ໃນວັນທີ 19 ມິຖຸນາ 2024 ນີ້ ຢູທີ່ນະຄອນດົງຮ່າ ແຂວງກວາງຈິ ແຫ່ງ ສສ ຫວຽດນາມ ກອງບັນຊາການທະຫານແຂວງສະຫວັນນະເຂດ ຮ່ວມກັບ ກອງບັນຊາການທະຫານຊາຍແດນແຂວງກວາງຈິ ໄດ້ຈັດກອງປະຊຸມພົບປະເອກະພາບແຜນການຝືກແອບຮ່ວມກັນ ເພື່ອສະກັດກັ້ນການຍົກຍ້າຍພູມລຳເນົາຕາມລຳພັງໃຈ ການເຂົ້າ-ອອກເມືອງແບບຜິດກົດລະບຽບຊາຍແດນລາວ-ຫວຽດນາມ ໂດຍການເຂົ້າຮ່ວມຂອງ ສະຫາຍ ພັນເອກ ພັນວິໄລ ລາດສະຍົນ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງສະຫວັນນະເຂດ ແລະ ສະຫາຍ ພັນເອກ ເລວັນເຟືອງ ຫົວໜ້າການທະຫານ ກອງບັນຊາການທະຫານຊາຍແດນແຂວງກວາງຈິ ສສ ຫວຽດນາມ ພ້ອມດ້ວຍຄະນະການນຳຂອງສອງກອງບັນຊາການເຂົົ້າຮ່ວມ.
ໃນກອງປະຊຸມ ສະຫາຍ ພັນເອກ ເລວັນເຟືອງ ຫົວໜ້າການທະຫານກອງບັນຊາການທະຫານຊາຍແດນແຂວງກວາງຈິ ໄດ້ຂື້ນຜ່ານແຜນການຝຶກແອບຮ່ວມກັນ, ທີ່ອີງຕາມບົດບັນທຶກຮ່ວມມືຊາຍແດນ ລະຫວ່າງ ກອງບັນຊາການທະຫານຊາຍແດນສູງສຸດ ກະຊວງປ້ອງກັນປະເທດ ສສ ຫວຽດນາມ ແລະ ກົມທະຫານຊາຍແດນກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ແລະ ອີງຕາມກອງປະຊຸມພົບປະແລກປ່ຽນສະພາບປະຈຳປີ 2023 ລະຫວ່າງກອງບັນຊາການທະຫານແຂວງສະຫວັນນະເຂດ ກັບກອງບັນຊາການທະຫານຊາຍແດນແຂວງກວາງຈິ-ກວາງບິງ ລົງວັນທີ 23ກໍລະກົດ 2023 ທີ່ນະຄອນດົງເຫີຍ ແຂວງກວາງບິງ.
ສຳລັບເນື້ອໃນການຝືກຊ້ອມແມ່ນຄະນະສອງຝ່າຍໄດ້ແຕ່ງຕັ້ງຄະນະບັນຊາຮ່ວມ ແລະ ປະສານສົມທົບກັນຊີ້ນຳການຕ້ານ ແລະ ສະກັດກັ້ນການຍົກຍ້າຍຖິ່ນຖານແບບເສລີ ແລະ ການເຂົ້າ -ອອກເມືອງ ແບບຜິດກົດລະບຽບຊາຍແດນຫວຽດນາມ- ລາວ, ໃນນັ້ນໄດ້ມີການປະສານສົມທົບຊີ້ນຳບັນດາກົມກອງທີ່ຂຶ້ນກັບ ເພື່ອປະຕິບັດບັນດາເນື້ອໃນຄື: ປະສານສົມທົບກວດກາລາດຕະເວນ ພ້ອມກັບດຳເນີນການແກ້ໄຂ ເຮັດໃຫ້ສະພາບການມີຄວາມປົກກະຕິ ສ່ວນວັນເວລາໃນການຝຶກຊ້ອມແມ່ນຈະໄດ້ດຳເນີນໃນຕໍ່ໜ້ານີ້.
ໃນກອງປະຊຸມ ຄະນະທັງສອງຝ່າຍໄດ້ປະກອບຄຳຄິດຄຳເຫັນ ໃສ່ເນື້ອໃນການຝຶກຊ້ອມເພື່ອໃຫ້ແທດເໝາະກັບສະພາບເງື່ອນໄຂຕົວຈິງ ຈາກນັ້ນກໍ່ໄດ້ເຊັນບົດທຶກ ເພື່ອພ້ອມກັນຈັດຕັ້ງປະຕິບັດໃຫ້ຖຶກຕ້ອງ ແລະ ເໝາະສົມກັບແຜນການທີ່ວາງໄວ້.
ພາບ-ຂ່າວ: ພານິດ ພິລາວົງ ທະຫານແຂວງສະຫວັນນະເຂດ





