ຫວ່າງມໍ່ໆມານີ້, ດ່ານສາກົນບໍ່ເຕ່ນ-ບໍ່ຫານ ໄດ້ເຫັນດີຊຸກຍູ້ການຮ່ວມມື ຂອງຂົງເຂດພື້ນຖານໂຄງລ່າງພາຍໃນເຂດຮ່ວມມື, ຊຸກຍູ້ການກໍ່ສ້າງພື້ນຖານໂຄງລ່າງ ທີ່ກ່ຽວຂ້ອງກັບຜົນປະໂຫຍດລວມຂອງສັງຄົມ ແລະ ຄວາມປອດໄພຢູ່ບໍລິເວນດ່ານ ແລະ ການຮ່ວມມືອຸດສາຫະກໍາການຜະລິດສອງຝ່າຍ, ຊຸກຍູ້ວຽກງານຂອງໂຄງການຕ່າງໆ ໃຫ້ເກີດຜົນເປັນຈິງຢ່າງມີປະສິດທິພາບ, ຍົກສູງລະດັບການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ ລະຫວ່າງສອງປະເທດ, ເລັ່ງລັດການພັດທະນາຢູ່ໃນເຂດຊາຍແດນຂອງສອງປະເທດ ລາວ ແລະ ຈີນ.
ວັນທີ 10 ພຶດສະພາຜ່ານມານີ້, ກອງປະຊຸມກ່ຽວກັບການສົ່ງເສີມວຽກງານສຳຄັນ ໃນການແຂ່ງຂັນການພັດທະນາແບບຄຸນນະພາບສູງ ເພື່ອເປັນ “ຜູ້ນໍາໜ້າທີ່ດີ” ຂອງນະຄອນຄຸນໝິງ ແລະ ກອງປະຊຸມກໍ່ສ້າງທ່າບົກສາກົນ ບໍ່ຫານ ໄດ້ຈັດຂຶ້ນຢູ່ເຂດຮ່ວມມື ບໍ່ເຕ່ນ-ບໍ່ຫານ. ໄດ້ຖືເອົາກອງປະຊຸມຄັ້ງນີ້ ເປັນຈຸດເລີ່ມຕົ້ນໃໝ່, ໂດຍການຈັດຕັ້ງປະຕິບັດ “ແບບມາດຕະການຄຸ້ມຄອງ ເຂດຄຸ້ມຄອງພິເສດທີ່ສຳຄັນຂອງການຮ່ວມມື ຂ້າມພາກພື້ນຂອງນະຄອນຄຸນໝິງ (ການທົດລອງນຳໃຊ້)”, ແນ່ນອນຈະນຳມາເຊິ່ງກາລະໂອກາດ ແລະ ທ່າແຮງໃໝ່ ໃນການເລັ່ງລັດການກໍ່ສ້າງທ່າບົກສາກົນບໍ່ຫານ ແລະ ຈະເປັນການຊຸກຍູ້ນະຄອນຄຸງໝິງສາມາດບັນລຸການພັດທະນາຢ່າງມີຄຸນນະພາບສູງ ໃນວຽກງງານຍຸດທະສາດການພັດທະນາແຫ່ງຊາດໃນຂົງເຂດວຽກງານການບໍລິການ ແລະ ການເຊື່ອມໂຍງ. ຍອດມູນຄ່າການລົງທຶນຊັບສິນຄົງທີ່ ທີ່ໄດ້ສຳເລັດຢູ່ເຂດຮ່ວມມື ບໍ່ເຕ່ນ-ບໍ່ຫານ ໃນ 02 ປີ ທີ່ຜ່ານມາ ຄື: ໃນປີ 2022 ແລະ 2023 ມີມູນຫລາຍກວ່າ 6 ເທົ່າ ຂອງການລົງທຶນທັງໝົດທຽບໃສ່ 6 ປີຜ່ານມາ ແລະ ໄດ້ມີຄວາມພະຍາຍາມຢ່າງຍິ່ງ ເພື່ອຍາດແຍ່ງການລົງທຶນ ຊຶ່ງໂຄງການສວນອຸດສາຫະກຳຕາມຊາຍແດນ ທີ່ໄດ້ລົງນາມກັນນັ້ນ ມີທັງໝົດ 14 ໂຄງການ ມູນຄ່າການລົງທຶນ 10,37 ຕື້ຢວນ; ແລະ ໄດ້ຊຸກຍູ້ແບບແຜນ “05 ເຂດ 01 ນະຄອນ”ຮ່ວມກັບ 06 ກຸ່ມບ້ານອົງການປົກຄອງ ໃນການຊ່ວຍຊູການພັດທະນາຮ່ວມກັນ, ແລະ ໄດ້ຊຸກຍູ້ການຂະຫຍາຍຊັບພະຍາກອນການສຶກສາທີມີຄຸນນະພາບ, ສາທາລະນະສຸກ ແລະ ການບໍລິການອື່ນໆ ຈາກນະຄອນຄຸນໝິງ ໄປສູ່ ບໍ່ຫານ, ແລະ ປະຕິບັດໂຄງການອຸດໜຸນຊິວິດການເປັນຢູ່ຂອງປະຊົນ ກວ່າ 102 ໂຄງການ ຕິດຕໍ່ກັນເປັນເວລາ 02 ປີ, ນັບແຕ່ຮັບສິດການບໍລິຫານເປັນຕົ້ນມາ ປະຊາກອນຕົວຈິ່ງໄດ້ເພີ່ມຈາກ 20,000 ຄົນ ມາເປັນ 35,000ຄົນ.
ວັນທີ 13 ພຶດສະພາຜ່ານມານີ້, “ມາດຕະການຄຸ້ມຄອງບັນຊີລາຍຊື່ຫົວໜ່ວຍທຸລະກິດ ທີ່ມີການການດຳເນີນທຸລະກິດທີ່ຜິດປົກກະຕິ ຂອງວິສາຫະກິດຢູ່ເຂດທົດລອງການຄ້າເສລີ ນະຄອນຄຸນໝິງຂອງເຂດການຄ້າເສລີຢຸນນານຈີນ (ໄລຍະທົດລອງ)” (ຕໍ່ໄປຮຽກວ່າມາດຕະການຄຸ້ມຄອງ) ໄດ້ເປີດກອງປະຊຸມຖະແຫລງການນຳໃຊ້. ໃນອະນາຄົດ, ວິສາຫະກິດທີ່ໄດ້ຖືກລະບຸເຂົ້າໃນລາຍຊືທີ່ມີການດຳເນີນທຸລະກິດ ທີ່ຜິດປົກກະຕິ ຢູ່ພາຍໃນເຂດພັດທະນາເສດຖະກິດນະຄອນຄຸນໝິງ (ເຂດການຄ້າເສລີນະຄອນຄຸນໝິງ) ສາມາດຍື່ນສະເໜີຕໍ່ພະແນກກວດສອບການຄຸ້ມຄອງການຕະຫຼາດ ເພື່ອປ່ຽນແປງຄວາມເຊື່ອຖືທາງດ້ານສິນເຊື່ອຂອງຕົນໃນບັນຊີລາຍຊື່ ທີ່ມີການດຳເນີນທຸລະກິດທີ່ຜິດປົກກະຕິ, ຫລັງການປ່ຽນແປງ ຫລື ລືບອອກຈາກບັນຊີ ບໍ່ຈຳເປັນຕ້ອງຜ່ານການປະກາດສູ່ສັງຄົມ ຜ່ານລະບົບປະກາດຂໍ້ມູນຄວາມເຊື່ອຖືທາງດ້ານສິນເຊື່ອ ວິສາຫະກິດແຫ່ງຊາດ. ນະໂຍບາຍນີ້ ຍັງແທດເໝາະກັບການນຳໃຊ້ກັບບັນດາສະພາອຸດສາຫະກຳ ແລະ ການຄ້າ ແລະ ການຮ່ວມມືແບບວິຊາສະເພາະ ລະຫວ່າງ ມະຫາຊົນ. ໃນມື້ຈັດກອງປະຊຸມຖະແຫລງຂ່າວ, ມີ 4 ບໍລິສັດໄດ້ຍື່ນຄໍາຮ້ອງສະເຫມີການແກ້ໄຂລາຍຊື່ ຢູ່ສູນບໍລິການສັງລວມເຂດທົດລອງການຄ້າເສລີຂອງນະຄອນຄຸນໝິງ.
ວັນທີ 14 ພຶດສະພາຜ່ານມານີ້, ສະຫະພັນກຳມະບານເຂດພັດທະນາເສດຖະກິດ ນະ ຄອນຄຸນໝິງ (ເຂດທົດລອງການຄ້າເສລີນະຄອນຄຸນໝິງ) ແລະ ວິທະຍາໄລເຕັກນິກກົນຈັກ ແລະ ໄຟຟ້າຢຸນນານ ໄດ້ຈັດກອງປະຊຸມສຳມະນາ ທີ່ບໍລິສັດຜະລິດອຸປະກອນຄຸນໝິງເສິນລີ ຈຳກັດ ແລະ ໄດ້ລົງນາມໃນ “ສັນຍາຂອບການຮ່ວມມືດ້ານຍຸດທະສາດ”, ເຊິ່ງເປັນຄັ້ງທຳອິດຢູ່ແຂວງຢຸນນານ ທີ່ໄດ້ເປີດເຜີຍໃຫ້ເຫັນສະຖານີປັບປຸງຄຸນນະພາບ ແລະ ສີມືແຮງງານທາງດ້ານອຸດສາຫະກຳ. ເປັນເວທີສຳຄັນທີ່ສຸດໃນການເປີດປະຕູສູ່ພາຍນອກ ຂອງ ແຂວງ, ເຂດພັດທະນາເສດຖະກິດນະຄອນຄຸນໝິງ (ເຂດທົດລອງການຄ້າເສລີນະຄອນຄຸນໝິງ) ມີຄວາມຈຳເປັນທີ່ສຸດໃນການເລັ່ງລັດການປະຕິຮູບ ແລະ ເປີດກວ້າງກວ່າ ແລະ ມີຄວາມຈຳເປັນທີ່ສຸດກວ່າເວລາໃດໆ ທີ່ຕ້ອງການຄວາມໝັ້ນຄົງ ແລະ ການສະໜຸບສະໜຸນຈາກປັນຍາຊົນ; ໃນນາມທີ່ເປັນວິທະຍາໄລອາຊິວະຊີບຊັ້ນສູງ ທີ່ເນັ້ນໜັກໃນການກໍ່ສ້າງຊັບພະຍາກອນມະນຸດ ໃນດ້ານເຕັກນິກການຜະລິດຂອງມະຫາວິທະຍາໄລ ເຕັກນິກອາຊິວະຊິບກົນຈັກ ແລະ ໄຟຟ້າຊັ້ນສູງ ຢູນໜານ ເຮັດໃຫ້ມີການປະສົມປະສານກັນທາງດ້ານການກໍ່ສ້າງບຸກຄະລາກອນ ທີ່ມີຄວາມຮູ້ດ້ານວິຊາສະເພາະທີ່ມີຄວາມຕ້ອງການສູງ ກັບຄວາມຕ້ອງການທາງດ້ານວິຊາສະເພາະ ໃນການພັດທະນາເຂດສວນອຸດສາຫະກຳ.
ການຮ່ວມມືໃນຄັ້ງນີ້ ຈະເຕົ້າໂຮມແຫຼ່ງຊັບພະຍາກອນທີ່ມີຄຸນນະພາບສູງ ຈາກທຸກແຫ່ງ ເພື່ອບັນລຸໄດ້ການແລກປ່ຽນທົດແທ່ນຈຸດດີ ແລະ ຈຸດອ່ອນ ແລະ ສ້າງແບບຢ່າງໃຫ້ແກ່ “ການສ້າງຄວາມເຂັ້ມແຂງທັງສອງຝ່າຍ” ຂອງພາກພື້ນ ແລະ ມະຫາວິທະຍາໄລ ເພື່ອແນ່ໃສ່ໃນການບັນລຸສະຖານະການໃໝ່ ແຫ່ງການແລກປ່ຽນຊັບພະຍາກອນ, ແລະ ການຮ່ວມມື ເພື່ອຍາດເອົາໄຊຊະນະຮ່ວມກັນ.
ນັບແຕ່ວັນທີ 1 ມັງກອນ ຫາ ວັນທີ 6 ພຶດສະພາຜ່ານມານີ້, ຈຳນວນຜູ້ຄົນທີ່ຜ່ານດ່ານທ່າບົກບໍ່ຫານໄດ້ລື່ນກາຍ 1 ລ້ານຄົນ, ເພີ່ມຂຶ້ນ 89% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ ແລະ ສ້າງສະຖິຕິສູງສຸດໃນປະຫວັດສາດ. ໃນໄຕມາດທີ 1 ຂອງປີນີ້, ຍອດມູນຄ່າການນຳເຂົ້າ ແລະ ສົ່ງອອກສິນຄ້າ ຜ່ານທາງລົດ ແລະ ທາງລົດໄຟທ່າບົກ ບໍ່ຫານ ມີທັງໝົດ 2,6397 ລ້ານໂຕນ, ເພີ່ມຂຶ້ນ 24,36% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ຍອດມູນຄ່າການຄ້າຂາເຂົ້າ-ຂາອອກ ບັນລຸ 10,406 ຕື້ຢວນ, ເພີ່ມຂຶ້ນ 19.6%. ການໄປມາຂອງປະຊາຊົນ, ການຂົນສົ່ງ ແລະ ໄຫລວຽນຂອງທຶນຮອນ ໄດ້ຄ່ອຍໆ ເຕົ້າໂຮມກັນຢ່າງໄວ ຢູ່ເມືອງບໍ່ຫານ ຊຶ່ງເປັນເມືອງຊາຍແດນທີ່ໃກ້ທີ່ສຸດກັບລາວ, ບໍ່ຫານໄດ້ມີຄວາມກ້າວໜ້າ ແລະ ຜົນສຳເລັດໃໝ່ ໃນການເລັ່ງກໍ່ສ້າງສູນຂົນສົ່ງສິນຄ້າແຫ່ງຊາດ, ເລັ່ງສ້າງຊ່ອງທາງ ແລະ ກໍ່ສ້າງທ່າເຮືອປັນຍາປະດິດ ຫລື AI. ຂະນະດຽວກັນ, ໂຄງການກໍ່ສ້າງ ແລະ ການຂະຫຍາຍເສັ້ນທາງອາຊຽນ, ໂຄງການກໍ່ສ້າງຮົ້ວຫຼັກຂອງເຂດບໍລິການທຸລະກິດ ແລະ ການຄ້າສາກົນ, ໂຄງການເຂດການຮ່ວມມືດ້ານຄວາມສາມາດສາກົນ ແລະ ໂຄງການໃຫຍ່ອື່ນໆ ກວ່າ 102 ໂຄງການ ໄດ້ເລີ່ມດຳເນີນຢ່າງສົມບູນ, ການກໍ່ສ້າງເຂດການຮ່ວມມືບໍ່ເຕ່ນ-ບໍ່ຫານ ໄດ້ເລັ່ງລັດຊຸກຍູ້ການກໍ່ສ້າງໂຄງການທີ່ສໍາຄັນ ແລະ ການຈັດຕັ້ງການດຳເນີນໂຄງການ 87 ໂຄງການໃນປີກາຍນີ້ ມີມູນຄ່າການລົງທຶນຊັບສິນຄົງທີ່ 3.158 ຕື້ຢວນ, ເພີ່ມຂຶ້ນ 370% ເມື່ອທຽບໃສ່ປີ 2022.





