ວັນທີ 07 ພຶດສະພາ 2024 ຄະນະຮັບຜິດຊອບ ສືບຕໍ່ຂື້ນທະບຽນພຣະພຸທທະຮູບ ທີ່ຂຸດຄົ້ນໄດ້ ຢູ່ດອນເຜິ້ງຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ເລິ່ມລົງມືເຮັດວຽກຂອງຕົນ ຫລັງຈາກຢຸດພັກກ່ອນໜ້າບຸນປີໃຫມ່ລາວມາແລ້ວ ໂດຍຄະນະຮັບຜິດຊອບ ໄດ້ສືບຕໍ່ຂື້ນທະບຽນພຣະພຸທທະຮູບໃຫ້ມີຄວາມລະອຽດແຈ່ມແຈ້ງ ລຽງລຳດັບ , ມີການອະນາໄມ ຜັດຖູຜິວພຣະພຸທທະຮູບດ້ວຍດິນ ສພ (ປູຂາວ) ເພື່ອເອົາເສດດິນເສດແຮ່ ແລະ ຝຸ່ນທີ່ຕິດມາຈາກການຂຸດຄົ້ນອອກແລ້ວຜັດຖູດ້ວຍນ້ຳມັນງາ ເພຶ່ອໃຫ້ມີຄວາມເງົາງາມ ແລະ ເປັນການບູຣະນະ ປົກປັກຮັກສາເນື້ອຜິວ ຂອງອົງພຣະພຸທທະຮູບຕື່ມອີກ, ພ້ອມຂຽນລະຫັດທະບຽນ ລົງໃສ່ແຕ່ລະອົງ, ຂື້ນທະບຽນເພື່ອລະບຸເຖິງຮູບລັກສະນະ, ວັດສະດຸທີ່ຜະລິດອົງພຣະ, ຮູບແບບການຜະລິດ , ສະພາບຄວາມສົມບູນ, ຂະໜາດ, ນ້ຳໜັກ, ແຫລ່ງທີ່ມາ, ລວດລາຍສິລະປະ, ຈຸດຕຳນິ, ຖ່າຍຮູບໄວ້ ແລະ ອື່ນໆ ຢ່າງລະອຽດ ເພື່ອໃຫ້ສະດວກ ໃນການຄຸ້ມຄອງ, ປົກປັກຮັກ ແລະ ກວດສອບ ໄດ້ໃນຕໍ່ໜ້າ.
ເຊິິ່ງຈະໄດ້ຂື້ນທະບຽນເກັບກຳຂໍ້ມູນພຣະພຸທທະຮູບທີ່ຄົ້ນພົບຄືນ ມີຈຳນວນ 200 ກວ່າອົງ ແລະ ວັດຖຸພັນຈຳນວນ 900 ກວ່າ ສິ້ນສ່ວນ, ໂດຍຄະນະຮັບຜິດຂັ້ນສູນກາງ, ຂັ້ນແຂວງ ແລະຂັ້ນເມືອງພ້ອມກັນຈັດຕັ້ງປະຕິບັດດ້ວຍຄວາມຮັບຜິດຊອບສູງໃຫ້ສຳເລັດຕາມແຜນທີ່ວາງໄວ້.
ແຫລ່ງຂ່າວ: ສະຖານີວິທະຍຸ-ໂທລະພາບ ແຂວງບໍ່ແກ້ວ






