ໃນຕອນບ່າຍຂອງວັນທີ 1 ກໍລະກົດ 2024, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ຈູລີ ບີດຊ໋ອບ (Julie Bishop), ຜູ້ຕາງ ໜ້າພິເສດກ່ຽວກັບມຽນມາ ຂອງເລຂາທິການໃຫຍ່ອົງການສະ ຫະປະຊາຊາດ ໃນໂອກາດທີ່ເດີນທາງມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ.
ໃນໂອກາດດັ່ງກ່າວ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ໄດ້ສະແດງຄວາມຊົມເຊີຍຢ່າງຈິງໃຈ ຕໍ່ ທ່ານ ນາງ ຈູລີ ບີດ ຊ໋ອບ ທີ່ໄດ້ຮັບການແຕ່ງຕັ້ງ ເປັນຜູ້ຕາງໜ້າພິເສດກ່ຽວກັບມຽນມາ ຂອງເລຂາທິການໃຫຍ່ອົງການສະຫະປະຊາຊາດ ແລະ ຕີລາຄາສູງບົດບາດສຳຄັນດັ່ງກ່າວ.
ທ່ານ ນາງ ຈູລີ ບີດຊ໋ອບ ໄດ້ສະແດງຄວາມຊົມເຊີຍຕໍ່ ຄວາມພະຍາຍາມຂອງ ສປປ ລາວ ໃນນາມປະທານອາຊຽນປີ 2024 ໃນການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງຂອງຜູ້ນຳອາຊຽນ. ທັງສອງຝ່າຍ ຈະປະສານງານກັນຢ່າງໃກ້ຊິດ.
ນອກຈາກນີ້, ຜູ້ຕາງໜ້າພິເສດຂອງເລຂາທິການໃຫຍ່ອົງ ການສະຫະປະຊາຊາດກ່ຽວກັບມຽນມາ ຍັງໄດ້ພົບປະກັບ ທ່ານ ອາລຸນແກ້ວ ກິດຕິຄຸນ, ຜູ້ຕາງໜ້າພິເສດກ່ຽວກັບມຽນມາຂອງ ປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ເພື່ອປຶກສາຫາ ລື ແລະ ຮັດແໜ້ນການປະສານງານກັນ ໃນການຈັດຕັ້ງປະຕິບັດໜ້າທີ່ຂອງຕົນ.





