ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2024 ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 15 ແລະ ປິດລົງໃນຕອນເຊົ້າວັນທີ 17 ກໍລະກົດ 2024 ທີ່ຫໍປະຊຸມແຫ່ງຊາດ,ພາຍຫລັງດໍາເນີນມາເປັນເວລາ 2ວັນ , ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ; ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ບັນດາທ່ານ ເຈົ້າແຂວງ, ເຈົ້າຄອງນະຄອນຫຼວງວຽງຈັນ, ຜູ້ຕາງໜ້າອົງການຈັດຕັ້ງພັກ-ລັດທຽບເທົ່າກະຊວງ, ສູນກາງແນວລາວສ້າງຊາດ, ອົງການນິຕິບັນຍັດ, ອົງການຕຸລາການ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ບັນດາອົງການຈັດຕັ້ງມະຫາຊົນ, ອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ ເຂົ້າຮ່ວມ.
ພາຍຫລັງສໍາເລັດກອງປະຊຸມ ທ່ານບົວຄົງ ນາມມະວົງ , ລັດຖະມົນຕີ, ຫົວໜ້າຫ້ອງວ່າການສໍານັກນາຍົກລັດຖະມົນຕີ ແຈ້ງໃຫ້ຮູ້ວ່າ: ກອງປະຊຸມດຳເນີນມາເປັນເວລາສອງມື້ເຄິ່ງ ດ້ວຍຈິດໃຈເຄັ່ງຮ້ອນ ແລະ ດ້ວຍບັນຍາກາດແຫ່ງການເສີມຂະຫຍາຍຄວາມເປັນເຈົ້າການ, ສຸມສະຕິປັນຍາ ແລະ ຄວາມຮັບຜິດຊອບການເມືອງຂອງບັນດາສະມາຊິກລັດຖະບານ, ເຈົ້າແຂວງ ແລະ ເຈົ້າຄອງນະຄອນຫຼວງວຽງຈັນ ແລະ ບັນດາອົງການຈັດຕັ້ງພັກ-ລັດ ເຂົ້າໃນການຄົ້ນຄວ້າ ແລະ ປະກອບຄຳເຫັນໃນ 3 ວາລະທີ່ສໍາຄັນ, ພິເສດກອງປະຊຸມຄັ້ງນີ້ ແມ່ນໄດ້ຮັບຟັງຄຳເຫັນໂອ້ລົມຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ທີ່ໄດ້ໃຫ້ທິດຊີ້ນຳສະມາຊິກລັດຖະບານ, ບັນດາເຈົ້າແຂວງ ແລະ ເຈົ້າຄອງນະຄອນຫຼວງວຽງຈັນ ຕ້ອງຍົກສູງຄວາມຮັບຜິດຊອບຮ່ວມກັນ ເພື່ອແກ້ໄຂບັນຫາທີ່ເຄັ່ງຮ້ອນຂອງເສດຖະກິດ, ເປັນຕົ້ນບັນຫາອັດຕາແລກປ່ຽນ, ອັດຕາເງິນເຟີ້, ລາຄາສິນຄ້າແພງ, ການແກ້ໄຂໜີ້ສິນສາທາລະນະ, ໜີ້ສິນຕ່າງປະເທດ; ການສົ່ງເສີມ ແລະ ສ້າງເງື່ອນໄຂໃຫ້ມີການຜະລິດຢູ່ພາຍໃນໃຫ້ຫຼາຍ, ໃຫ້ໄວ, ມີປະສິດທິພາບ ແລະ ປະສິດທິຜົນ; ພ້ອມທັງຫັນປ່ຽນວິກິດໃຫ້ເປັນໂອກາດ ດ້ວຍການອອກມາດຕະການ, ວິທີການໃນການຈັດຕັ້ງປະຕິບັດຕົວຈິງ ໃຫ້ເປັນຮູບປະທຳ ໂດຍມີການກຳນົດໜ້າວຽກຈຸດສຸມ, ກໍານົດໄລຍະເວລາໃນການຈັດຕັ້ງປະຕິບັດ, ມີການແບ່ງມອບຄວາມຮັບຜິດ ຊອບໃຫ້ບຸກຄົນຄັກແນ່.
ທ່ານບົວຄົງ ນາມມະວົງ ໃຫ້ຮູ້ຕື່ມວ່າ: ກອງປະຊຸມເຫັນດີດ້ານຫຼັກການຮັບຮອງເອົາບັນດາບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຕົວຈິງໃນໄລຍະ6ເດືອນຕົ້ນປີແລະແຜນວຽກຈຸດສຸມ6ເດືອນທ້າຍປີ2024ຂອງລັດຖະບານເຊັ່ນ: ວຽກງານແຜນການແລະການລົງທຶນ; ແຜນງົບປະມານ; ແຜນເງິນຕາ; ການພັດທະນາແຮ່ທາດ; ການພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກໂດຍໄດ້ຊີ້ນຳບັນດາຂະແໜງການແລະທ້ອງຖິ່ນກ່ຽວຂ້ອງ ສືບຕໍ່ຍົກສູງຄວາມຮັບຜິດຊອບແລະຄວາມເປັນເຈົ້າການໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດແລະແຜນເງິນຕາປະຈໍາປີ2024ທີ່ສະພາແຫ່ງຊາດໄດ້ມີມະຕິຮັບຮອງໃຫ້ເປັນຮູບປະທຳແລະປະສົບຜົນສຳເລັດຫຼາຍຂຶ້ນ;ສຸມໃສ່ແກ້ໄຂບັນດາຈຸດອ່ອນ, ຂໍ້ຄົງຄ້າງແລະອຸປະສັກຕ່າງໆທີ່ເປັນສິ່ງອຸດຕັນຕໍ່ການພັດທະນາເສດຖະກິດ-ສັງຄົມຂອງປະເທດແລະໃນຂົງເຂດທີ່ຕົນຮັບຜິດຊອບເພື່ອຮັບປະກັນສະຖຽນລະພາບທາງດ້ານການເມືອງໃຫ້ໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພ ແລະ ມີຄວາມເປັນລະບຽບຮຽບຮ້ອຍ;ເສດຖະກິດ ມີການຂະຫຍາຍຕົວແລະໝັ້ນທ່ຽງບໍ່ໃຫ້ຕົກເຂົ້າໃນສະພາບວິກິດ;ຮີບຮ້ອນແກ້ໄຂຄວາມບອບບາງທາງດ້ານເສດຖະກິດມະຫາພາກໃຫ້ກັບສູ່ສະພາບປົກກະຕິໂດຍໄວ; ໃຫ້ພ້ອມກັນນໍາເອົາ ເນື້ອໃນຈິດໃຈທິດຊີ້ນຳ ຂອງສະຫາຍເລຂາທິການໃຫຍ່, ປະທານປະເທດ ຕໍ່ກອງປະຊຸມຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍສູ່ວຽກງານຕົວຈິງ ຢ່າງແຂງແຮງ, ເລິກເຊິ່ງ ແລະ ປະກົດຜົນເປັນຮູບປະທຳຕົວຈິງ;ໄດ້ກຳນົດທິດທາງແລະແຜນວຽກຈຸດສຸມຂອງລັດຖະບານແຕ່ນີ້ຮອດທ້າຍປີ2024 ພ້ອມທັງມອບຄວາມຮັບຜິດຊອບໃຫ້ບັນດາກະຊວງ,ອົງການຂັ້ນສູນກາງແລະອົງການປົກຄອງທ້ອງຖິ່ນຢ່າງຈະແຈ້ງ,ເຊິ່ງເນື້ອໃນລະອຽດກອງປະຊຸມໄດ້ຊີ້ນຳໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີກຳນົດເຂົ້າໃນມະຕິກອງປະຊຸມລັດຖະບານເປີດກວ້າງຄັ້ງນີ້ເພື່ອເປັນບ່ອນອີງໃຫ້ແກ່ທຸກພາກສ່ວນນຳໄປຈັດຕັ້ງປະຕິບັດຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນໃຫ້ເກີດໝາກເກີດຜົນແລະບຸກທະລຸໃນການແກ້ໄຂບັນຫາຕົວຈິງ.
ກອງປະຊຸມເຫັນດີດ້ານຫຼັກການຮັບຮອງເອົາລາຍງານການແກ້ໄຂບັນຫາເຄັ່ງຮ້ອນດ້ານເສດຖະກິດ-ການເງິນແລະບັນຫາເຄັ່ງຮ້ອນດ້ານສັງຄົມໂດຍມອບໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີປັບປຸງຄືນເນື້ອໃນຮ່າງບົດສະຫຼຸບຕາມການປະກອບຄຳເຫັນຂອງຜູ້ເຂົ້າຮ່ວມກອງປະຊຸມໃຫ້ມີເນື້ອໃນຄົບຖ້ວນສົມບູນຂຶ້ນແລະກຳນົດເຂົ້າໃນມະຕິກອງປະຊຸມຄັ້ງນີ້ເພື່ອເປັນບ່ອນອີງໃນການຜັນຂະຫຍາຍແລະຈັດຕັ້ງປະຕິບັດ. ພ້ອມທັງຕິດຕາມ, ຊຸກຍູ້ການຈັດຕັ້ງປະຕິບັດທິດຊີ້ນຳຂອງລັດຖະບານໃນໄລຍະຜ່ານມາແລ້ວລາຍງານໃຫ້ລັດຖະບານຊາບຢ່າງເປັນປົກກະຕິ; ໃຫ້ບັນດາກະຊວງທີ່ກ່ຽວຂ້ອງສຸມໃສ່ຈັດຕັ້ງປະຕິບັດບັນດາໜ້າວຽກຂອງຕົນທີ່ລັດຖະບານໄດ້ແບ່ງຄວາມຮັບຜິດຊອບໃຫ້ຕາມທີ່ໄດ້ກຳນົດໄວ້ໃນມະຕິສະບັບເລກທີ17/ລບ, ລົງວັນທີ12ທັນວາ2023ແລະມະຕິຕົກລົງສະບັບເລກທີ05/ລບ, ລົງວັນທີ21 ພຶດສະພາ2024ໂດຍໃຫ້ມີການສ້າງແຜນຈັດຕັ້ງປະຕິບັດໃຫ້ລະອຽດ, ສຸມໃສ່ແກ້ໄຂບັນຫາທີ່ຄົງຄ້າງກໍ່ຄືປະຕິບັດບັນດາໜ້າວຽກທີ່ຍັງບໍ່ທັນສາມາດຈັດຕັ້ງປະຕິບັດໄດ້ສຳເລັດແລ້ວລາຍງານຄວາມຄືບໜ້າໃຫ້ລັດຖະບານຊາບແລະມີທິດຊີ້ນຳເປັນແຕ່ລະໄລຍະ.
ທ່ານບົວຄົງ ນາມມະວົງ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສໍານັກນາຍົກລັດຖະມົນຕີ ໃນນາມໂຄສົກລັດຖະບານ ກ່າວຕື່ມວ່າ: ກອງປະຊຸມເຫັນດີດ້ານຫຼັກການຮັບຮອງເອົາລາຍງານຜົນກອງປະຊຸມວຽກງານການປົກຄອງທ້ອງຖິ່ນທົ່ວປະເທດໃນໄລຍະປີ2021-2023ແລະທິດທາງຈຸດສຸມປີ2024-2025ແລະ ມອບໃຫ້ກະຊວງພາຍໃນປັບປຸງເນື້ອໃນຕາມການປະກອບຄໍາເຫັນຂອງສະມາຊິກລັດຖະບານ ໃຫ້ແທດຕົວຈິງ ແລະ ມີເນື້ອໃນຄົບຖ້ວນສົມບູນ. ພ້ອມນີ້ໃຫ້ມີການສົມທົບແໜ້ນລະຫວ່າງກະຊວງກ່ຽວຂ້ອງແລະອົງການປົກຄອງທ້ອງຖິ່ນເພື່ອເຮັດໃຫ້ການແກ້ໄຂບັນຫາຂໍ້ຄົງຄ້າງຕ່າງໆມີຄວາມຄືບໜ້າ ແລະ ມີຜົນສຳເລັດ. ສຳລັບແຜນວຽກຈຸດສຸມໃນຕໍ່ໜ້າ (1).ປັບປຸງກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນໃນບາງມາດຕາທີ່ເຫັນວ່າບໍ່ທັນສອດຄ່ອງ; (2).ແກ້ໄຂບັນຫາເຂດເຊື່ອມຕໍ່ລະຫວ່າງແຂວງຕໍ່ແຂວງໃຫ້ຂາດຕົວແລະຮັບປະກັນຄວາມເປັນເອກະພາບໃນທົ່ວປະເທດ; (3).ປັບປຸງທາງດ້ານກົງຈັກການຈັດຕັ້ງ, ການແບ່ງຂັ້ນຄຸ້ມຄອງໃຫ້ຖືກຕ້ອງສອດຄ່ອງກັບເງື່ອນໄຂປັດຈຸບັນ; (4).ການສ້າງເທດສະບານແລະນະຄອນໃຫ້ຄົ້ນຄວ້າກໍານົດແຈ້ງໃນການເຄື່ອນໄຫວວຽກງານບໍລິຫານແລະບໍລິການຕົວເມືອງຢ່າງເປັນລະບົບຄົບຊຸດໂດຍສະເພາະຊຸກຍູ້ຄວາມເປັນເຈົ້າການໃນການຄຸ້ມຄອງແລະຈັດຕັ້ງປະຕິບັດນໍາໃຊ້ງົບປະມານໃຫ້ແຕກຕ່າງຈາກເມືອງທົ່ວໄປ; (5).ການສ້າງຕັ້ງຕາແສງໃຫ້ຮີບຮ້ອນຄົ້ນຄວ້າທາງດ້ານນິຕິກໍາເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ, ເຮັດຢ່າງມີຈຸດສຸມແລະໃຫ້ທົດລອງຢູ່ແຂວງໃດໜຶ່ງກ່ອນ; (6).ສືບຕໍ່ເພີ່ມທະວີເອົາໃຈໃສ່ໃນວຽກງານ3ສ້າງໃນການແບ່ງຂັ້ນຄຸ້ມຄອງລະຫວ່າງສູນກາງແລະທ້ອງຖິ່ນຢ່າງລະອຽດຊັດເຈນແລະພ້ອມກັນຈັດຕັ້ງປະຕິບັດໃຫ້ມີການຫັນປ່ຽນຫຼາຍຂຶ້ນ.
ເພື່ອເຮັດໃຫ້ທິດທາງວຽກຈຸດສຸມ ກໍຄືການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ຕິດພັນກັບການປະຕິບັດ 2 ວາລະແຫ່ງຊາດ ໂດຍສະເພາະການແກ້ໄຂບັນຫາເຄັ່ງຮ້ອນ ທາງດ້ານເສດຖະກິດ-ການເງິນ ຕາມຄຳເຫັນຊີ້ນຳຂອງສະຫາຍເລຂາທິການໃຫ່ຍ, ປະທານປະເທດແຫ່ງ ສປປ ລາວ ໃນມື້ເປີດກອງປະຊຸມ ໃຫ້ເປັນຮູບປະທໍາ,ກອງປະຊຸມ ໄດ້ຮຽກຮ້ອງມາຍັງບັນດາທ່ານ ສະມາຊິກລັດຖະບານ, ບັນດາທ່ານ ເຈົ້າແຂວງ ແລະ ທ່ານເຈົ້າຄອງນະຄອນຫຼວງວຽງຈັນ ນຳເອົາເນື້ອໃນຈິດໃຈດັ່ງກ່າວ ຫັນເປັນແຜນປະຕິບັດລະອຽດ,ມີຄາດໝາຍຊັດເຈນ, ມີການແບ່ງຄວາມຮັບຜິດຊອບໃຫ້ການຈັດຕັ້ງ ແລະ ບຸກຄົນຢູ່ແຕ່ລະຂັ້ນໃນແຕ່ລະໄລຍະໃຫ້ຈະແຈ້ງ,ທັງສອດຄ່ອງກັບເງື່ອນໄຂສະພາບຄວາມເປັນຈິງຂອງແຕ່ລະບ່ອນ, ແຕ່ລະວຽກ ໃຫ້ໄດ້ຮັບຜົນສຳເລັດເປັນກ້າວໆ. ພ້ອມກັນນັ້ນ, ກໍ່ຕ້ອງຍົກສູງຄວາມຮັບຜິດຊອບ ແລະ ຄວາມເປັນເຈົ້າການໃນການຈັດຕັ້ງປະຕິບັດ ໃຫ້ສູງກວ່າເກົ່າແທ້, ການເຮັດວຽກ ໃຫ້ວາງຄາດໝາຍ, ກຳນົດເວລາເຮັດສຳເລັດ ແລະ ເວລາລາຍງານຄວາມຄືບໜ້າເປັນແຕ່ລະໄລຍະ, ທັງໃຫ້ມີກົນໄກຕິດຕາມກວດກາຢ່າງເປັນປົກກະຕິ.






