ໃນລະຫວ່າງວັນທີ 15-17 ກໍລະກົດ 2024, ທີ່ ນິວຢອກ ສ. ອາເມລິກາ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີເວທີການເມືອງລະດັບສູງເພື່ອການພັດທະນາແບບຍືນຍົງ (The Ministerial meeting of the High-Level Political Forum on Sustainable Development – HLPF), ພາຍໃຕ້ຫົວຂໍ້: ຊຸກຍູ້ວາລະ 2030 ແລະ ການລຶບລ້າງຄວາມທຸກຍາກ ໃນທ່າມກາງສະພາບວິກິດການຫລາຍດ້ານ: ການຈັດຕັ້ງປະຕິບັດແນວທາງແກ້ໄຂບັນຫາແບບຍືນຍົງ, ການສ້າງຄວາມເຂັ້ມແຂງ ແລະ ນະວັດຕະກຳ ຢ່າງມີປະສິດທິຜົນ (Reinforcing the 2030 Agenda and eradicating poverty in times of multiple crises: the effective delivery of sustainable, resilient and innovative solutions). ກອງປະຊຸມ ຈະໄດ້ທົບທວນຄວາມຄືບໜ້າໃນການຈັດຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງ, ໂດຍລົງເລີກ 5 ເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ຄື ປພຍ 1: ລຶບລ້າງຄວາມທຸກຍາກ; ປພຍ 2: ລຶບລ້າງໄພອຶດຫິວ; ປພຍ 13: ມີແຜນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ; ປພຍ 16: ມີສັນຕິພາບ, ຄວາມຍຸຕິທຳ ແລະ ສະຖາບັນທີ່ເຂັ້ມແຂງ; ແລະ ປພຍ 17: ເປັນຄູ່ຮ່ວມມືເພື່ອເປົ້າໝາຍການພັດທະນາແບບຍືນຍົງ ໃນສະພາບ ການທີ່ຫຼາຍປະເທດໃນທົ່ວໂລກກໍາລັງຮັບມືກັບຄວາມຫຍຸ້ງຍາກທາງດ້ານເສດຖະກິດ ທີ່ມີຜົນກະທົບມາຈາກວິກິດການຕ່າງໆໃນໄລຍະຜ່ານມາ.
ໃນວັນທີ 15 ກໍລະກົດ, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຂຶ້ນກ່າວຄຳເຫັນ ທັງໃນ ນາມອາຊຽນ ແລະ ໃນນາມ ສປປ ລາວ ໃນກອງປະຊຸມພາກອະພິປາຍທົ່ວໄປ, ເຊິ່ງໃນນັ້ນ ທ່ານໄດ້ເນັ້ນໜັກເຖິງຜົນກະທົບທີ່ແກ່ຍາວມາຈາກວິກິດການຕ່າງໆຂອງສາ ກົນ, ລວມທັງຄວາມເຄັ່ງຕຶງທາງດ້ານພູມສາດການເມືອງ ແລະ ການຄ້າ, ຂໍ້ຫຍຸ້ງ ຍາກດ້ານເສດຖະກິດ, ລະບົບການເງິນ ແລະ ບັນຫາການປ່ຽນແປງຂອງດິນຟ້າອາກາດ ທີ່ມີຜົນຕໍ່ການຈັດຕັ້ງປະຕິບັດວາລະ 2030 ກໍຄືບັນດາເປົ້າໝາຍການພັດທະນາແບບຍືນຍົງ ແລະ ການພັດທະນາເສດຖະກິດ-ສັງຄົມໂດຍລວມ ພ້ອມທັງໄດ້ຮຽກຮ້ອງໃຫ້ບັນດາປະເທດສະມາຊິກຍົກລະດັບການຮ່ວມມືຢ່າງຮອບດ້ານ ແລະ ສະໜອງການຊ່ວຍເຫຼືອດ້ານຕ່າງໆ ໂດຍສະເພາະການຊ່ວຍເຫຼືອບັນດາປະເທດທີ່ມີສະພາບເງື່ອນໄຂພິເສດ ເປັນຕົ້ນ ປະເທດດ້ອຍພັດທະນາ ຄຽງຄູ່ກັບການຂັບເຄື່ອນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດເພື່ອບັນລຸ ປພຍ ພາຍໃນປີ 2030 ແລະ ພ້ອມກັນກ້າວໄປເພື່ອການພັດທະນາຢ່າງຍືນຍົງໃນອະນາຄົດ.
ພິເສດໃນກອງປະຊຸມປີນີ້, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ຂຶ້ນນໍາສະເໜີບົດລາຍງານແຫ່ງຊາດແບບສະໝັກໃຈສະບັບທີ 3 ຂອງ ສປປ ລາວ ກ່ຽວກັບການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (Voluntary National Review-VNR), ໂດຍທ່ານໄດ້ຊີ້ໃຫ້ເຫັນຄວາມໝາຍໝັ້ນອັນແຮງກ້າຂອງລັດຖະ ບານ ໃນການຈັດຕັ້ງວາລະ 2030 ຄຽງຄູ່ກັບ ເປົ້າໝາຍທີ່ເປັນບູລິມະສິດດ້ານການພັດທະນາປະເທດ ໂດຍຜ່ານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX, ເຊິ່ງເຫັນວ່າ ໄດ້ຮັບຜົນສໍາເລັດ ແລະ ຄວາມຄືບໜ້າໃນຫຼາຍດ້ານ ເວົ້າລວມ, ເວົ້າສະເພາະແມ່ນສາມາດສືບຕໍ່ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບປອດໄພ ແລະ ເປັນລະບຽບຮຽບຮ້ອຍ, ການພັດທະນາເສດຖະກິດ-ສັງຄົມຄ່ອຍໆໄດ້ຮັບການຟຶ້ນຟູ ອັນໄດ້ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນບັນດາຊົນເຜົ່າໄດ້ຮັບການປັບປຸງດີຂື້ນ. ເຖິງຢ່າງໃດກໍ່ຕາມ, ເນື່ອງຈາກຜົນກະທົບຈາກໄພພິບັດທໍາມະຊາດ ແລະ ວິກິດການຕ່າງໆຈາກພາກພື້ນ ແລະ ສາກົນ ໃນໄລຍະຜ່ານມາ ລວມໄປເຖິງສະພາບໄພເງິນເຟີ້ ໄດ້ເຮັດໃຫ້ອັດຕາການຂະຫຍາຍຕົວຂອງເສດຖະກິດໃນຊຸມປີຜ່ານມາ ບໍ່ໄດ້ຕາມແຜນການທີ່ວາງໄວ້. ຕໍ່ຫນ້າພະພາບການດັ່ງກ່າວ, ມັນໄດ້ຮຽກຮ້ອງໃຫ້ພວກເຮົາ ຕ້ອງໄດ້ສືບຕໍ່ເຮັດວຽກຮ່ວມກັນຢ່າງໃກ້ຊິດ, ພ້ອມກັນຕັດສິນໃຈຢ່າງກ້າຫານ ແລະ ຮ່ວມແຮງຮ່ວມໃຈກັນຈັດຕັ້ງປະຕິບັດວາລະດ້ານການພັດທະນາຂອງປະເທດ ແລະ ສາກົນ. ໃນນັ້ນ, ສປປ ລາວ ຈະສືບຕໍ່ພັດທະນາເສດຖະກິດ ຕາມແນວທາງຍຸດທະສາດການພັດທະນາແບບຍືນຍົງ ແລະ ສີຂຽວ, ຄຽງຄູ່ກັບການເຊື່ອມສານ ປພຍ ເຂົ້າໃນແຜນພັດທະນາເສດ ຖະກິດ-ສັງຄົມ, ກໍຄືການສ້າງພື້ນຖານເສດຖະກິດໃຫ້ມີຄວາມເຂັ້ມແຂງ ແລະ ສ້າງເງື່ອນໄຂທີ່ເອື້ອອໍານວຍ ເພື່ອນຳພາປະເທດຂ້າມຜ່ານອຸປະສັກ ແລະ ຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາໃນອະນາຄົດ.
ຂະບວນການສົ່ງບົດລາຍງານແຫ່ງຊາດແບບສະໝັກໃຈ ແມ່ນກົນໄກໜຶ່ງຂອງອົງການ ສປຊ ໃນການລາຍງານຄວາມຄືບໜ້າ ແລະ ສິ່ງທ້າທາຍໃນການຈັດຕັ້ງປະຕິ ບັດ ປພຍ ໃນແຕ່ລະໄລຍະ. ບົດລາຍງານສະບັບທີ 3 ຂອງ ສປປ ລາວ ແມ່ນໄດ້ວິເຄາະວິໄຈທ່າອ່ຽງລວມຂອງທັງຫມົດ 18 ເປົ້າຫມາຍ ແລະ ການວິເຄາະວິໄຈແບບລົງເລິກ ບັນດາເປົ້າໝາຍ ທີ່ເຫັນວ່າເປັນບູລິມະສິດສໍາຄັນ ແລະ ເຫັນຄວນເອົາໃຈໃສ່ຕື່ມ ພ້ອມທັງປິ່ນອ້ອມກັບ 6 ແນວທາງການຫັນປ່ຽນຂອງ ເລຂາທິການໃຫຍ່ອົງການ ສປຊ ໃນການຂັບເຄື່ອນການຈັດຕັ້ງປະຕິບັດວາລະສາກົນ ແຕ່ນີ້ຮອດປີ 2030 ໂດຍໄດ້ສະທ້ອນໃຫ້ເຫັນຜົນຂອງການຈັດຕັ້ງປະຕິບັດກາງສະໄໝຂອງແຜນປະຕິບັດງານແຫ່ງຊາດ 5 ປີ ຄັ້ງທີ IX ເຂົ້າໃນການລາຍງານ ແລະ ໄດ້ລົງເລິກໃນ 11 ເປົ້າໝາຍການພັດທະນາແບບຍືນຍົງ ທີ່ເປັນບູລິມະສິດຂອງ ສປປ ລາວ ຄື: ປພຍ 1: ລຶບລ້າງຄວາມທຸກຍາກ, ປພຍ 2: ລຶບລ້າງຄວາມອຶດຫິວ, ປພຍ 3: ການມີສຸຂະພາບ ແລະ ຊີວິດການເປັນຢູ່ທີ່ດີ, ປພຍ 4: ການສຶກສາທີ່ມີຄຸນນະພາບ, ປພຍ 5: ຄວາມສະເໝີພາບລະຫວ່າງຍິງ-ຊາຍ, ປພຍ 7: ພະລັງງານທີ່ສະອາດ, ປພຍ 8: ການມີວຽກເຮັດງານທໍາທີ່ມີກຽດ ແລະ ເສດຖະກິດມີການຂະຫຍາຍໂຕ, ປພຍ 9: ການຫັນເປັນອຸດສາຫະກໍາ, ປພຍ 13: ມີແຜນຮັບມືກັບການປ່ຽນແປງດິນຟ້າອາກາດ, ປພຍ 17: ເປັນຄູ່ຮ່ວມເພື່ອເປົ້າໝາຍການພັດທະນາແບບຍືນຍົງ ແລະ ປພຍ 18: ຊີວິດປອດໄພຈາກລະເບີດບໍ່ທັນແຕກ ເຊິ່ງເປັນເປົ້າໝາຍແຫ່ງຊາດ.
ພ້ອມກັນນັ້ນ, ໃນໄລຍະກອງປະຊຸມດັ່ງກ່າວນີ້ ສປປ ລາວ ຍັງໄດ້ຈັດກອງປະຊຸມປິ່ນອ້ອມ (Side Event) ຮ່ວມກັບປະເທດ ອາແຊກໄບຊານ ໂດຍການເປັນປະທານຮ່ວມຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຂອງ ສປປ ລາວ ແລະ ຮອງລັດຖະມົນຕີກະຊວງເສດຖະກິດ ຂອງ ປະເທດອາແຊັກໄບຊານ, ພາຍໃຕ້ຫົວຂໍ້: ການເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງ/ລະເບີດຝັງດິນ ເພື່ອການບັນລຸເປົ້າໝາຍການພັດທະນາແບບຍືນຍົງ ແລະ ພ້ອມກັນກ້າວໄປ (UXO/Mine Action to Attain the Sustainable Development Goals and Leave No One Behind) ເຊິ່ງເປັນຫົວຂໍ້ທີ່ຕິດພັນກັບ ປພຍ ແຫ່ງຊາດ ຂອງ ສປປ ລາວ ແມ່ນ ປພຍ 18: ຊີວິດປອດໄພຈາກລະເບີດຕົກຄ້າງທີ່ບໍ່ທັນແຕກ (Lives Safe from UXO) ແລະ ອາແຊກໄບຊານ ແມ່ນ ປພຍ 18: ການເກັບກູ້ລະເບີດຝັງດິນ (Mine Action). ນອກຈາກນັ້ນ, ໂດຍເຫັນໄດ້ຄວາມສຳຄັນຂອງວຽກງານເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງ, ສປປ ລາວ ກໍໄດ້ມີການຈັດງານວາງສະແດງແຜ່ນຜ້າທີ່ຖືກຕ່ຳ ແລະ ແຕ້ມເປັນລວດລາຍຮູບພາບການເລົ່າເລື່ອງຜົນກະທົບຂອງ ລະເບີດບໍ່ທັນແຕກທີ່ຕົກຄ້າງ ຕໍ່ຊີວິດການເປັນຢູ່ຂອງປະຊາຊົນ, ສະແດງໃຫ້ເຫັນຜົນໄດ້ຮັບຈາກການກວດກູ້ ລບຕ ທີ່ໄດ້ຊ່ວຍປົກປັກຮັກສາຊີວິດ ແລະ ພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂື້ນ. ການຈັດງານທັງສອງນີ້ ແມ່ນແນ່ໃສ່ເຜີຍແຜ່ແນວທາງນະໂຍບາຍ ແລະ ສ້າງຄວາມຮັບຮູ້ກ່ຽວກັບຜົນກະທົບຂອງ ລບຕ ຢູ່ ສປປ ລາວ, ເພີ່ມຄວາມເຂົ້າໃຈເຖິງຜົນກະທົບທີ່ມີຕໍ່ປະຊາຊົນ ແລະ ການດຳລົງຊີວິດປະຈຳວັນຂອງເຂົາເຈົ້າ ທີ່ຍັງຕ້ອງໄດ້ໃຊ້ຊີວິດກັບຄວາມສ່ຽງຈາກລະເບີດບໍ່ທັນແຕກ ແລະ ລະດົມການຮ່ວມມືສະໜັບສະໜູນຕໍ່ວຽກງານດັ່ງກ່າວ ຈາກວົງຄະນາຍາດສາກົນ.





