ໃນຕອນເຊົ້າຂອງວັນທີ 12 ກໍລະກົດ 2024, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າພົບປະຂອງ ທ່ານ ຢາມະກຸຈິ ນັດສຶໂອະ (Mr. YAMAGUCHI Natsuo), ປະທານພັກໂຄເມ (Chief Representative of KOMEITO) ໃນໂອກາດທີ່ເດີນທາງມາຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ.
ໂອກາດນີ້, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຍິນດີຕ້ອນຮັບ ທ່ານ ປະທານພັກໂຄເມ ພ້ອມດ້ວຍຄະນະ ໃນການເດີນທາງມາຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ ຄັ້ງນີ້, ຊຶ່ງຖືເປັນຂີດໝາຍສໍາຄັນ ທີ່ສະແດງໃຫ້ເຫັນເຖິງການຮ່ວມມືຢ່າງໃກ້ຊິດ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ, ໂດຍສະເພາະ ແມ່ນເປັນການຮັດແໜ້ນການຮ່ວມມືໃນສາຍພັກຂອງສອງປະເທດ, ທັງຍັງໄດ້ສະແດງຄວາມຂອບໃຈຢ່າງຈິງໃຈໄປຍັງ ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ເວົ້າລວມ, ເວົ້າສະເພາະແມ່ນຕໍ່ພັກໂຄເມ ໃນຖານະເປັນພັກຮ່ວມລັດຖະບານ ແລະ ມີບົດບາດສຳຄັນໃນເວທີການເມືອງ ກໍຄືສະພາສູງຂອງຍີ່ປຸ່ນ ທີ່ໃຫ້ການສະໜັບສະໜູນຊ່ວຍເຫຼືອ ODA ໃຫ້ແກ່ ສປປ ລາວ ຕະຫຼອດໄລຍະຜ່ານມາ, ພິເສດ ກໍແມ່ນການຊ່ວຍເຫຼືອ ແລະ ສະໜັບສະໜູນ ສປປ ລາວ ໃນການເປັນປະທານອາຊຽນ ໃນປີ 2024 ນີ້.
ພ້ອມນີ້, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ແຈ້ງໃຫ້ຊາບເຖິງການກຽມຄວາມພ້ອມຂອງ ສປປ ລາວ ໃນນາມປະທານອາຊຽນ ປີ 2024, ຊຶ່ງກຳລັງກະກຽມຕ້ອນຮັບການນໍາຂັ້ນສູງຂອງບັນດາປະທດເພື່ອນມິດ ລວມທັງຍີ່ປຸ່ນ ກໍຄື ທ່ານ ລັດຖະມົນຕີຕ່າງປະເທດຍີ່ປຸ່ນ ໃນທ້າຍເດືອນກໍລະກົດ ນີ້ ແລະ ພະນະທ່ານ ນາຍົກລັດຖະມົນຕີ ຍີ່ປຸ່ນ ໃນເດືອນຕຸລາ ທີ່ຈະມາເຖິງນີ້ ເພື່ອຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມອາຊຽນຕ່າງໆທີ່ກ່ຽວຂ້ອງ.
ພ້ອມກັນນີ້, ສອງຝ່າຍ ໄດ້ສະແດງຄວາມປິຕິຍິນດີ ແລະ ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ລະຫວ່າງສອງປະເທດ ສປປ ລາວ ແລະ ຍີ່ປຸ່ນ ຕະຫຼອດໄລຍະ 7 ທົດສະວັດ ແລະ ການຮ່ວມມືທີ່ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ພາຍໃຕ້ການເປັນຄູ່ຮ່ວມຍຸດທະສາດ ໃນໄລຍະ 10 ປີ ຜ່ານມາ, ຊຶ່ງສະແດງອອກໃນການແລກປ່ຽນຢ້ຽມຢາມຂອງການນໍາຂັ້ນສູງຂອງສອງປະເທດ ຢ່າງເປັນປົກກະຕິ, ການຮ່ວມມືໃນຫຼາຍຂົງເຂດ ໄດ້ຮັບການເສີມຂະຫຍາຍ ແລະ ກ້າວເຂົ້າສູ່ລວງເລິກ, ເປັນຕົ້ນ: ການພັດທະນາຊັບພະຍາກອນມະນຸດ, ການພັດທະນາໂຄງລ່າງພື້ນຖານ, ສາທາລະນະສຸກ, ກະສິກໍາ ແລະ ປ່າໄມ້ ໂດຍສະເພາະ ການເກັບກູ້ລະເບີດບໍ່ທັນແຕກ (UXO) ທີ່ຕົກຄ້າງປາງສົງຄາມ ຢູ່ ສປປ ລາວ, ຊຶ່ງລັດຖະບານຍີ່ປຸ່ນ ໄດ້ໃຫ້ຄວາມສໍາຄັນ ແລະ ໃຫ້ການຊ່ວຍເຫຼືອຢ່າງສະເໝີຕົ້ນສະເໝີປາຍຕະຫຼອດມາ, ລວມທັງການຮ່ວມມືດ້ານການຊ່ວຍເຫຼືອພາກປະຊາສັງຄົມ, ສະມາຄົມມິດຕະພາບ ລາວ-ຍີ່ປຸ່ນ, ຍີ່ປຸ່ນ-ລາວ ແລະ ອື່ນໆ. ພ້ອມນີ້, ສອງຝ່າຍຍັງໄດ້ແລກ ປ່ຽນຄໍາຄິດເຫັນ ເພື່ອສືບຕໍ່ຊຸກຍູ້ຂະແໜງທຸລະກິດ ລາວ ແລະ ຍີ່ປຸ່ນ ຂະຫຍາຍການຮ່ວມມືໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ໃຫ້ພົ້ນເດັ່ນຂຶ້ນຕື່ມ.
ໂອກາດດຽວກັນນີ້, ທ່ານ ປະທານພັກໂຄເມ ກໍ່ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ຂອງ ທ່ານຮອງນາຍົກລັດຖະມົນ ໃນຄັ້ງນີ້, ພ້ອມທັງໄດ້ແຈ້ງໃຫ້ຊາບເຖິງຈຸດປະສົງຂອງການຢ້ຽມຢາມ ສປປ ລາວ ທີ່ມີແຜນການເຂົ້າຢ້ຽມຂໍ່ານັບການນໍາຂັ້ນສູງ ຂອງ ສປປ ລາວ ແລະ ພົບປະກັບ ທ່ານ ປະທານຄະນະກວດກາສູນ ກາງພັກ, ປະທານອົງການກວດກາແຫ່ງລັດ ແລະ ທ່ານອື່ນໆ, ຊຶ່ງເປັນໂອກາດອັນດີໃນການລົງເລິກປຶກສາຫາລືການພົວພັນຮ່ວມມືດ້ານສາຍພັກ ແລະ ເຊື່ອໝັ້ນວ່າ ໃນຕໍ່ໜ້າ ສອງຝ່າຍ ຈະສືບຕໍ່ຊຸກຍູ້ພັດທະນາການພົວພັນຮ່ວມມືກັນຫຼາຍຂຶ້ນ, ໂດຍສະເພາະແມ່ນການຈັດຕັ້ງຜັນຂະຫຍາຍຜົນການຕົກລົງເປັນເອກະພາບກັນໃຫ້ເປັນຮູບປະທຳຫຼາຍຂຶ້ນກວ່າເກົ່າ.





