ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມ ປະກອບຄໍາເຫັນໃສ່ຮ່າງດໍາລັດ ວ່າດ້ວຍນິຄົມອຸດສາຫະກໍາ

Jun 18, 2024

ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງ ອຸດສາຫະກຳ ແລະ ການຄ້າ ກ່າວວ່າ: ກອງປະຊຸມໃນມື້ນີ້ ເປັນກອງປະຊຸມ ສໍາມະນາວິທະຍາສາດ ເພື່ອແລກປ່ຽນຄຳເຫັນ ແລະ ທັດສະນະວິຊາການ ກ່ຽວກັບນະໂຍບາຍດຶງດູດການລົງທຶນ ໃນນິຄົມອຸດສາຫະກຳ ເພື່ອມີທັດສະນະ ແລະ ຄວາມເຂົ້າໃຈເປັນເອກະພາບ ແລະ ເປັນບ່ອນອີງຄົ້ນຄວ້າການກຳນົດນະໂຍບາຍດຶງດູດການລົງທຶນ ໃສ່ໃນຮ່າງດຳລັດວ່າດ້ວຍນິຄົມອຸດສາຫະກຳ ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ ກຳລັງສຸມໃສ່ຄົ້ນຄວ້າ ຕາມທິດຊີ້ນຳຂອງລັດຖະບານ.
ດໍາລັດ ວ່າດ້ວຍນິຄົມອຸດສາຫະກໍາ ຈະເປັນເຄື່ອງມືສຳຄັນ ໃນການດຶງດູດການລົງທຶນ ເຂົ້າໃສ່ການຜະລິດອຸດສາຫະກຳ, ສົ່ງເສີມການສ້າງລະບົບຕ່ອງໂສ້ການການຜະລິດ-ການສະໜອງ ແລະ ສ້າງກຸ່ມຜະລິດໃຫ້ມີຄວາມຫຼາກຫຼາຍ ແລະ ເຂັ້ມແຂງ ແນໃສ່ເສີມສ້າງຄວາມສາມາດແຂ່ງຂັນຂອງອຸດສາຫະກໍາພາຍໃນໃຫ້ສູງຂຶ້ນ.