ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລາວ-ກູບາ ທົບທວນຄືນການຮ່ວມມືເປັນມູນເຊື້ອຂອງສອງຝ່າຍ

Jun 19, 2024

ໃນໂອກາດນໍາພາຄະນະຜູ້ແທນຂອງ ສປປ ລາວ ເດີນທາງເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ຂອງປະເທດສະມາຊິກກຸ່ມ BRICS ແລະ ປະເທດກໍາລັງພັດທະນາ (International Relations Meeting ‘BRICS Dialogue with Developing Countries’), ໃນວັນທີ 10-11 ມິຖຸນາ 2024, ທີ່ ເມືອງ Nizhny Novgorod, ສະຫະພັນ ຣັດເຊຍ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະ ມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ບຣູໂນ ໂຣດຣີເກັຊ໌ ປາຣີຢາ (Brúno Rodríguez Parrilla), ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ກູບາ.
ສອງຝ່າຍໄດ້ຕີລາຄາສູງ ຕໍ່ການພົວພັນຮ່ວມມືທີ່ເປັນມູນເຊື້ອມາແຕ່ຍາວນານ ບົນພື້ນຖານແຫ່ງຄວາມເຂົ້າອົກເຂົ້າໃຈ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ຕະຫຼອດໄລຍະທີ່ຜ່ານມາຈົນເຖິງປັດຈຸບັນ, ສອງຝ່າຍ ມີການໄປມາຫາສູ່ແລກປ່ຽນການຢ້ຽມຢາມຂອງການນໍາຂັ້ນສູງຂອງສອງປະເທດ ຢ່າງເປັນປົກກະຕິ. ພິເສດ, ປີ 2024 ນີ້ ກໍ່ແມ່ນປີຄົບຮອບ 50 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ລາວ-ກູບາ, ຊຶ່ງສອງປະເທດ ກໍ່ໄດ້ສົມທົບກັນຈັດກິດຈະກໍາຕ່າງໆຮ່ວມກັນ ເພື່ອສະເຫຼີມສະຫຼອງວັນທີ່ມີຄວາມໝາຍຄວາມສໍາຄັນດັ່ງກ່າວ ໃຫ້ເປັນຂະບວນຟົດຟື້ນ.
ພ້ອມນີ້, ສອງຝ່າຍ ເຫັນດີສືບຕໍ່ຊຸກຍູ້ໃນການຜັນຂະຫຍາຍບັນດາຜົນການພົບປະ ແລະ ການຕົກລົງທີ່ສອງຝ່າຍໄດ້ມີຮ່ວມກັນ, ໂດຍສະເພາະການສົ່ງເສີມການລົງທຶນ-ການຄ້ານໍາກັນໃຫ້ເປັນຮູບປະທໍາຂຶ້ນຕື່ມ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ.