ວິທະຍຸກະຈາຍສຽງແຫ່ງຊາດ ຫວຽດນາມ, ໃນວັນທີ 20 ພຶດສະພາ, ໃກອງປະຊຸມ ສະໄໝສາມັນ ຄັ້ງທີ 7, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ບັນດາ ສສຊ ໄດ້ລົງຄະແນນສຽງ ຮັບຮອງເອົາມະຕິ ເລືອກຕັ້ງ ປະທານສະພາແຫ່ງຊາດ ຈາກນັ້ນ ທ່ານ ເຈິ່ນແທັງເໝີນ ໄດ້ຮັບການເລືອກ ໃນຈຳນວນ 475/475 ສສຊ ເຂົ້າຮ່ວມກອງປະຊຸມ (100%) ຕ່າງທີ່ສະໜັບສະໜູນ, ສະພາແຫ່ງຊາດ ໄດ້ຮັບຮອງເອົາ ມະຕິເລືອກຕັ້ງ ທ່ານ ເຈິ່ນແທັງ ເໝີນ, ຮອງປະທານ ຜູ້ປະຈຳການສະພາແຫ່ງຊາດ, ສສຊ ຊຸດທີ XV ດຳລົງຕຳແໜ່ງເປັນປະທານສະພາແຫ່ງຊາດ ຊຸດທີ XV ອາຍຸການ 2021 – 2026. ສາບານຕົວ ເຂົ້າດຳລົງຕຳແໜ່ງຕໍ່ ສະພາແຫ່ງຊາດ ແລະ ບັນດາຜູ້ມີສິດເລືອກຕັ້ງທົ່ວປະເທດ.
ທ່ານ ເຈິ່ນແທັງເໝີນ ຢັ້ງຢືນວ່າ: “ໃຕ້ທຸງຊາດ ທີ່ສັກສັກກະຫລະບູຊາ ຂອງປະເທດຊາດ, ຕໍ່ໜ້າສະພາແຫ່ງຊາດ ແລະ ພໍ່ແມ່ພີ່ນ້ອງ ຜູ້ມີສິດເລືອກຕັ້ງ ໃນທົ່ວປະເທດ, ຂ້າພະເຈົ້າ – ປະທານສະພາແຫ່ງຊາດ ສສ ຫວຽດນາມ – ຂໍປະຕິຍານຕົວວ່າ: ຈົ່ງຮັກພັກດີຕໍ່ ປະເທດຊາດ, ຕໍ່ປະຊາຊົນ, ຕໍ່ລັດຖະທຳມະນູນຂອງ ສສ ຫວຽດນາມ, ມານະພະຍາຍາມ, ສູ້ຊົນປະຕິບັດ ສຳເລັດໜ້າທີ່ເຊິ່ງ ພັກ, ລັດ ແລະ ປະຊາຊົນ ມອບໝາຍໃຫ້ເປັນຢ່າງດີ”. ສຳລັບ ທ່ານ ເຈິ່ນແທັງເໝີນ ເກີດປີ 1962, ຢູ່ແຂວງ ເຮົ້າຢາງ, ແມ່ນປະລິຍາເອກເສດຖະກິດ, ປະລິຍາຕີການເມືອງ. ເພິ່ນເປັນກຳມະການສຳຮອງສູນກາງພັກຊຸດທີ X; ກຳມະການສູນກາງພັກ ຊຸດທີ XI, XII, XIII; ເລຂາສູນກາງພັກຊຸດທີ XII; ກຳມະການກົມການເມືອງຊຸດທີ XIII; ເປັນສະມາຊິກສະພາແຫ່ງຊາດ ຊຸດທີ XIII, XIV, XV. ໃນໄລຍະຜ່ານມາ ທ່ານ ເຈິ່ນແທັງ ເໝີນ ເຄີຍດຳລົງຕຳແໜ່ງ ເປັນເລຂາຄະນະພັກນະຄອນ ເກີນເທີ (2011 – 2015). ແຕ່ເດືອນຕຸລາ 2015 ຮອດເດືອນ ເມສາ 2021, ທ່ານໄດ້ດຳລົງຕຳແໜ່ງເປັນຮອງປະທານແລ້ວ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ. ເດືອນ ເມສາ 2021, ທີ່ກອງປະຊຸມສະໄໝສາມັນ ຄັ້ງທີ 11 ສະພາແຫ່ງຊາດ ຊຸດທີ XIV.
ທ່ານ ເຈິ່ນແທັງເໝີນ ໄດ້ຮັບເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນ ຮອງປະທານສະພາ ແຫ່ງຊາດ ຊຸດທີ XIV, ໄດ້ດຳລົງຕຳແໜ່ງ ເປັນຮອງປະທານ ຜູ້ປະຈຳການ ສະພາແຫ່ງຊາດ. ທີ່ກອງປະຊຸມສະໄໝສາມັນ ຄັ້ງທີ 1 ສະພາແຫ່ງຊາດ ຊຸດທີ XV (ເດືອນ ກໍລະກົດ 2021), ທ່ານສືບຕໍ່ໄດ້ຮັບການເລືອກຕັ້ງ ໃຫ້ດຳລົງຕຳແໜ່ງດັ່ງກ່າວອີກຄັ້ງໜຶ່ງ.
ທີ່ມາ: ຂປລ



