ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະມາຄົມມິດຕະພາບ ລາວ-ອົດສະຕຣາລີ ຮ່ວມກັບ ສະມາຄົມມິດຕະພາບ ອົດສະຕຣາລີ-ລາວ ຈັດກິດຈະກຳແຂ່ງຂັນກິລາເຕະບານມິດຕະພາບ

May 17, 2024

ໃນວັນທີ 16 ພຶດສະພາ 2024, ສະມາຄົມມິດຕະພາບ ລາວ -ອົດສະຕຣາລີ ຮ່ວມກັບ ສະມາຄົມມິດຕະພາບ ອົດສະຕຣາລີ – ລາວ ໄດ້ຈັດກິດຈະກຳແຂ່ງຂັນກິລາເຕະບານມິດຕະພາບ ເພື່ອສະເຫຼີມສະຫຼອງການສ້າງຕັ້ງສະມາຄົມມິດຕະພາບ ລາວ-ອົດສະຕຣາລີ – ອົດສະຕຣາລີ – ລາວ ຢູ່ທີ່ເດີ່ນເຕະບານເທບປັນຍາ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ.
ໃຫ້ກຽດເຂົ້າຮ່ວມໃນພິທີດັ່ງກ່າວມີ ທ່ານ ວາລະໄຊ ເລັ່ງສະຫວັດ, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ທ່ານ ສະຖາບັນດິດ ອິນສີຊຽງໃໝ່, ຮອງລັດຖະມົນກະຊວງແຜນການ ແລະ ການລົງທຶນ, ປະທານສະມາຄົມ ມິດຕະພາບລາວ – ອົດສະຕຣາລີ ແລະ ທ່ານ ແດນ ເຮວເດິນ, ອັກຄະລັດຖະທູດ, ສະຖານທູດອົດສະຕຣາລີ ປະຈໍາ ສປປ ລາວ. ນອກຈາກນັ້ນ, ຍັງມີທ່ານຜູ້ຕາງໜ້າຈາກກະຊວງ, ອົງການ ແລະ ນັກກິລາຈາກພາກສ່ວນທີ່ກ່ຽວຂ້ອງຂອງ ລາວ ແລະ ອົດສະຕຣາລີ ເຂົ້າຮ່ວມ 150 ກວ່າທ່ານ.
ການຈັດງານກິລາມິດຕະພາບຄັ້ງນີ້ ນອກຈາກເປັນການສະເຫຼີມສະຫຼອງການສ້າງຕັ້ງສະມາຄົມມິດຕະພາບ ລາວ-ອົດສະຕຣາລີ – ອົດສະຕຣາລີ – ລາວ ແລ້ວ, ຍັງເປັນການຮັດແໜ້ນສາຍພົວພັນມິດຕະພາບ ແລະ ສ້າງຄວາມສາມັກຄີ ລະຫວ່າງ ບັນດາອົງການຈັດຕັ້ງ ຂອງ ລາວ ແລະ ອົດສະຕຣາລີ ເພື່ອເປັນການປະກອບສ່ວນພັດທະນາ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສອງປະເທດ ແລະ ປະຊາຊົນສອງຊາດ ລາວ ແລະ ອົດສະຕຣາລີສະມາຄົມມິດຕະພາບ ລາວ-ອົດສະຕຣາລີ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 15 ພຶດສະ ພາ 2023 ແລະ ກໍ່ໄດ້ເຄື່ອນໄຫວຕາມພາລະບົດບາດ, ເງື່ອນໄຂ ແລະ ຄວາມສາມາດ ຮ່ວມກັບພາກສ່ວນກ່ຽວຂ້ອງ ຂອງ ອົດສະຕຣາລີ ໂດຍສະເພາະ ສະມາຄົມມິດຕະພາບ ອົດສະຕຣາລີ – ລາວ, ສະຖານທູດອົດສະຕຣາລີ ປະຈຳ ສປປ ລາວ ດ້ວຍການຈັດກິດຈະກຳທີ່ສອງຝ່າຍ ເຫັນດີຮ່ວມກັນໃນໂອກາດວັນສໍາຄັນຕ່າງໆ ເພື່ອເປັນການປະກອບສ່ວນ ເສີມຂະຫຍາຍສາຍພົວພັນມິດຕະພາບ ອັນດີງາມ ກໍຄືພົວພັນການຮ່ວມມື ລະຫວ່າງ ສອງປະເທດ ແລະ ປະຊາຊົນສອງຊາດ ລາວ ແລະ ອົດສະຕຣາລີ ໃຫ້ນັບມື້ນັບໄດ້ຮັບການພັດທະນາຂື້ນ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນ ຂອງສອງປະເທດ ແລະ ເພື່ອປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການພາລະກິດແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມືຂອງພາກພື້ນ ແລະ ໃນໂລກ.