ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທີມຊາດລາວ ຜ່ານເຂົ້າໄປຫລິ້ນຮອບແບ່ງກຸ່ມໂດຍບໍ່ຕ້ອງຄັດເລືອກ ເຕະບານຊາຍ ຊິງແຊ້ມອາຊຽນ 2024

May 13, 2024

ທີມຊາດລາວ ຜ່ານເຂົ້າໄປຫລິ້ນຮອບແບ່ງກຸ່ມໂດຍບໍ່ຕ້ອງຄັດເລືອກ ເຕະບານຊາຍ ຊິງແຊ້ມອາຊຽນ 2024 ແລະ ຖືກວາງຢູ່ໂຖສຸດທ້າຍ (ໂຖທີ 5) ການຈັບສະຫລາກຮອບແບ່ງກຸ່ມ.
ສະຫະພັນບານເຕະອາຊຽນ ໄດ້ປະກາດຢືນຢັນວ່າ: ການແຂ່ງຂັນເຕະບານຊາຍ ຊິງແຊ້ມອາຊຽນ 2024 ມີ 11 ທີມເຂົ້າຮ່ວມ 9 ທີມທີ່ມີອັນດັບ 1-9 ຂອງພາກພື້ນ ໄດ້ສິດເຂົ້າແຂ່ງຂັນຮອບແບ່ງກຸ່ມ ແລະ ໄດ້ຈັດທີມວາງ 5 ໂຖ ເພື່ອຈັບສະຫລາກໄວ້ແລ້ວ ໂດຍອີງຕາມຜົນງານຄັ້ງຫລ້າສຸດໃນປີ 2020 ແລະ 2022
🔸ໂຖທີ 1: 🇹🇭 ໄທ ແຊ້ມເກົ່າ, 🇻🇳 ຫວຽດນາມ
🔸ໂຖທີ 2: 🇮🇩 ອິນໂດເນເຊຍ, 🇲🇾 ມາເລເຊຍ
🔸ໂຖທີ 3: 🇵🇭 ຟີລິບປິນ, 🇸🇬 ສິງກະໂປ
🔸ໂຖທີ 4: 🇲🇲 ມຽນມາ, 🇰🇭 ກຳປູເຈຍ
🔸ໂຖທີ 5: 🇱🇦 ລາວ ແລະ ທີມຊະນະຮອບເພອັອຟລະຫວ່າງ 🇹🇱 ຕີມໍເລັສເຕ້ ແລະ 🇧🇳 ບຣູໄນ
ຈະຈັບສະຫລາກວັນທີ 21 ພຶດສະພາ 2024 ທີ່ນະຄອນຫລວງຮ່າໂນ້ຍ ປະເທດຫວຽດນາມ.
Cr: ຂ່າວກິລາໂທລະພາບ
Photo: ASEAN FOOTBALL
May be an image of text that says 'ALL ASEAN CHAMPIONSHIP 2024 SEEDING SEEDINGPOTS POTS POT 1 THAILAND VIETNAM POT 2 INDONESIA MALAYSIA POT 3 6 PHILIPPINES SINGAPORE POT POT4 4 MYANMAR CAMBODIA POT 5 LAOS f /aseanfootball TIMORLESTE/BRUNEI TIMOR @@theaseanfootball X@theaseanball'