ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ວິທະຍາໄລ ອາຊີວະສຶກສາການລົດໄຟຄຸນມິງ ແຫລ່ງສ້າງບຸກຄະລາກອນລົດໄຟທີ່ສຳຄັນຂອງຈີນ

Jul 16, 2024

ວິທະຍາໄລ ອາຊີວະສຶກສາການລົດໄຟຄຸນມິງ ເປັນວິທະຍາໄລຂອງລັດຖະບານຈີນ ທີ່ສ້າງບຸກຄະລາກອນຊ່ຽວຊານດ້ານການລົດໄຟ ໃຫ້ມີຄວາມຮູ້ຄວາມສາມາດ ດ້ານຂັບລົດໄຟ ສຶກສາກ່ຽວກັບເສັ້ນທາງລົດໄຟມາດົນກວ່າ 66 ປີ ມີວິທະຍາເຂດສອງແຫ່ງເຊັ່ນ: Xiaoshiba ແລະ Yangfu ໂດຍມີເຈົ້ນໜ້າທີ່ 400 ກວ່າຄົນ ແລະນັກສືກສາດ້ານການລົດໄຟ 8.000 ຄົນ ໂດຍມີ 25 ສາຂາວິຊາ ໄດ້ແກ່ ຍານພະຫະນະຫົວລົດໄຟ ວິສະວະກໍາໄຟຟ້າ ການຂົນສົ່ງທາງລົດໄຟ ວິສະວະກໍາເຄື່ອງກົນ ແລະ ໄຟຟ້າ ແລະ ການສື່ສານໄປສະນີ ນອກຈາກນີ້ຍັງໃຫ້ຄວາມຮູ້ແກ່ນັກສຶກສາຜູ້ໃຫຍ່ ຫຼາຍກວ່າ 3.000 ຄົນ ໃນຫຼັກສູດປະລິນຍາຕ່າງໆ ແລະ ຈັດໃຫ້ມີການຝຶກອົບຮົມ ແລະ ຮັບຮອງທັກສະແກ່ຜູ້ຄົນຫຼາຍກວ່າ 10.000 ກວ່າຄົນຕໍ່ປີ ເຊິ່ງເປັນທີ່ຕັ້ງຂອງຖານຝຶກອົບຮົມເທັກໂນໂລຊີ ລົດໄຟຄວາມໄວສູງຢຸນນານ ຄວາມຊ່ຽວຊານພິເສດ ການປະຕິບັດງານ ແລະ ບໍາລຸງຮັກສາເຄື່ອງຈັກລົດໄຟ.
ວິທະຍາໄລ ອາຊີວະສຶກສາການລົດໄຟຄຸນມິງ ໄດ້ເປີດຮັບນັກສຶກສາລາວເຂົ້າມາຮຽນກ່ຽວກັບການຂັບລົດໄຟ ແລະ ບໍລິການເທິງລົດໄຟ ມາແຕ່ປີ 2022 ປະຈຸບັນມີນັກສຶກສາລາວກໍາລັງຮໍ່າຮຽນຢູ່ຈໍານວນ 11 ຄົນ. ທ້າວ ກອບປີ້ ສຸວັນນະລາດ ອາຍຸ 24 ປີ ມາຈາກແຂວງບໍລິຄໍາໄຊ ເປັນຜູ້ໜຶ່ງທີ່ໄດ້ຜ່ານການສອບເສັງຄັດເລືອກໃຫ້ມາຮຽນກ່ຽວກັບການຂັບລົດໄຟຄວາມໄວສູງ ຢູ່ວິທະຍາໄລແຫ່ງນີ້ ລາວໃຫ້ສໍາພາດວ່າ: ດ້ວຍແຮງບັນດານໃຈ ຢາກເປັນພະນັກງານຂັບລົດໄຟ ເນື່ອງຈາກຢູ່ລາວໄດ້ມີ ລົດໄຟລາວ-ຈີນເປີດແລ່ນ ຈຶ່ງເຂົ້າສອບເສັງຜ່ານ ດ້ານພາສາຈີນ ແລະ ໄດ້ຮັບທຶນຈາກລັດຖະບານຈີນ ປະຈຸບັນຮຽນຢູ່ນີ້ເປັນປີທີ 2 ແລ້ວ ແລະອີກ 2 ປີກໍ່ຈະຈົບຫຼັກສູດການຮຽນແລ້ວ ແລະ ພ້ອມທີ່ຈະຮັບໄຊ້ວຽກງານການລົດໄຟຕໍ່ໄປ ນອກນີ້ ນ້ອງຍັງສະແດງຄວາມພາກພູມໃຈ ທີ່ໄດ້ເປັນຕົວແທນຂອງນັກສຶກສາລາວທີ່ມາຮຽນກ່ຽວກັບການບັງຄັບລົດໄຟຄວາມໄວສູງ ເຊິ່ງມີຄວາມຮັບຜິດຊອບ ແລະ ໜ້າທີ່ອັນສູງສົ່ງ ທີ່ຈະຕ້ອງຝຶກຝົນຕົນເອງເປັນຜູ້ສໍານິສໍານານງານ ເພື່ອປົກປ້ອງຊີວິດຂອງຜູ້ໂດຍສານຕະຫຼອດເສັ້ນທາງ.
ໃນໄລຍະຜ່ານມາວິທະຍາໄລ ອາຊີວະສຶກສາການລົດໄຟຄຸນມິງ ໄດ້ດໍາເນີນໂຄງການຊ່ວຍເຫຼືອຕ່າງປະເທດທີ່ສໍາຄັນລະດັບຊາດ Aid to Laos Railway Vocational Technical college ເຊິ່ງຮັບຜິດຊອບດ້ານການຝຶກອົບຮົມ ພາສາຈີນ ແລະ ວິຊາການລົດໄຟໂດຍສະເພາະ ໃຫ້ແກ່ພະນັກງານ ລາວຊຸດທໍາອິດ ຈໍານວນ 40 ຄົນ ແລະ ໄດ້ສໍາເລັດມອບຮັບໃຫ້ແກ່ທາງການລາວຢ່າງເປັນທາງການແລ້ວ.
ຂ່າວ: ໄພມະນີ ທໍາມະວົງສາ