ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 57 ຈະຮັບຮອງເອກະສານທັງໝົດ 14 ສະບັບ

Jul 12, 2024

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຈະຈັດຂຶ້ນລະຫວ່າງວັນທີ 21-27 ກໍລະກົດ 2024 ເຊິ່ງຈະສຸມໃສ່ປຶກສາຫາລືການຈັດຕັ້ງປະຕິບັດວິໄສທັດ ປະຊາຄົມອາຊຽນ 2025 ແລະ ການສ້າງແຜນຍຸດທະສາດ ເພື່ອຈັດຕັ້ງປະຕິບັດວິໄສທັດ ປະຊາຄົມອາຊຽນ 2045 ຊຶ່ງລາວເຮົາ ໄດ້ເປັນປະທານຮ່ວມກັບ ມາເລເຊຍ ໃນນາມປະທານ ອາຊຽນຜູ້ຕໍ່ໄປ ນໍາພາການຮ່າງແຜນຍຸດທະສາດ ເພື່ອຈັດຕັ້ງວິໄສທັດ ປະຊາຄົມອາຊຽນ 2045, ປະກອບດ້ວຍແຜນຍຸດທະສາດ ປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ, ແຜນຍຸດທະສາດ ປະຊາຄົມເສດຖະກິດອາຊຽນ, ແຜນຍຸດທະສາດ ປະຊາຄົມວັດທະນະທຳ-ສັງຄົມອາຊຽນ ແລະ ແຜນຍຸດທະສາດການເຊື່ອມຈອດອາຊຽນ.
ທ່ານສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ໃຫ້ຮູ້ໂອກາດໃຫ້ສໍາພາດຕໍ່ສື່ມວນຊົນ ຕອນບ່າຍວັນທີ11 ກໍລະກົດ 2024 ວ່າ: ສໍາລັບການຮ່ວມມື ລະຫວ່າງ ອາຊຽນ ກັບພາຍນອກ, ອາຊຽນ ກໍຈະໄດ້ຮ່ວມກັບ 11 ຄູ່ເຈລະຈາ ທົບທວນຄືນການຮ່ວມມື ແລະ ກຳນົດແຜນການຮ່ວມມືໃນຕໍ່ໜ້າ ແນໃສ່ປະກອບສ່ວນເຂົ້າໃນຂະບວນການສ້າງປະຊາຄົມອາຊຽນ. ໃນໂອກາດນີ້, ສປປ ລາວ ກໍຈະໄດ້ເປັນປະທານຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ອົສຕຣາລີ ໃນນາມປະເທດປະສານງານ (2021-2024). ຫຼັງຈາກນັ້ນ, ສປປ ລາວ ກໍຈະຮັບໜ້າທີ່ເປັນປະເທດປະສານງານສໍາລັບ ອາຊຽນ-ການາດາ (2024-2027); ເປັນປະທານຮ່ວມ ອາຊຽນບວກສາມ; ເປັນປະທານກອງປະຊຸມລັດຖະມົນຕີຕ່າງປະເທດ ຂອງກອງປະຊຸມສຸດຍອດອາຊີຕາເວັນອອກ (EAS ຊຶ່ງມີ 19 ປະເທດເຂົ້າຮ່ວມ); ກອງປະຊຸມເວທີພາກພື້ນອາຊຽນ ຄັ້ງທີ 31 ຊຶ່ງມີ 27 ປະເທດເຂົ້າຮ່ວມ.
ນອກຈາກນີ້, ຈະມີກອງປະຊຸມປິ່ນອ້ອມອື່ນໆ ກັບປະເທດຄູ່ຮ່ວມມື ຂະແໜງການຕ່າງໆ ແລະ ຄູ່ ຮ່ວມມືແມ່ນໍ້າຂອງ. ລວມແລ້ວຈະມີກອງປະຊຸມປະມານ 25 ກອງປະຊຸມ, ມີລັດຖະມົນຕີຕ່າງປະເທດ ແລະ ຕາງໜ້າ 35 ປະເທດ ເຂົ້າຮ່ວມ. ສໍາລັບເອກະສານທີ່ຈະຮັບຮອງ, ຮັບຊາບ ແລະ ຈະອອກໃນກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ ຄັ້ງທີ 57 ນີ້, ມີປະມານ 29 ສະບັບ. ໃນນັ້ນ ເອກະສານທີ່ຈະຮັບຮອງມີ 14 ສະບັບ, ເອກະສານທີ່ຈະຮັບຊາບມີ 10 ສະບັບ ແລະ ເອກະສານທີ່ຈະອອກມີ 5 ສະບັບ. ໃນນີ້, ລວມມີຖະແຫຼງການຮ່ວມຂອງລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 57 ຊຶ່ງຖືວ່າເປັນເອກະສານທີ່ສໍາຄັນອັນໜຶ່ງຂອງກອງປະຊຸມ. ນອກນັ້ນ, ຍັງມີເອກະສານສໍາຄັນອື່ນໆ ເປັນຕົ້ນ ບັນດາຖະແຫຼງການຮ່ວມຕ່າງໆ ລະຫວ່າງ ອາຊຽນ ແລະ ຄູ່ເຈລະຈາຂອງອາຊຽນ ຊຶ່ງພວມຢູ່ໃນຂັ້ນຕອນການປຶກສາຫາລື ລະຫວ່າງອາຊຽນ ແລະ ຄູ່ເຈລະຈາທີ່ກ່ຽວຂ້ອງ, ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 57 ມີຄວາມສໍາຄັນຫຼາຍ ເພາະຈະເປັນການກະກຽມໃຫ້ແກ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ກໍຄືກອງປະຊຸມສຸດຍອດອື່ນໆກ່ຽວຂ້ອງ ທີ່ຈະຈັດຂຶ້ນໃນລະຫວ່າງ ວັນທີ 8-11 ຕຸລາ 2024.
May be an image of 1 person and text