ ສະບັບເລກທີ 603/ຄອສພ ແຕ່ງຕັ້ງ ສະຫາຍ ສະຫວ່າງ ດາລາແສນ ຮອງຫົວໜ້າກົມກວດກາ ເປັນວ່າການຫົວໜ້າກົມກວດກາ ແລະ ຂໍ້ຕົກລົງ ສະບັບເລກທີ 604/ຄອສພ ແຕ່ງຕັ້ງ ສະຫາຍ ບຸນເພັງ ຈັນທະດາລາ ຮອງຫົວໜ້າຫ້ອງການ ເປັນວ່າການຫົວໜ້າຫ້ອງການ ຄອສພ.
ໂອກາດນີ້, ສະຫາຍ ຄຳພັນ ເຜີຍຍະວົງ ໄດ້ມີຄໍາເຫັນກ່າວຊົມເຊີຍ ຕໍ່ບັນດາສະຫາຍ ທີ່ໄດ້ຮັບການແຕ່ງຕັ້ງ ແລະ ສັບປ່ຽນໜ້າທີ່ໃໝ່ ຊຶ່ງນີ້ເປັນການສືບຕໍ່ກໍ່ສ້າງພະນັກງານສືບທອດປ່ຽນແທນ ແລະ ທັງເປັນການສ້າງການຫັນປ່ຽນພາຍໃນ ແນໃສສ້າງການຫັນປ່ຽນທີ່ແຂງແຮງ ເລິກເຊິ່ງ ເຮັດໃຫ້ວຽກງານຂອງ ຄະນະໂຄສະນາອົບຮົມສູນກາງພັກ ຫັນປ່ຽນໄປສູ່ຄຸນນະພາບໃໝ່. ພ້ອມກັນນັ້ນ, ກໍເນັ້ນໃຫ້ບັນດາສະຫາຍ ຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຕົນ ທີ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຂອງຂັ້ນເທິງ ມອບໝາຍໜ້າທີ່ອັນມີກຽດ ຊຶ່ງສະເໜີໃຫ້ບັນດາສະຫາຍດຳເນີນກະກຽມບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຂອງຕົນໃນໄລຍະຜ່ານມາ ແລະ ຈັດຕັ້ງມອບຮັບໜ້າທີ່ກັນໃຫ້ສຳເລັດໂດຍໄວ ເພື່ອກ້າວສູ່ການສືບຕໍ່ເຮັດວຽກງານໃຫ້ເດີນໄປຢ່າງຕໍ່ເນື່ອງ ສອດຄ່ອງກັບວຽກງານໃນສະພາບການປັດຈຸບັນ.